ປາກິສຖານກ່າວວ່າ ກອງທັບອາກາດຂອງຕົນ ໄດ້ຍິງເຮືອບິນລົບອິນເດຍສອງລຳຕົກ
ທີ່ໄດ້ບິນລ່ວງລ້ຳຊາຍແດນຂອງຕົນ ຢູ່ໃນແຄວ້ນແຄັສເມຍທີ່ມີການໂຕ້ຖຽງກັນ ໃນວັນ
ພຸດມື້ນີ້.
ນາຍພົນຕີ ອາຊິຟ ກາຟໍຣ ຈາກກອງທັບປາກິສຖານ ກ່າວວ່າ ນຶ່ງຂອງບັນດານັກບິນໄດ້
ຖືກຈັບໄດ້ ຫຼັງຈາກເຮືອບິນຂອງລາວຕົກໃນແຄວ້ນແຄັສເມຍໃນສ່ວນທີ່ປາກິສຖານຄວບ
ຄຸມ ຂະນະທີ່ເຮືອບິນລົບອີກລຳນຶ່ງຕົກ ຢູ່ໃນເຂດອິນເດຍ.
ມາຈົນຮອດປັດຈຸບັນ ຍັງບໍ່ມີຖະແຫຼງການທີ່ເປັນທາງການຈາກອິນເດຍ ກ່ຽວກັບການ
ກ່າວອ້າງຂອງປາກິສຖານ ເຖິງແມ່ນວ່າ ໜັງສືພິມອິນເດຍ ໄດ້ອ້າງຄຳເວົ້າຂອງເຈົ້າໜ້າ
ທີ່ທະຫານທີ່ບໍ່ໄດ້ລະບຸຊື່ ທີ່ກ່າວວ່າ ນັກບິນອິນເດຍທັງໝົດໄດ້ກັບຄືນມາຢ່າງປອດໄພ.
ອິສລາມາບັດ ໄດ້ປະກາດກ່ຽວກັບການຍິງເຮືອບິນຕົກແມ່ນບັງເອີນມີຂຶ້ນພ້ອມໆ ກັນກັບການກ່າວອ້າງຂອງອິນເດຍທີ່ເວົ້າວ່າ ເຮືອບິນລົບໄດ້ສະກັດກັ້ນເຮືອບິນລົບປາກິສຖານ
ສາມລຳ ທີ່ໄດ້ບິນລ່ວງລ້ຳເຂດນານຟ້າຂອງຕົນ ຜ່ານເຂົ້າໄປໃນແຄວ້ນແຄັສເມຍ ແລະ
ກໍໄດ້ຂັບໄລ່ໃຫ້ພວກເຂົາກັບຄືນໄປ
ເຫດຮ້າຍທາງອາກາດດັ່ງກ່າວ ໄດ້ເກີດຂຶ້ນບໍ່ເທົ່າໃດຊົ່ວໂມງຫຼັງຈາກປາກິສຖານກ່າວ
ວ່າ ຢ່າງໜ້ອຍສີ່ຄົນໄດ້ເສຍຊີວິດ ລະຫວ່າງການໂຈມຕີດ້ວຍປືນຄົກ ໂດຍທະຫານອີນ
ເດຍ ຂ້າມເຂດຊາຍແດນ ມີມີທະຫານຮັກສາການຢ່າງໜາແໜ້ນ.
ຄວາມເຄັ່ງຕືງໄດ້ເພີ້ມຂຶ້ນລະຫວ່າງເພື່ອນບ້ານທີ່ມີອາວຸດນິວເຄລຍແລະຄູ່ປໍລະປັກ ນັບ
ຕັ້ງແຕ່ກຳລັງຮັກສາຄວາມປອດໄພຂອງອິນເດຍ 40 ຄົນໄດ້ເສຍຊີວິດໂດຍການວາງລະ
ເບີດລົດສະຫຼະຊີບໃນແຄວ້ນແຄັສເມຍຂອງອິນເດຍ ເມື່ອວັນທີ 14 ກຸມພາຜ່ານມາ. ກຸ່ມ
ຫົວຮຸນແຮງປາກິສຖານ ແາອິສ-ອີ-ໂມຮຳມັດ ໄດ້ອ້າງເອົາຄວາມຮັບຜິດຊອບ ຕໍ່ການ
ໂຈມຕີດັ່ງກ່າວ.
ບັນດາເຮືອບິນລົບອິນເດຍ ໄດ້ອອກປະຕິບັດງານໂຈມຕີທາງອາກາດ ໃນຕອນເຊົ້າມືດ
ຢູ່ປາກິສຖານ ໃນວັນອັງຄານວານນີ້ຢູ່ຄ້າຍເຝິກກຸ່ມແຈອິສ-ອີ-ໂມຮຳມັດ.
ການແນເປົ້າໝາຍໂຈມຕີຄ້າຍພວກຫົວຮຸນແຮງ ແມ່ນເປັນການບໍ່ປະຕິບັດຕາມນະໂຍ
ບາຍເກົ່າຂອງອິນເດຍ ທີ່ມີມາໄດ້ຫຼາຍທົດສະວັດ ໃນການໃຊ້ຄວາມຍັບຢັ້ງທີ່ເກີດຈາກ
ຄວາມຢ້ານກົວ ຂອງການກໍ່ເກີດບັນຫາຂັດແຍ້ງ. ບັນກາກຸ່ມຫົວຮຸນແຮງກຳລັງພາກັນ
ສູ້ລົບເພື່ອໃຫ້ແຄວ້ນແຄັສເມຍເປັນເອກກະລາດຫຼືເຂົ້າໄປໂຮມກັບປາກິສຖານ.x