ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອັ​ຟ​ກາ​ນິ​ສ​ຖານ ແລະປາ​ກິ​ສ​ຖານ ​​ກ່າວ​ຫາເຊິ່ງ​ກັນ ແລະ​ກັນວ່າ​ ທຳ​ການ​ລົບ​ກວນ ​ຕໍ່​​ນັກ​ການ​ທູດ​ຂອງ​ຕົນ


ເຈົ້າ​ໜ້າ​ທີ່​ຍາມສະ​ຖານ​ທູດກຳ​ລັງ​ຍ່າງ​ເຂົ້າ​ໄປ​ຫາສະ​ຖານ​ທູດ ​ຂອງປາ​ກິ​ສ​ຖານ ໃນ​ນະ​ຄອນ​ຫລວງ​ກາ​ບູ​ລໃນ​ວັນ​ທີ 4 ພະ​ຈິກ 2019
ເຈົ້າ​ໜ້າ​ທີ່​ຍາມສະ​ຖານ​ທູດກຳ​ລັງ​ຍ່າງ​ເຂົ້າ​ໄປ​ຫາສະ​ຖານ​ທູດ ​ຂອງປາ​ກິ​ສ​ຖານ ໃນ​ນະ​ຄອນ​ຫລວງ​ກາ​ບູ​ລໃນ​ວັນ​ທີ 4 ພະ​ຈິກ 2019

ອັ​ຟ​ກາ​ນິ​ສ​ຖານ ແລະປາ​ກິ​ສ​ຖານໄດ້ກ່າວ​ຫາເຊິ່ງ​ກັນ ແລະ​ກັນ​ ວ່າ​ທຳ​ການ​ລົບ​ກວນ​ຕໍ່​ພວກ​ນັກ​ການ​ທູດ​ຂອງ​ຕົນ ທີ່​ເຮັດ​ວຽກ​ຢູ່​ໃນ​ນະ​ຄອນ​ຫລວງ​ຂອງ​ກັນ ແລະ​ກັນ​ນັ້ນ ຊຶ່ງ​ເຮັດ​ໃຫ້​ອິ​ສ​ລາ​ມາ​ບັດ ​ງົດ​ການ​ປະ​ຕິ​ບັດ​ງານ​ຂອງ​ສະ​ຖານ​ກົງ​ສຸນ​ຂອງ​ຕົນ ​ຢູ່​ໃນ​ນະ​ຄອນ​ຫລວງ​ກາ​ບູ​ລ​ໄວ້ ຈົນ​ກວ່າ​ຈະ​ມີ​ແຈ້ງ​ການ​ອອກ​ມາຕື່ມອີກ.

​ຄວາມ​ຂັດ​ແຍ້ງ​ທາງ​ການ​ທູດຄັ້ງ​ຫລ້າ​ສຸດ ​ລະ​ຫວ່າງ​ສອງປະ​ເທດທີ່​ເປັນ​ເພື່ອນ​ບ້ານກັນນັ້ນ ໄດ້ເລີ້ມ​ຕົ້ນ​ຂຶ້ນ​ໃນ​ວັນ​ອາ​ທິດ​ຜ່ານ​ມາ ເມື່ອປາ​ກິ​ສ​ຖານໄດ້​ຮ້ອງທຸກວ່າພະ​ນັກ​ງານ​ການ​ທູດ​ຂອງ​ຕົນ, ໃນ​ຂະ​ນະ​ທີ່​ກຳ​ລັງ​ຂີ່​ລົດໄປ​ເຮັດ​ການນັ້ນຖືກ "ກີດ​ຂວາງ​ຢູ່​ກາງ​ຖະ​ໜົນ ແລະ​ລົດ​ຂອງ​ສະ​ຖານ​ທູດ​ ກໍ​ຖືກລົດ​ຈັກ​ຫລາຍ​ຄັນ​ຕຳ" ຢູ່​ໃນນະ​ຄອນ​ຫລວງ​ຂອງອັ​ຟ​ກາ​ນິ​ສ​ຖານ.

ກະ​ຊວງ​ກາ​ນຕ່າງປະ​ເທດ​ຂອງ​ປາ​ກິ​ສ​ຖານ ໄດ້​ກ່າວ​ວ່າ ອຸ​ປະ​ທູດ​ຂອງ​ອັ​ຟ​ກາ​ນິ​ຖານ ໄດ້​ຖືກ​ຮຽກ​ຕົວໃຫ້​ເຂົາ​ພົບເພື່ອ ແຈ້ງ​ໃຫ້​ຊາບເຖິງ​ຄວາມ​ເປັນ​ຫ່ວງ​ຢ່າງ​ຍິ່ງໃນ​ດ້ານ​ຄວາມ​ປອດ​ໄພ ແລະຄວາມ​ໝັ້ນ​ຄົງ ຂອງ​ບັນ​ດາ​ນັກ​ການ​ທູດ​ຂອງ​ຕົນ ໂດຍ​ຮຽກ​ຮ້ອງ​ໃຫ້​ກາ​ບູ​ລ​ທຳ​ການສືບ​ສວນຕໍ່ “ເຫດ​ການ​ລະ​ເມີດ​ດ້ານ​ຄວາມ​ໝັ້ນ​ຄົງ ແລະ​ການ​ລົບ​ກວນ​” ດັ່ງ​ກ່າວ.

ກະ​ຊວງ​ກາ​ນຕ່າງປະ​ເທດ​ຂອງອັ​ຟ​ກາ​ນິ​ສ​ຖານໃນ​ຂະ​ນະ​ທີ່​ກໍ​ລັງ​ຕອບ​ຕໍ່​ຄຳຮ້ອງ​ທຸກ​ດັ່ງ​ກ່າວ ຂອງ​ປາ​ກິ​ສ​ຖານ ໃນ​ວັນ​ຈັນ​ວານນີ້ ໃຫ້​ສັນ​ຍາ​ວ່າ ຕົນຈະ "ທຳ​ການ​ສືບ​ສວນ​ເລື້ອງ​ເຫລົ່ານັ້ນຢ່າງ​ຈິງ​ຈັງ". ແຕ່ໃນ​ຂະ​ນະ​ດຽວ​ກັນປະ​ເທດ​ດັ່ງ​ກ່າວ​ກໍ​ໄດ້​ກ່າວ​ຫາວ່າ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຂອງອັ​ຟ​ກາ​ນິ​ສ​ຖານຢູ່​ໃນ​ອິ​ສ​ລາ​ມາ​ບັດຖືກ "ປະ​ຕິ​ບັດ​ຕໍ່​ແບບບໍ່​ຖືກ​ຕ້ອງ" ໂດຍ​ອົງການ​ສືບ​ລັບຂອງ​ປາ​ກິ​ສ​ຖານ.

"ອັ​ຟ​ກາ​ນິ​ສ​ຖານຂໍ​ສະ​ແດງ​ການ​ຄັດ​ຄ້ານ ແລະ​ເປັນ​ຫ່ວງ​ຢ່າງ​ເລິກ​ເຊິ່ງຕໍ່ໝາຍ​ຮຽກ​ຕົວ ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດໄປພົບ ໂດຍ​ອົງ​ການບໍ​ລິ​ການ​ດ້ານ​ສືບ​ລັບ​ລະ​ຫວ່າງ​ຂະ​ແໜງ ຕ່າງໆ ຫລື ISI​ ຂອງ​ປາ​ກິ​ສ​ຖານ ແລະ​ການ​ປະ​ພຶດ​ບໍ່​ຖືກ​ຕ້ອງຂອງ​ພະ​ນັກ​ງານ​ອົງ​ການ​ດັ່ງ​ກ່າວ," ນັ້ນ​ຄື​ຄຳ​ເວົ້າ​ຂອງກະ​ຊວງ​ກາ​ນຕ່າງປະ​ເທດ​ອັ​ຟ​ກາ​ນິ​ສ​ຖານທີ່​ໄດ້​ຍົກ​ເອົາ​ການ​ກ່າວ​ຫາ​ທີ່ບໍ່​ຄ່ອຍ​ມັກ​ມີນັ້ນຂຶ້ນ ມາ​ເວົ້າໃຫ້ຄືນ​ເຊັ່ນ​ກັນ. ກະ​ຊວງດັ່ງ​ກ່າວບໍ່​ໄດ້​ອະ​ທິ​ບາຍ​ຫຍັງ​ຫລາຍ.

ຍັງ​ບໍ່​ທັນ​ມີ​ປະ​ຕິ​ກິ​ລິ​ຍາ​ຕອບ​ໂຕ້​ຈາກລັດ​ຖະ​ບານປາ​ກິ​ສ​ຖານໃນ​ທັນ​ໃດ​ເທື່ອ ຕໍ່​ການ​ກ່າວ​ຫາ​ເຫລົ່າ​ນັ້ນ.

ການ​ຕັດ​ສິນ​ໃຈ​ຂອງປາ​ກິ​ສ​ຖານ ໃນ​ການ​ປິດ​ສຳ​ນັກ​ງານກົງ​ສຸນ​ຂອງ​ຕົນ​ປະ​ຈຳນະ​ຄອນ ຫຼວງກາ​ບູ​ລ​ ໄວ້ຢ່າງ​ກະ​ທັນ​ຫັນໄດ້​ເຮັດ​ໃຫ້ຊາວ​ອັ​ຟ​ກາ​ນິ​ສ​ຖານຫລາຍ​ຮ້ອຍ​ຄົນທີ່​ໄປ​ເຖິງສະ​ຖານ​ທູດໃນ​ຕອນ​ເຊົ້າ​ວັນ​ຈັນ​ວານນີ້ ເພື່ອ​ຂໍ​ວີ​ຊາຕາມ​ປົກ​ກະ​ຕິ ຢືນ​ຖ້າອັ່ງ​ອໍ​ກັນ​ຢູ່ຫັ້ນ, ຊຶ່ງ​ຫລາຍ​ຄົນ​ໃນ​ນັ້ນແມ່ນ​ຕ້ອງ​ການ​ການ​ປິ່ນ​ປົວ​ສຸ​ຂະ​ພາບໂດຍດ່ວນ​ຢູ່​ໃນ​ໂຮງ​ໝໍ​ທີ່​ຂ້ອນ​ຂ້າງວ່າ​ຈະ​ມີ​ອຸ​ປະ​ກອນ​ດີກວ່າ ຢູ່​ໃນ​ປະ​ເທດ​ເພື່ອນ​ບ້ານ​ແຫ່ງນັ້ນ​.

ນອກ​ຈາ​ການ​ໄປ​ຂໍ​ຄວາມ​ຊ່ວຍ​ເຫລືອ​ໃນ​ການ​ປິ່ນ​ປົວ​ສຸ​ຂະ​ພາບ​ແລ້ວ, ພວກ​ຂໍ​ວີ​ຊາ​ຍັງ​ຢາກ​ເດີນ​ທາງ​ໄປ​ປະ​ເທດນັ້ນ ເພື່ອ​ຢາມ​ພີ່​ນ້ອງ, ເຮັດ​ການ​ຄ້າ​ຂາຍ, ແລະ​ໄປ​ຮໍ່​າຮຽນ​ສຶກ​ສາ ຢູ່​ໃນ​ສະ​ຖາ​ບັນ​ຕ່າງໆ ໃນປາ​ກິ​ສ​ຖານ ທີ່​ຍັງ​ໃຫ້​ບ່ອນ​ພັກ​ພາອາ​ໄສ​ແກ່​ອົບ​ພະ​ຍົບ​ຊາວອັ​ຟ​ກາ​ນິ​ສ​ຖານປະ​ມານ 3 ລ້ານ​ຄົນຢູ່ນັ້ນ.

ສະ​ຖານ​ທູດຂອງປາ​ກິ​ສ​ຖານໃນ​ນະ​ຄອນ​ກາ​ບູ​ລ ປະ​ກາດ​ໃນ​ອາ​ທິດ​ແລ້ວນີ້​ວ່າ ຕົນ​ໄດ້​ອອກວີ​ຊາ ​ໃຫ້​ແກ່ຜູ້​ຂໍ​ວີ​ຊາຊາວ​ອັ​ຟ​ກາ​ນິ​ສ​ຖານຫລາຍກວ່າ 450,000 ຄົນ ຢູ່​ໃນ 9 ເດືອນ​ຜ່ານ​ມາໂດຍ​ສະ​ເລ່ຍແລ້ວ ​ແມ່ນອອກວີ​ຊາ​ໃຫ້ແກ່ 53,000 ຄົນ​ຕໍ່ດືອນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG