ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

35 ຄົນ ເສຍຊີວິດ ໃນການໂຈມຕີ ບ່ອນຫຼົບລີ້ Taliban ໂດຍກອງທັບ ປາກິສຖານ


ແຜນທີ່ຂົງເຂດ North Waziristan
ແຜນທີ່ຂົງເຂດ North Waziristan

ກອງທັບ​ປາ​ກິ​ສຖານ ກ່າວ​ວ່າ ​ເຮືອ​ບິນ​ລົບຫຼາຍລຳ​ຂອງ​ຕົນ ​ໄດ້​
ໂຈມຕີບ່ອນ​ຫລົບ​ລີ້ 3 ​ແຫ່ງ​ຢູ່​ທີ່​ໝັ້ນຂອງ​ພວກ Taliban ​ໃກ້​ກັບ
​ເຂດ​ຊາຍ​ແດນອັຟກາ​ນິສຖານ ​ຊຶ່ງ​ໄດ້​ສັງຫານ ພວກ​ຫົວ​ຮຸນ​ແຮງ
35 ຄົນ.

ບັນດາ​ເຈົ້າໜ້າ​ທີ່ ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ເມື່ອຕອນ
​ເ​ຊົ້າຂອງ​ວັນ​ພຸດ​ມື້​ນີ້ ແມ່ນແນ​ເປົ້າໝາຍ​ໃສ່​ເຂດຊົນເຜົ່າ​ Wa-
ziristan ເໜືອບ່ອນ​ທີ່​ກອງທະຫານ​ໄດ້​ປະຕິບັດ​ງານ​ບຸກໂຈມ
ຕີຄັ້ງ​ໃຫຍ່​ ໃນລະຍະສອງ​ສາມ​ເດືອນຜ່ານມານີ້. ກອງທັບປາ
ກິສຖານກ່າວ​ວ່າ ປະ​ຕິ​ບັດງານ​ຂອງ​ຕົນ ​ໄດ້​ສັງຫານພວກ​ຫົວ​
ຮຸນ​ແຮງຫຼາຍກວ່າ 900 ຄົນ​.

​ເຂດດັ່ງກ່າວແມ່ນໄດ້​ຫ້າມບໍ່ໃຫ້ບັນດາ​ນັກ​ຂ່າວເຂົ້າໄປ ຈຶ່ງເຮັດໃຫ້ເປັນໄປ​ບໍ່ໄດ້ ທີ່ຈະຢືນ
ຢັນຢ່າງເປັນ​ອິດ​ສະຫລະ ກ່ຽວກັບຕົວ​ເລກຂອງ​ທາງ ກອງທັບ​.

ເຂດຊົນເຜົ່າ​ Waziristan ເໜືອແມ່ນ​ໄດ້ເປັນບ່ອນຢູ່ອາໄສມາເປັນເວລາດົນນານແລ້ວ
​ຂອງ​ພວກ​ຫົວຮຸນແຮງຕ່າງດ້າວ ປົນກັບຄົນ​ທ້ອງ​ຖິ່ນ ທີ່ເປັນເຄືອ​ຂ່າຍ ຂອງກຸ່ມກໍ່ການ
ຮ້າຍ​ al-Qaida ພ້ອມ​ກັບ​ກຸ່ມ​ຕິດ​ອາວຸດ​ຕ່າງໆ​ອີກດ້ວຍ ທີ່​ໄດ້​ທຳ​ການ​ໂຈມ​ຕີຂ້າມ​ຊາຍ​
ແດນຕໍ່ກອງ​ກຳລັງນາ​ໂຕ້ ​ຢູ່​ໃນ​ອັຟກາ​ນິສຖານ. ສະຫະລັດໄດ້​ກົດ​ດັນມາດົນນານແລ້ວ
ໃຫ້​ປາ​ກິ​ສຖານ​ປະຕິບັດ​ງານເພື່ອກວດ​ລ້າງບ່ອນຫຼົບລີ້ຂອງ​ພວກຫົວ​ຮຸນ​ແຮງຢູ່ໃນເຂດ
​ດັ່ງກ່າວ​.

XS
SM
MD
LG