ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປາກິສຖານ ດຳເນີນແຜນການ ສ້າງຮົ້ວ ລະຫວ່າງ ເຂດຊາຍແດນ ຕິດກັບປະເທດ ອັຟການິສຖານ


ທະຫານ ປາກິສຖານ ຢືນຍາມຢູ່ຮົ້ວໄຟຟ້າທີ່ຫາກໍຖືກສ້າງ
ຂຶ້ນມາໃໝ່ໆ ລະຫວ່າງປະເທດ ປາກິສຖານ ກັບ ອັຟການິສ
ຖານ, ເມືອງ ອັງກໍ ແອັດດາ, ປະເທດ ປາກິສຖານ. 18 ຕຸລາ, 2017.
ທະຫານ ປາກິສຖານ ຢືນຍາມຢູ່ຮົ້ວໄຟຟ້າທີ່ຫາກໍຖືກສ້າງ ຂຶ້ນມາໃໝ່ໆ ລະຫວ່າງປະເທດ ປາກິສຖານ ກັບ ອັຟການິສ ຖານ, ເມືອງ ອັງກໍ ແອັດດາ, ປະເທດ ປາກິສຖານ. 18 ຕຸລາ, 2017.

ລັດຖະບານ ປາກິສຖານ ເວົ້າວ່າ 92 ເປີເຊັນ ຂອງເຂດຊາຍແດນເປີດ 2,611 ກິໂລ
ແມັດທີ່ຕິດກັບປະເທດ ອັຟການິສຖານ ຈະຖືກກີດກັ້ນ ດ້ວຍຮົ້ວໃນທ້າຍປີ 2018,
ດ້ວຍຄວາມຫວັງວ່າ ການປະຕິບັດການຝ່າຍດຽວຈະແກ້ໄຂບັນຫາການຕຳໜິ ກ່ຽວ
ກັບ ການໂຈມຕີໂດຍພວກຫົວຮຸນແຮງຢ່າງມີປະສິດທິຜົນ.

ການປະຕິບັດການກໍ່ສ້າງ ນຳໜ້າໂດຍກອງທັບ ໄດ້ເລີ່ມຂຶ້ນໃນຕົ້ນປີນີ້. ເຂົາເຈົ້າໄດ້
ເລີ່ມສ້າງຮົ້ວໃນບາງພາກສ່ວນຂອງເຂດຊາຍແດນໄດ້ປະມານ 150 ກິໂລແມັດແລ້ວ
ເຊິ່ງຖືກລະບຸວ່າ “ເປັນເຂດທີ່ມັກຈະ” ຖືກພວກກໍ່ການຮ້າຍເດີນທາງຜ່ານ.

ຮົ້ວຕາໜ່າງເຫຼັກສອງຊັ້ນສູງເກືອບສາມແມັດ, ຫ່າງກັນປະມານ 2 ແມັດ ແລະ ຕິດ
ໜາມໝາກຈັບຢູ່ທາງເທິງ, ໄດ້ຕິດຕັ້ງຢູ່ເທິງພື້ນດິນ ແລະ ພູສູງເຖິງ 3,600 ແມັດທີ່
ປົກຫຸ້ມດ້ວຍຫິມະ. ບັນດາເຈົ້າໜ້າທີ່ ຄາດວ່າໂຄງການດັ່ງກ່າວ ຈະມີຄ່າໃຊ້ຈ່າຍປະ
ມານ 550 ລ້ານໂດລາ.

ນາຍພົນ ອາຊິຟ ກາຟົວ ໄດ້ກ່າວຕໍ່ວີໂອເອວ່າ “ເປົ້າໝາຍຂອງພວກເຮົາແມ່ນໃຫ້
ສ້າງຮົ້ວ ໃຫ້ສຳເລັດໃນທ້າຍປີ 2018.” ທ່ານໄດ້ອະທິບາຍ ວ່າ ແຜນການດັ່ງກ່າວ ມີ
ຈຸດປະສົງທີ່ຈະປົກຄຸມທັງໝົດຂອງເຂດຊາຍແດນ ຂອງ ອັຟການິສຖານ ເນື້ອທີ່
2,400 ກິໂລແມັດ ຍ້ອນວ່າ ທີ່ຍັງເຫຼືອນັ້ນ ແມ່ນບໍ່ມີຄວາມເປັນໄປໄດ້ວ່າຈະສາມາດ
ສ້າງຮົ້ວໃສ່ໄດ້.

ນອກຈາກການສ້າງດ່ານຊັ້ນນອກແລ້ວ, ຄ້າຍທະຫານນ້ອຍກໍຈະຖືກ ສ້າງຂຶ້ນເຊັ່ນກັນ
ແລະ ຕິດຕັ້ງດ້ວຍອຸດປະກອນກວດກາທີ່ມີເທັກໂນ ໂລຈີລະດັບສູງ ເພື່ອເຮັດໃຫ້ບັນ
ດາທະຫານສາມາດຕິດຕາມ ແລະ ຈັບການບຸກລຸກໃນທັນທີທັນໃດ.

ທ່ານ ກາຟົວ ໄດ້ກ່າວວ່າ “ແລະ ໂດຍສະເລ່ຍແລ້ວ, ທຸກໆ 1.5 ຫາ ສອງກິໂລແມັດ
ຈະມີທະຫານຂອງພວກເຮົາປາກົດຕົວຢູ່.” ທ່ານ ໄດ້ກ່າວເພີ່ມເຕີມວ່າ ກອງທັບ ກໍຍັງ
ໄດ້ເກນເອົາທະຫານໃໝ່ຫຼາຍສິບ ພັນຄົນເພື່ອຕ້ານຢັນການກະທຳຈະລາກຳ.

ອັຟການິສຖານ ໄດ້ຄັດຄ້ານຕໍ່ໂຄງການຮົ້ວນັ້ນ ເພາະວ່າຕາມປະຫວັດສາດແລ້ວ ເຂົາ
ເຈົ້າໄດ້ໂຕ້ແຍ້ງຕໍ່ການຕັ້ງເຂດຊາຍແດນ ໃນສະໄໝການຕົກເປັນຫົວເມືອງຂຶ້ນຂອງ
ອັງກິດ ໃນປີ 1893. ລັດຖະບານ ກາບູລ ໄດ້ຢືນຢັນວ່າ ສິ່ງກິີດຂວາງດັ່ງກ່າວ ຈະຍິ່ງ
ເພີ່ມບັນຫາໃຫ້ບັນດາຄອບຄົວທີ່ຖືກແຍກຈາກັນຂອງທັງສອງຝ່າຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG