ປາກີສຖານໄດ້ຕັດສິນໃຈບໍ່ຍອມເຂົ້າຮ່ວມກອງປະຊຸມນານາຊາດ ກ່ຽວກັບອະນາຄົດຂອງ
ອັຟການີສຖານ ເພື່ອປະທ້ວງການໂຈມຕີທາງອາກາດ ຂອງເນໂຕ້ທີ່ໄດ້ສັງຫານທະຫານ
ປາກີສຖານ 24 ຄົນ ໃນເຂດຊາຍແດນລະຫວ່າງປາກີສຖານ ແລະອັຟການີສຖານນັ້ນ
ເມື່ອອາທິດຜ່ານມານັ້ນ.
ເຈົ້າໜ້າທີ່ກ່າວວ່າ ຄະນະລັດຖະບານຂອງນາຍົກລັດຖະມົນ Yousuf Raza Gilani ໄດ້
ຕົກລົງທີ່ຈະບໍ່ໄປຮ່ວມກອງປະຊຸມນາໆຊາດ ໃນການພົບປະກັນທີ່ນະຄອນລາຮໍ ໃນວັນ
ອັງຄານມື້ນີ້. ກອງປະຊຸມທີ່ວ່ານີ້ມີກຳ ນົດຈະໄຂຂຶ້ນທີ່ກຸງບອນ ປະເທດເຢຍຣະມັນໃນວັນ
ຈັນໜ້າ. ເຈົ້າໜ້າທີ່ ສະຫະລັດແລະອັຟການິສຖານຮຽກຮ້ອງໃຫ້ປາກິສຖານໄປຮ່ວມໃນ
ກອງ ປະຊຸມດັ່ງກ່າວ ທີ່ມີຈຸດປະສົງແນໃສ່ເພື່ອພັດທະນາຍຸດທະສາດເພື່ອສ້າງຄວາມທຸ່ນ ທ່ຽງໃຫ້ແກ່ປະເທດເພື່ອນບ້ານອັຟການິສຖານຂະນະທີ່ສະຫະ ລັດຖອນກຳລັງອອກໄປ
ໃນ ໄລຍະສອງສາມປີຂ້າງໜ້ານີ້.
ນາຍທະຫານລະດັບສູງຂອງສະຫະລັດກ່າວເມື່ອວັນຈັນວານນີ້ວ່າ ປາກີສຖານເຮັດຖືກ
ຕ້ອງແລ້ວທີ່ໂກດແຄ້ນກ່ຽວກັບການໂຈມຕີທາງອາກາດຂອງ ເນໂຕ້ຕໍ່ຄ້າຍທະຫານປາກີສ
ຖານໃນເຂດຊາຍແດນເມື່ອວັນເສົາຜ່ານມານີ້ ແຕ່ບໍ່ຍອມຂໍໂທດ ໂດຍອ້າງວ່າຕ້ອງມີການ
ສືບສວນສອບສວນ.
ໃນການໃຫ້ສໍາພາດກັບເຄືອຂ່າຍທີວີ ITV ຂອງອັງກິດເມື່ອວັນຈັນວານນີ້ ພົນເອກ
Martin Dempsey ປະທານເສນາທິການຮ່ວມສະຫະລັດ ກ່າວວ່າ ອີສລາມາບັດ ມີເຫດ
ຜົນທີ່ຈະໂກດແຄ້ນ ທີ່ວ່າອາວຸດຕ່າງໆທີ່ໄດ້ສັງຫານທະຫານປາກີສຖານເມື່ອວັນເສົາຜ່ານ
ມານີ້ວ່າ ເປັນຂອງພາຄີປະເທດ ນຶ່ງ.
ພົນເອກ Dempsey ຖະແຫຼງໃນຕອນຢ້ຽມຢາມລອນດອນວ່າ ທ່ານຢາກຂໍຮອງໃຫ້ລັດ
ຖະບານປາກີສຖານມີຄວາມອົດທົນ ເພື່ອຈະໄດ້ຊອກຫາສາເຫດຂອງເຫດການທີ່ເກີດຂຶ້ນ
ການໂຈມຕີທາງອາກາດ ໄດ້ຖືກຄ້າຍທະ ຫານຂອງປາກີສຖານຢູ່ ໃນເຂດຊາຍແດນທີ່ບໍ່
ຫຼັກໝາຍຢ່າງຊັດເຈນປານໃດນັ້ນ ແລະກໍເປັນເຂດທີ່ມີການຂັດແຍ້ງກັນລະຫວ່າງແຂວງ
ຄູນາ ຂອງອັຟການີສຖານ ແລະເຂດຊົນເຜົ່າ Mohmand ຂອງປາກີສຖານ.
ກອງທັບສະຫະລັດກ່າວເມື່ອວັນຈັນວານນີ້ວ່າ ພົນອາກາດຂອງຕົນຄົນນຶ່ງຈະນໍາພາການ
ສືບສວນສອບສວນກ່ຽວກັບເຫດຮ້າຍໃນຄັ້ງນີ້ ແລະລວບລວມເອົາລາຍງານໃນເບື້ອງຕົ້ນ
ໃຫ້ໄດ້ໃນວັນທີ່ 23 ເດືອນທັນວາ ກອງທັບສະຫະລັດກ່າວວ່າ ນາຍພົນຈັດຕະວາ
Stephen Clark ຈະປະຕິບັດງານກັບຜູ້ຕາງໜ້າເນໂຕ ແລະລັດຖະບານອັຟການີສຖານ
ແລະປາກີສຖານ ເພື່ອຊອກຫາວິທີປ້ອງກັນບໍ່ໃຫ້ເກີດເຫດທໍານອງດຽວກັນນີ້ອີກໃນອະນາ
ຄົດ. ຝ່າຍສະຫະລັດກໍໄດ້ສະແດງຄວາມເສຍໃຈຕໍ່ການສູນເສຍຊີວິດຂອງຊາວປາກີສຖານ.
ພວກເຈົ້າໜ້າທີ່ເນໂຕ ແລະອັຟການີສຖານກ່າວວ່າ ກໍາລັງທະຫານຂອງພວກຕົນໄດ້ເອີ້ນ
ເນໂຕ້ມາຊ່ວຍໂຈມຕີທາງອາກາດ ໃນການຕອບໂຕ້ຕໍ່ ພວກທີ່ຍິງປືນໃສ່ພວກເຂົາເຈົ້າ ຢູ່
ໄກ້ຄ້າຍທະຫານຢູ່ຕາມຊາຍແດນຂອງ ປາກີສຖານນັ້ນ ພົນຕີ Athar Abbas ໂຄສົກ
ກອງທັບປາກີສຖານ ໄດ້ປະຕິເສດຂໍ້ກ່າວຫາທີ່ວ່າ ທະຫານປາກີສຖານເປີດສາກຍິງກ່ອນ
ແລະ ກ່າວຫາວ່າ ທັງເນໂຕ້ ແລະອັຟການີສຖານ ຫາທາງແກ້ຕົວຫລາຍກວ່າ.
ເບິ່ງວີດີໂອລາຍງານ ປາກິສຖານປະກາດຂ້ວມບາດກອງປະຊຸມກ່ຽວກັບອັຟການິສຖານ: