ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຫົວຮຸນແຮງ ໂຈມຕີ ມະຫາວິທະຍາໄລ ໃນ ປາກິສຖານ ເຮັດໃຫ້ 9 ຄົນ ເສຍຊີວິດ


ພະນັກງານກູ້ໄພ ກໍາລັງຊ່ວຍນັກສຶກສາຄົນນຶ່ງ ທີ່ໄດ້ຮັບບາດເຈັບ.
ພະນັກງານກູ້ໄພ ກໍາລັງຊ່ວຍນັກສຶກສາຄົນນຶ່ງ ທີ່ໄດ້ຮັບບາດເຈັບ.

ກຸ່ມ​ມື​ປືນ​ສະຫຼະ​ຊີບ​ຕິດ​ອາວຸດ​ໜັກ​ສີ່​ຄົນ ​ທີ່​ບຸກໂຈມຕີ​ມະຫາວິທະຍາ​ໄລ​ແຫ່ງ​ນຶ່ງ​ຢູ່​ທາງ​
ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອຂອງ​ປາ​ກິ​ສຖານ ​ໃນ​ວັນ​ສຸກ​ມື້​ນີ້ ໄດ້ສັງຫານ​ຢ່າງ ​ໜ້ອຍ 9
ຄົນ ​ແລະເຮັດໃຫ້ມີຜູ້​ບາດ​ເຈັບ​ອີກ​ ຫຼາຍກວ່າ 35 ຄົນ.

ຕຳຫລວດ​ ​ແລະ​ທະຫານປາ​ກິ​ສຖານ ​ໄດ້​ປິດລ້ອມ ​ມະຫາວິທະ​ຍາ​ໄລກະ​ເສດ​ທີ່ເມືອງ Peshawar ​ແລະ​ໄດ້​ເລິ້ມການປະຕິ​ບັດ​ງານ​ກູ້​ໄພທີ່ນັ້ນ. ການ​ຍິງຕໍ່ສູ້ກັນກັບ​ພວກ​ກໍ່
​ການ​ຮ້າຍ ​ໄດ້​ດຳເນີນໄປເປັນເວລາຫລາຍ​ຊົ່ວ​ໂມງ ​ແລະ​ໄດ້​ສັງຫານ​ພວກ​ຫົວ​ຮຸນ​ແຮງ
​ທັງ​ໝົດ ອີງ​ຕາມ​ຖະ​ແຫລ​ງການ​ຂອງ​ກອງທັບ ຊຶ່ງ​ກ່າວຕື່ມວ່າ ມີເຈົ້າ​ໜ້າ​ທີ່​ສອງ​ຄົນ​ ​ໄດ້
​ຮັບ​ບາດ​ເຈັບ.

ພວກ​ນາຍແພດຢູ່ໃນ​ໂຮງໝໍປະຈຳ​ເມືອງ​ກ່າວ​ວ່າ ບັນດາ​ຜູ້​ເຄາະ​ຮ້າຍ​ສ່ວນ​ໃຫຍ່​ແມ່ນ
​ນັກສຶກສາ ​ທີ່​ໄດ້​ຮັບ​ບາດ​ເຈັບ​ຍ້ອນຖືກ​ລູກປືນ.

ພວກ​ນ​ອກກົດໝາ​ຍຕາລິີບານໃນປາ​ກິ​ສຖານ​ ໄດ້ອ້າງ​ເອົາຄວາມຮັບຜິດຊອບໃນ​ການ
ອອກຄຳ​ສັ່ງ​ ໂຈມ​ຕີ​ທີ່​ຮ້າຍ​ແຮງດັ່ງກ່າວ. ພວກ​ຕໍ່ຕ້ານລັດຖະບານກຸ່ມນີ້ ຍັງ​ກ່າວ​ວ່າຕົນ
​ໄດ້​ແນ​ເປົ້າ​ໝາຍ ໃສ່​ສະຖານ​ທີ່ ທີ່​ພົວພັນ​ກັບ​ອົງການ​ສືບ​ລັບ​ປາ​ກິ​ສ ຖານ ​ທີ່ເອີ້ນຫຍໍ້
ວ່າ ໄອ​ແອັສ​ໄອ ​ແລະ​ໄດ້​ສັງຫານ ​ພວກ​ເຈົ້າ​ໜ້າ​ທີ່ຂອງອົງການ​ຫລາຍ​ຄົນ.

​ໂຄສົກ​ກອງທັບປາ​ກິ​ສຖານ​ຄົນ​ນຶ່ງ​ ໄດ້​ກ່າວ​ຕໍ່​ສື່​ມ​ວນຊົນ​ທ້ອງຖິ່ນ​ວ່າ ພວກ​ໂຈມ​ຕີ​ ໄດ້​
ຕິດ​ຕໍ່​ກັບ​ຜູ້ນຳ​ເຂົາ​ເຈົ້າ​ຢູ່​ໃນ​ອັຟການິສຖານລະຫວ່າງ​ການໂຈມ​ຕີດັ່ງກ່າວ.

ເມືອງເພຊາວາ ປາກິສຖານ
ເມືອງເພຊາວາ ປາກິສຖານ

ພົນ​ຕີ ອາຊິ​ຟ ກາ​ຟໍຣ ​ໄດ້​ກ່າວ​ເພີ້​ມວ່າ ​ສະມາຊິກຂອງກຸ່ມທີ່ຫ​ລົບລີ້​ໜີກົດໝາຍ ​ແລະ​
ພວກ​ຜູ້​ນໍາ​ຂອງກຸ່ມຕາ​ລິບານໃນປາ​ກິ​ສຖານ ກຳລັງ​ພາກັນໃຊ້​ດິນແດນ​ອັຟ ກາ​ນິສຖານ
​ໃນ​ການ​ໂຈມ​ຕີ​ຕໍ່ປະ​ເທດ​ຂອງ​ທ່ານ. ທ່ານ​ກ່າວ​ວ່າ ​ຜູ້​ຕາງໜ້າກ​ອງ ທັບ​ອັຟກາ​ນິສຖານ
ກຳລັງ​ຢ້ຽມຢາມ​ປາ​ກິ​ສຖານຢູ່ໃນເວລານີ້ ​ແລະຈະຫາລືກັນກັບພວກນາຍທະຫານດັ່ງ
ກ່າວກ່ຽວ​ກັບ​ການ​ເສີມຂະຫຍາຍໃນການ​ຮັກສາ​ຄວາມ​ປອດ​ໄພຢູ່​ຊາຍ​ແດນ ​ເພື່ອ​ຢຸດ
ຢັ້ງພວກ​ຫົວ​ຮຸນ​ແຮງ ​ບໍ່ໃຫ້ໂຈມ​ຕີ​ຢູ່​ທັງ​ສອງ​ຟາກ ຂອງ​ຊາຍ​ແດນ.

ພະນັກງານຄົນນຶ່ງ ຊີ້ໃສ່ຮູລູກປືນຢູ່ຫ້ອງຄອມພິວເຕີ ຂອງມະຫາວິທະຍາໄລກະເສດ.
ພະນັກງານຄົນນຶ່ງ ຊີ້ໃສ່ຮູລູກປືນຢູ່ຫ້ອງຄອມພິວເຕີ ຂອງມະຫາວິທະຍາໄລກະເສດ.

ບັນດາ​ຜູ້​ເຫັນ​ເຫ​ດການ ​ແລະ​ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພວກໂຈມ​ຕີຊຶ່ງເປັນຜູ້​ຊາຍ​ທັງ​ໝົດ
ໄດ້​ໄປເຖິງ​ມະຫາວິທະຍາ​ໄລ​ໃນ​ຕອນ​ເຊົ້າມືດ ໂດຍນຸ່ງ​ເຄື່ອງ​ພື້ນ​ເມືອງ ຂອງແມ່ຍິງທີ່ມີ
ຜ້າປົກໜ້າ ​ເພື່ອ​ຊຸກ​ເຊື່ອ​ງອາວຸດ ​ແລະ​ລະ​ເບີດ​ຂອງ​ເຂົາ​ເຈົ້າ.

ຕຳຫລວດ ແລະພະນັກງານກູ້ໄພ ຢືນຢູ່ນອກ ມະຫາວິທະຍາໄລກະເສດ ທີ່ເມືອງ Peshawar ປາກິສຖານ.
ຕຳຫລວດ ແລະພະນັກງານກູ້ໄພ ຢືນຢູ່ນອກ ມະຫາວິທະຍາໄລກະເສດ ທີ່ເມືອງ Peshawar ປາກິສຖານ.

ພວກ​ຫົວ​ຮຸນ​ແຮງ​ໄດ້​ໂຍນ​ລະ​ເບີດ​ມື​ເຂົ້າ​ທາງ​ປ່ອງຢ້ຽມຫ້ອງ​ນອນ ກ່ອນເປີດ​ສາກ​ຍິງເຂົ້າ​
ໃສ່​ພວກ​ນັກ​ສຶກສາ ​ທີ່​ຍັງ​ພາກັນ​ນອນຫລັບ​ຢູ່່​ ​ເພາະເປັນ​ວັນ​ພັກທາງສາ​ສະໜາ​ອິສລາມ.

ໃນອາທິດ​ແລ້ວ​ນີ້​ ຜູ້​ວາງ​ລະ​ເບີດ​ສະຫຼະ​ຊີບ​ຄົນ​ນຶ່ງ​ ໄດ້​ຂີ່​ລົດຈັກ ​ໂຈມ​ຕີ​ຂະ​ບວນ ລົດ​ຕຳ
ຫລວດ​ໃນ​ເມືອງເພຊາວາ ໂດຍໄດ້ສັງຫານ​ເຈົ້າ​ໜ້າ​ທີ່​ອະວຸໂສສຸ​ດອັນດັບສອງ ຂອງຕຳ
ຫຼວດ​ປະຈຳ​ແຂວງ ​ພ້ອມ​ດ້ວຍ​ອາລັກຂາ​ຂອງ​ທ່ານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Pakistan Attack
please wait
Embed

No media source currently available

0:00 0:00:23 0:00

XS
SM
MD
LG