ປາກິສຖານເປີດດ່ານຂ້າມຊາຍແດນ Torkham ທີ່ມີການສັນຈອນໄປມາຢ່າງໜາແໜ້ນ ກັບອັຟການິສຖານຄືນອີກ ໃນວັນເສົາມື້ນີ້ ນຶ່ງອາທິດ ຫລັງຈາກໄດ້ເກີດການປະທະກັນ ຢ່າງຮ້າຍແຮງ ລະຫວ່າງປະເທດທັງສອງ ທີ່ພາໃຫ້ມີການປິດດ່ານ ຊຶ່ງເຮັດໃຫ້ພວກເດີນ ທາງຫຼາຍພັນຄົນແລະຂະບວນລົດຂົນສິນຄ້າຕິດຄ້າງຢູ່ທັງສອງຟາກຂອງຊາຍແດນ.
ເຈົ້າໜ້າທີ່ປາກິສຖານກ່າວວ່າ ຊາວອັຟການິສຖານທີ່ມີໃບເດີນທາງຢ່າງຄົບຖ້ວນຈະໄດ້ ຮັບອະນຸຍາດ ໃຫ້ຂ້າມເຂົ້າໄປໃນເຂດຊາຍແດນຂອງຕົນ ໃນຂະນະທີ່ລົດບັນທຸກສິນຄ້າ ກໍເລີ້ມການຂົນສົ່ງສິນຄ້າຂ້າມແດນຂອງພວກຕົນຄືນອີກ.
ການປະທະກັນໃນເຂດຊາຍແດນ ໄດ້ລະເບີດຂຶ້ນຍ້ອນປາກິສຖານກໍ່ສ້າງປະຕູເພື່ອປ້ອງກັນບໍ່ໃຫ້ພວກກໍ່ການຮ້າຍ ແລະພວກຜິດກົດໝາຍອື່ນໆ ຂ້າມເຂົ້າໄປໃນເຂດຊາຍແດນຂອງຕົນ. ເຈົ້າໜ້າທີ່ອັຟການິສຖານຢືນຢັດວ່າການກໍ່ສ້າງປະຕູດັ່ງກ່າວມີຂຶ້ນໃນບໍລິເວນ ເຂດແດນທີ່ຍັງມີການຂັດແຍ້ງກັນ ແລະລະເມີດຕໍ່ຄວາມເຂົ້າໃຈຂອງທັງສອງຝ່າຍ.
ອິສລາມາບັດ ໄດ້ປະຕິເສດຕໍ່ການກ່າວຫາທີ່ວ່ານີ້ ໂດຍເວົ້າວ່າ ສະຖານທີ່ດັ່ງກ່າວແມ່ນ ສ້າງຂຶ້ນ 37 ແມັດ ເລິກເຂົ້າໄປໃນດິນແດນປາກິສຖານ.
ເຈົ້າໜ້າທີ່ເວົ້າວ່າ ການປະທະກັນເຮັດໃຫ້ທະຫານເສຍຊີວິດຢ່າງໜ້ອຍ 4 ຄົນແລະມີຜູ້ບາດເຈັບອີກຫລາຍກວ່າ 40 ຄົນ ຮວມທັງພົນລະເຮືອນຂອງທັງສອງຝ່າຍ.
ອັຟການິສຖານແລະປາກິສຖານຕ່າງກໍຖິ້ມໂທດໃສ່ອີກຝ່າຍນຶ່ງວ່າ ເປັນຜູ້ເລີ້ມບັນຫາຂັດ ແຍ້ງດັ່ງກ່າວນີ້ກ່ອນ.
ການຍິງປະທະກັນໄດ້ຢຸດເຊົາລົງ ຫລັງຈາກອິສລາມາບັດແລະກາບູລໄດ້ຕົກລົງຊອກຫາ ຊ່ອງທາງແກ້ໄຂໂດຍວິທີການທາງດ້ານການທູດ.
ລັດຖະບານອັຟການິສຖານ ໄດ້ປະກາດໃນວັນສຸກວານນີ້ວ່າ ຮອງລັດຖະມົນຕີການຕ່າງ ປະເທດ ທ່ານ Hikmat Khalil Karzai ຈະເດີນທາງໄປປາກິສຖານໃນໄວໆນີ້ເພື່ອຫາລື ກ່ຽວກັບບັນຫາດ່ານ Torkham.
ພວກນັກທຸລະກິດ ໃນອັຟການິສຖານ ຊຶ່ງເປັນປະເທດທີ່ບໍ່ມີທາງອອກສູ່ທະເລ ກ່າວວ່າ ຕົນໄດ້ຮັບການສູນເສຍ 10 ລ້ານໂດລາ ໃນການຫ້າມບໍ່ໃຫ້ມີການສັນຈອນໄປມາຜ່ານດ່ານ Torkham ເປັນເວລານຶ່ງອາທິດ.