ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຖ້ຽວ​ບິນ ​ຫຼາຍ​ພັນ​ຖ້ຽວຖືກ​ຍົກ​ເລີກ ຍ້ອນ​ປາ​ກິ​ສ​ຖານ ປິດ​ເຂດອາ​ກາດ ​ສຳ​ລັບ ເຮືອ​ບິນ​ພົນ​ລະ​ເຮືອນ


ຊາວ​ບ້ານ​ແຄ​ັສ​ເມຍ​ ພາ​ກັນ​ໄປ​ຫຸ້ມ​ເບິ່ງຊາກ​ເຮືອ​ບິນ​ຂອງ​ອິນ​ເດຍ ທີ່​ຖືກ​ຍິງ​ຕົກ ​ໃນເຂດ Budgam ຢູ່​ຊານ​ເມືອງ Srinagar ໃນ​ເຂດ​ທີ່​ອິນ​ເດຍ​ຄຸ້ມ​ຄອງ ຢູ່ໃນ​ແຄວ້ນແຄັ​ສ​ເມຍ, ວັນ​ທີ 27 ກຸມ​ພາ, 2019
ຊາວ​ບ້ານ​ແຄ​ັສ​ເມຍ​ ພາ​ກັນ​ໄປ​ຫຸ້ມ​ເບິ່ງຊາກ​ເຮືອ​ບິນ​ຂອງ​ອິນ​ເດຍ ທີ່​ຖືກ​ຍິງ​ຕົກ ​ໃນເຂດ Budgam ຢູ່​ຊານ​ເມືອງ Srinagar ໃນ​ເຂດ​ທີ່​ອິນ​ເດຍ​ຄຸ້ມ​ຄອງ ຢູ່ໃນ​ແຄວ້ນແຄັ​ສ​ເມຍ, ວັນ​ທີ 27 ກຸມ​ພາ, 2019

ຄວາມ​ເຄັ່ງ​ຕຶງທີ່​ມີ​ທ່າ​ອ່ຽງ​ເພີ້ມ​ຂຶ້ນ​ລ​ະ​ຫວ່າງອິນ​ເດຍ ກັບ​ປາ​ກິ​ສ​ຖານ​ ຍັງ​ສືບ​ຕໍ່​ມີ​ຢູ່​ໃນ​ວັນ​ພະ​ຫັດ​ມື້ນີ້ ໂດຍ​ມີ​ການ​ຍິງສູ້​ລົບ​ກັນ​ເລັກ​ນ້ອຍ​ລະ​ຫວ່າງປະ​ເທດ​ທີ່ມີ​ອາ​ວຸດ​ນີວ​ເຄ​ລຍ​ທີ່ເປັນປໍ​ລະປັກ​ກັນ​ນັ້ນ ແລະ​ການ​ປິດເຂດອາ​ກາດຂອງປາ​ກິ​ສ​ຖານ​ເຮັດ​ໃຫ້​ຄົນ​ໂດຍ​ສານ ​ທີ່​ເດີນ​ທາງໂດຍ​ເຮືອ​ບິນຫລາຍ​ພັນ​ຄົນ ພາ​ກັນຕົກຄ້າງ​ຢູ່​ແຫ່ງ​ຕ່າງໆ.

ກຳ​ລັງ​ທະ​ຫານ​ຂອງ​ປາ​ກິ​ສ​ຖານ ແລະ​ຂອງ​ອິນ​ເດຍ ໄດ້​ຍິງ​ສູ້ລົບ​ກັນ​ ​ຂ້າມ​ຊາຍ​ແດນ​ທີ່​ມີ​ຄວາມ​ຂັດ​ແຍ້ງ​ກັນ​ໃນ​ແຄວ້ນແຄ​ສ​ເມ​ຍເປັນ​ເວ​ລາ​ສັ້ນ​ໆ ໃນ​ວັນ​ພະ​ຫັດ​ມື້ນີ້. ຍັງ​ບໍ່​ທັນ​ມີລາຍ​ງານ​ໃຫ້​ຮູ້​ໃນ​ທັນ​ທີ​ທັນ​ໃດ​ເທື່ອ ກ່ຽວ​ກັບ​ຈຳ​ນວນ​ຄົນ​ທີ່​ໄດ້​ຮັບ​ບາດ​ເຈັບ ແລະ​ເສຍ​ຊີ​ວິດ.ປາ​ກິ​ສ​ຖານໄດ້​ປິດ​ເຂດ​ອາ​ກາດຂອງການ​ບິນ​ພົນ​ລະ​ເຮືອນ​ໄວ້ ໃນ​ວັນ​ພຸດ​ວານນີ້ ພາຍ​ຫລັງ​ທີ່​ປະ​ເທດ​ດັ່ງ​ກ່າວ​ເວົ້າ​ວ່າ ຕົນ​ໄດ້​ຍິງ​ເຮືອ​ບິນ​ຂອງ​ອິນ​ເດຍສອ​ງ​ລຳ ທີ່ບິນ​ລ່ວງ​ລ້ຳ​ເຂດຄວບ​ຄຸມ​ເຂົ້າ​ໄປ​ໃນ​ດິນແດນຂອງ​ຕົນ​, ຊຶ່ງ​ເປັນ​ຊາຍ​ແດນທີ່​ແທ້​ຈິງ ຢູ່​ໃນເຂດແຄວ້ນແຄ​ສ​ເມ​ຍ ທີ່​ມີ​ການ​ຂັດ​ແຍ້ງ​ກັນ​ນັ້ນ ແລະ​ໄດ້​ຈັບ​ນັກ​ບິນ​ຂອງອິນ​ເດຍ​ຄົນ​ນຶ່ງ​ໄວ້. ນິວ​ເດລີ ກໍ​ໄດ້​ກ່າວອ້າງ​ວ່າຕົນ​ໄດ້ຍິງ​ເຮືອ​ບິນລົບ​ອາຍ​ພົ່ນຂອງປາ​ກິ​ສ​ຖານຕົກເຊັ່​ນ​ກັນ ຊຶ່ງ​ເປັນ​ຄຳ​ເວົ້າ​ອ້າງທີ່ປາ​ກິ​ສ​ຖານ​ໄດ້​ປະ​ຕິ​ເສດ​ວ່າບໍ່​ຈິງ.

ການ​ຕັດ​ສິນ​ໃຈ​ຂອງ​ອິ​ສ​ລາ​ມາ​ບັດໃນ​ການ​ປິດ​ເຂດອາ​ກາດ​ຂອງ​ຕົນ​ໄວ້ ໄດ້​ເຮັດ​ໃຫ້ບໍ​ລິ​ສັດສາຍ​ການ​ບິນໄທ ຫລື Thai Airlines ຕ້ອງ​ໄດ້​ຍົກ​ເລີກທຸກ​ຖ້ຽວ​ບິນ​ຂອງ​ຕົນ​ ທີ່​ຈະບິນອອກ​ຈາກ​ບາງກອກ​ ໄປຍັງຕົວ​ເມືອງ​ໃຫຍ່ໆ ເກືອບ​ໝົດ​ທຸກ​ແຫ່ງຢູ່​ໃນ​ຢູ​ໂຣບ ຊຶ່ງ​ເຮັດ​ໃຫ້​ຄົນ​ໂດຍ​ສານ​ເກືອບ​ຮອດ 5,000​ ຄົນ ພາ​ກັນ​ຂຸ້ນ​ຂ້ຽວ​ຊອກ​ຫາ​ຖ້ຽວ​ບິນອື່ນ​ແທນ. ບໍ​ລິ​ສັດສາຍ​ການ​ບິນ​ໄທ ໄດ້​ຮັບ​ອະ​ນຸ​ຍາດ​ຈາກ​ຈີນ​ໃຫ້​ບິນ​ໄປ​ເຂດ​ໜ່ານ​ຟ້າ​ຂອງ​ຕົນ.

ສາຍ​ການ​ບິນ​ຂອງ​ບໍ​ລິ​ສັດອື່ນ ຫຼາຍໆ​ບໍ​ລິ​ສັດ ລວມ​ມີ Singapore Airlines ແລະ British Airways, ຕ້ອງ​ໄດ້​ປ່ຽນ​ເສັ້ນ​ທາງເດີນ​ຂອງຖ້ຽວ​ບິນ ຫລາຍ​ອັນ ເພື່ອ​ຫລີກ​ລ່ຽງ​ການ​ໄປ​ຜ່ານ​ເຂດ​ໜ່ານ​ຟ້າ​ຂອງປາ​ກິ​ສ​ຖານ. ​

​ຊາວປາ​ກິ​ສ​ຖານ ພາ​ກັນ​ຫລົບ​ໜີ​ຈາກ​ເມືອງ Chakoti ຢູ່​ເຂດ​ຊາຍ​ແດນ​ປາ​ກິ​ສ​ຖານກັບ ອິນ​ເດຍ ພາຍ​ຫລັງ​ມີ​ການ​ຍິງ​ສູ້​ກັນ ລະ​ຫວ່າງ​ທະ​ຫານ​ຂອງ​ສອງ​ປະ​ເທດ ໃນ​ວັນ​ທີ 27 ກຸມ​ພາ, 2019
​ຊາວປາ​ກິ​ສ​ຖານ ພາ​ກັນ​ຫລົບ​ໜີ​ຈາກ​ເມືອງ Chakoti ຢູ່​ເຂດ​ຊາຍ​ແດນ​ປາ​ກິ​ສ​ຖານກັບ ອິນ​ເດຍ ພາຍ​ຫລັງ​ມີ​ການ​ຍິງ​ສູ້​ກັນ ລະ​ຫວ່າງ​ທະ​ຫານ​ຂອງ​ສອງ​ປະ​ເທດ ໃນ​ວັນ​ທີ 27 ກຸມ​ພາ, 2019

​ປາ​ກິ​ສ​ຖານ ແລະ ອິນ​ເດຍ ​ໄດ້​ຍັບ​ເຂົ້າ​ໃກ້​ຂັ້ນ ​ທີ່​ຈະ​ເຮັດ​ສົງ​ຄາມ​ຕໍ່​ກັນ ນັບ​ແຕ່ ກຳ​ລັງຮັກ​ສາ​ຄວາມ​ສະ​ຫງົບ​ຂອງອິນ​ເດຍ 40 ຖືກ​ຂ້າ​ຕາຍ​ຢູ່​ໃນ​ການ​ໂຈມ​ຕີ​ແບບ​ສະ​ຫຼະ​ຊີບ ຢູ່​ໃນ​ເມືອງປຸ​ລ​ວາ​ມາ (Pulwama) ຢູ່​ໃນແຄວ້ນ​ແຄັ​ສ​ເມຍ​ທີ່​ຄວບຄຸມ​ ໂດຍ​ອິນ​ເດຍ. ນິວ​ເດລີ ໄດ້​ກ່າວ​ຫາປາ​ກິ​ສ​ຖານວ່າ ໃຫ້​ການ​ປ້ອງ​ກັນ​ແກ່​ກຸ່ມນັກ​ລົບ Jaish e Mohammad ຫລື JeM ທີ່ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ການ ໂຈມ​ຕີສະ​ຫລະ​ຊີບນັ້ນ.

​ຄົນ​ໂດຍ​ສານທີ່ຕົກຄ້າງ​ພາ​ກັນ​ຢືນ​ຢູ່ນອກ​ສະ​ໜາມ​ບິນຂອງ​ເມືອງ Jammu ຂອງ​ອິນ​ເດຍ ໃນ​ວັນ​ທີ 27 ກຸມ​ພາ 2019 ຍ້ອນ​ການ​ປິດ​ເຂດໜ່ານ​ຟ້າຂອງ​ປາ​ກິ​ສ​ຖານ
​ຄົນ​ໂດຍ​ສານທີ່ຕົກຄ້າງ​ພາ​ກັນ​ຢືນ​ຢູ່ນອກ​ສະ​ໜາມ​ບິນຂອງ​ເມືອງ Jammu ຂອງ​ອິນ​ເດຍ ໃນ​ວັນ​ທີ 27 ກຸມ​ພາ 2019 ຍ້ອນ​ການ​ປິດ​ເຂດໜ່ານ​ຟ້າຂອງ​ປາ​ກິ​ສ​ຖານ

ເຮືອ​ບິນ​ອາຍ​ພົ່ນ​ຂອງ​ອິນ​ເດຍໄດ້ບິນ​ເຂົ້າ​ໄປ​ໃນ​ເຂດ​ໜ່ານ​ຟ້າ​ຂອງ ປາ​ກິ​ສ​ຖານ ໃນ​ວັນ​ອັງ​ຄານ​ຜ່ານ​ມາ ເປັນ​ຄັ້ງ​ທຳ​ອິດນັບ​ແຕ່ປີ 1971 ໃນເວ​ລາ​ທີ່​ສອງປະ​ເທດດັ່ງ​ກ່າວ​ໄດ້​ທຳ​ສົງ​ຄາມ​ກັນ ເພື່ອ​ທຳ​ລາຍສິ່ງ​ທີ່ພວກ​ເຂົາ​ເຈົ້າ​ເວົ້າ​ວ່າ ແມ່ນ ຄ້າຍຝຶກ​ທະ​ຫານຂອງກຸ່ມນັກ​ລົ​ບ JeM ຢູ່​ໃກ້​ກັບເມືອງ Balakot ຢູ່​ໃນ​ແຂວງ Khyber Pakhtunkhwa ຂອງປາ​ກິ​ສ​ຖານນັ້ນ ເປັນ​ຕົ້ນ​ມາ. ວີ​ດິ​ໂອ ທີ່​ນຳ ອອກເຜີຍ​ແຜ່​ອອກ​ໃນ​ສື່​ສັງ​ຄົມ​ອອນ​ລາຍ ໂດຍ​ຄົນ​ໃນ​ທ້ອງ​ຖິ່ນນັ້ນ ສະ​ແດງ​ໃຫ້​ເຫັນ​ວ່າ ການ​ໂຈມ​ຕີ​ໄດ້​ມີ​ຂຶ້ນ​ໃນ​ບໍ​ລິ​ເວນປ່າ​ທີ່​ມີ​ຄົນ​ອາ​ໄສ​ແບບ​ຢັ່ງ​ຢາຍ​ກັນ​ຢູ່.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG