ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໒ ມີນາ ໒໐໒໓

ປາກິສຖານ ໃຫ້ການຊ່ວຍເຫຼືອ ຢ່າງເຕັມທີ່ ແກ່ຜູ້ເຄາະຮ້າຍ ແຜ່ນດິນໄຫວ


ບັນດາແມ່ຍິງ ອັຟການິສຖານ ພາກັນຢ່າງໄປຫາເຮືອນ ທີ່ເພພັງ ຍ້ອນແຜ່ນດິນໄຫວ ທີ່ນະຄອນ Kabul ປເທດ Afghanistan ວັນຈັນ ທີ 26 ເດືອນຕຸລາ, 2015.

ນາຍົກລັດຖະມົນຕີ ປາ​ກິ​ສຖານ ທ່ານ Nawaz Sharif ກ່າວ​
ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ລັດຖະບານ​ຂອງທ່ານຈະ​ພະຍາຍາມ​ທຸກ
​ວິທີ​ທາງ​ເພື່ອ​ໃຫ້​ການ​ຊ່ວຍ​ເຫລືອ ​ແກ່ບັນດາ​ຜູ້​ໄດ້​ຮັບຜົນ​ກະທົບ
ຈາກ​ແຜ່ນດິນ​ໄຫວ ​ທີ່​ມີ​ຄວາມ​ແຮງ 7.5 ຣິກ​ເຕີ້​ໃນ​ວັນ​ຈັນ​ວານ
​ນີ້​ ​ແລະ​ຈະ​ປະກາດກ່ຽວ​ກັບ​ກາ​ນບັນ​ເທົາ​ທຸກ ຫລັງ​ຈາກ​ພວກ​
ເຈົ້າ​ໜ້າ​ທີ່ ​ໄດ້​ຊັ່ງ​ຊາ​ເບິ່ງເປັນ​ທີ່​ຮຽບຮ້ອຍ​ແລ້ວ.

ທ່ານ Sharif ​ໄດ້​ຈັດ​ກອງ​ປະຊຸມ​ເຈົ້າໜ້າ​ທີ່ລະ​ດັບ​ສູງ ​ເພື່ອ​ຮັບ​
ຟັງ​ລາຍ​ງານ​ກ່ຽວກັບຄວາມ​ເສຍ​ຫາຍ ​ແລ​ະ​ການ​ຊ່ວຍ​ເຫລືອ
ນັບ​ແຕ່​ໄດ້​ເກີດ​ແຜ່ນດິນ​ໄຫວ​ທີ່​ແຂວງ Badakhshan ທາງ
ພາກ​ເໜືອຂອງ​ອັຟກາ​ນິສຖານ ທີ່​ມີປະຊາຊົນ​ອາ​ໄສຢູ່ ບໍ່ຫຼາຍນັ້ນ.

Aid Delivery to Afghanistan Earthquake Victims
please wait

No media source currently available

0:00 0:00:24 0:00

ທັງ​ສອງ​ລັດຖະບານ ​ໄດ້​ລາຍ​ງານ​ວ່າ ມີ​ຜູ້​ເສຍ​ຊີວິດ​ທັງ​ໝົດ 306 ຄົນ ​ແລະ 1,900 ຄົນ​
ໄ​ດ້ຮັບ​ບາດ​ເຈັບ.

ຈຳນວນຜູ້ເສຍ​ຊີວິດ​ແມ່ນ​ຮ້າຍ​ແຮງຢູ່​ໃນ​ແຂວງ Khyber Pakhtunkhwa ທາງ ພາກ​ຕາ
​ເວັນ​ຕົກ​ສຽງເໜືອ​ຂອງປາ​ກິ​ສຖານ ບ່ອນ​ທີ່​ພວກ​ເຈົ້າ​ໜ້າ​ທີ່​ໄດ້​ຢືນຢັນ​ວ່າ ຢ່າງ​ໜ້ອຍ 185
ຄົນ​ໄດ້​ເສຍ​ຊີວິດ ​ແລະ​ຫລາຍ​ກວ່າ 1,450 ຄົນ ​ໄດ້​ຮັບ​ບາດ​ເຈັບ. ອີກ 30 ຄົນ​ໄດ້​ເສຍ​ຊີ
ວິດ​ຢູ່​ໃນເຂດ​ຊົນ​ເຜົ່າ​ຂອງ​ປະ​ເທດ.

ທະຫານ​ປາ​ກິ​ສຖານ ​ແລະ​ບັນດາອົງການຊ່ວຍ​ເຫລືອ​ພົນລະ​ເຮືອນ ​ຍັງ​ສືບ​ຕໍ່​ໃຫ້ການ
ຊ່ວຍເຫລືອ ​ໃນ​ວັນ​ອັງຄານ​ມື້​ນີ້ ​ໂດຍ​ການ​ສົ່ງ​ເຮືອບິນ​ເຮ​ລິ​ຄອບ​ເຕີ ຜ້າ​ເຕັ້ນ ຜ້າ​ຫົ່ມ​ ​
ແລະອາ​ຫານ ​ໄປ​ສູ່​ເຂດ​ທີ່ໄດ້​ຮັບ​ຜົນ​ກະທົບ​ຈາກ​ແຜ່ນດິນ​ໄຫວ.

ຫົວໜ້າ​ບໍລິຫານ ອັຟກາ​ນິສຖານ ທ່ານ Abdullah Abdullah ​ໄດ້​ລາຍ​ງານ​ໃນ​ວັນ​ອັງ
ຄານມື້​ນີ້​ວ່າ 76 ຄົນ​ໄດ້​ເສຍ​ຊີວິດ ຢູ່​ໃນ​ອັຟການິສຖານ ພ້ອ​ມດ້ວຍ 268 ຄົນ ​ໄດ້​ຮັບ​ບາດ​ເຈັບ. ທ່ານ​ກ່າວ​ວ່າ ຈຳນວນ​ດັ່ງກ່າ​ວອາດຈະ​ເພີ້​ມຂື້ນຕື່ມ.

ພວກ​ທີ່​ຕາຍ​ໃນອັຟກາ​ນິສຖານ ​ແມ່ນຮວມທັງເດັກ​ນັກຮຽນ​ຍິງ 12 ຄົນ ທີ​ໄດ້​ເສຍຊີວິດ​ຈາກ​ການ​ຢຽບກັນ​ຕາຍ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ພາກັນ​ແລ່ນອອກ​ຈາກ​ຕຶກ ທີ່​ສັ່ນ​ສະ​ເທືອນ ​ໃນແຂວງ​ Takhar.

ຜູ້​ເຫັນ​ເຫດການ​ຄົນ​ນຶ່ງ ຢູ່ເມືອງ Jalalabad ກ່າວ​ຕໍ່ ວີ​ໂອ​ເອ ວ່າ ​ແຜ່ນ​ດິນ​ໄຫວ​ໄດ້​ເຮັດ​ໃຫ້ຜູ້​ຄົນ​ພາກັນ​ແລ່ນ​ຊອກ​ຫາ​ບ່ອນ​ກຳ​ບັງ.

ລາວ​ກ່າວ​ວ່າ “ພວກ​ເຮົາ​ບໍ່​ເຄີຍ​ເຫັນ​ແຜ່ນດິນ​ໄຫວ​ທີ່​ຮ້າ​ຍ​ແຮງ​ແບບນີ້. ຂ້າພະ​ເຈົ້າຍັງ​ນອນ​ຢູ່ ​ເວລາ ຂ້າພະ​ເຈົ້າ ຮູ້ສຶກແຜ່ນດິນສັ່ນ​ສະ​ເທືອ​ນ. ຂ້າພະ​ເຈົ້າ ​ແລ່ນ​ອອກໄປ​ທາງ​ນອກ ເພື່ອ​ຄວາມ​ປອດ​ໄພ.”

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG