ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຸ່ມຕາລີບານ ໃນອັຟການິສຖານ ສົ່ງຜູ້ແທນ ໄປປາກິສຖານ


ນັກລົບຂອງກຸ່ມຕາລີບານ ໃນອັຟການິສຖານ ມອບອາວຸດ ໃຫ້ເຈົ້າໜ້າທີ່ອັຟການິສຖານ ທີ່ເມືອງ Jalalabad ໃນພາກຕາເວັນອອກ ຂອງນະຄອນຫຼວງກາບູລ.
ນັກລົບຂອງກຸ່ມຕາລີບານ ໃນອັຟການິສຖານ ມອບອາວຸດ ໃຫ້ເຈົ້າໜ້າທີ່ອັຟການິສຖານ ທີ່ເມືອງ Jalalabad ໃນພາກຕາເວັນອອກ ຂອງນະຄອນຫຼວງກາບູລ.

ຜູ້​ແທນ​ຂອງ​ພວກ​ກະບົດ​ຕາ​ລີ​ບານ​ໃນ​ອັຟກາ​ນິສຖານ​ຈຸ​ນຶ່ງ ​ໄດ້​ເດີນທາງ​ຈາກ​ກາຕ້າ​ໄປ​ ຍັງ​ປາ​ກິ​ສຖານ ​ເພື່ອ​ເຈລະ​ຈາ​ກັບ​ພວກ​ເຈົ້າໜ້າ​ທີ່ ກ່ຽວ​ກັບ​ຫຼາຍໆ​ບັນຫາ ຮວມທັງ​ການ ​ຈັບ​ກຸມ​ພວກ​ຜູ້ນຳ​ກະບົດ​ບາງ​ຄົນ ການ​ປິດ​ບ່ອນ​ຝຶກ​ແອບ​ທາງດ້ານ​ສາສະໜາ​ຈຳນວນ​ນຶ່ງ​ໃຫ້​ແກ່​ພວກ​ອົບ​ພະຍົບອັຟກາ​ນິສຖານ ​ແລະ​ບັນຫາຕ່າງໆ​ທີ່​ພວມປະ​ເຊີນ​ໜ້າ​ກັບ​ປະຊາ​ຄົມ​ອົບ​ພະຍົບ​ຢູ່​ໃນ​ປະ​ເທດ​ເພື່ອນ​ບ້ານ.

​ເຈົ້າໜ້າ​ທີ່​ອະ​ວຸ​ໂສຄົນ​ນຶ່ງ ​ຂອງ​ກຸ່ມ​ຕາ​ລີ​ບານ​ ທີ່​ຂໍ​ສະຫງວນ​ຊື່ ກ່າວ​ຕໍ່​ວີ​ໂອ​ເອວ່າ ຄະນະ ​ຜູ້ແທນ 3 ຄົນ​ໄດ້​ຖືກ​ສົ່ງ​ໄປ​ນະຄອນ​ອິສລາມາ​ບັດ ຈາກ​ສຳນັກງານ​ໃຫຍ່ ທາງ​ດ້ານ​ການ​ເມືອງ​ຂອງ​ຕົນ​ທີ່​ນະຄອນຫຼວງ​ໂດ​ຮ້າ ປະ​ເທດ​ກາ​ຕ້າເພື່ອ​ສະ​ແດງ​ຄວາມວິຕົກ​ກັງ​ວົນ​ແລະ ຊອກ​ຫາ​ຂໍ້​ມູນ​ກ່ຽວ​ກັບ​ວ່າ ​ແມ່ນ​ຫຍັງ​ທີ່​ພາ​ໃຫ້​ມີ​ການ​ຈັບ​ກຸມ​ສະມາຊິກ​ຂອງ​ກຸ່ມ​ຕາ​ລີ​ບານ​ ທີ່​ນັ້ນ.

ຫ້ອງການຂອງກຸ່ມຕາລີບານ ທີ່ນະຄອນໂດຮ້າ ປະເທດກາຕ້າ
ຫ້ອງການຂອງກຸ່ມຕາລີບານ ທີ່ນະຄອນໂດຮ້າ ປະເທດກາຕ້າ

ໂຄສົກ​ຄົນ​ສຳຄັນ​ຂອງ​ກຸ່ມ​ຕາ​ລີ​ບານ ທ່ານ Zabihullah Mujahid ​ໃນ​ຂະນະ​ທີ່​ໃຫ້ການ​ຢືນຢັນຕໍ່​ວີ​ໂອ​ເອ ​ກ່ຽວ​ກັບ​ການ​ເດີນທາງໄປ​ເຖິງ ຂອງ​ຄະນະ​ຜູ້​ແທນ​ຕາ​ລີ​ບານ​ ຢູ່​ປາ​ກິ​ສ ຖານກ່າວ​ວ່າ ​ຕົນ​ໄດ້​ທຳ​ການ​ພົວພັນ​ເປັນ​ປະຈຳ ​ກັບປະ​ເທດຕ່າງໆ ທີ່​ອັຟກາ​ນິສຖານ​ມີ​ຄວາມ​ສຳພັນ​ທາງ​ດ້ານ​ການ​ທູດ​ນຳ.

ທ່ານ Mujahid ຢືນ​ຢັດ​ວ່າ “ພວກ​ຜູ້​ແທນ​ຈາກ​ກາຕ້າ​ ເດີນທາງ​ໄປ​ປາ​ກິ​ສຖານ ​ເພື່ອ​ໂອ້​ ລົມ​ກັບ​ພວກ​ເຈົ້າໜ້າ​ທີ່ຢູ່​ທີ່​ນັ້ນກ່ຽວ​ກັບ​ບັນຫາ​ຕ່າງໆ​ທີ່​ພວມ​ປະ​ເຊີນ​ໜ້າກັບ​ພວກ​ອົບ​ພະ ຍົບອັຟກາ​ນິສຖານ ການ​ຈັບ​ກຸມ ການ​ຂັບ​ໄລ່​ອອກ​ຈາກ​ບ່ອນຢູ່ ​ແລະ​ການ​ຜັກ​ດັນ​ໃຫ້​ກັບ​ຄືນ​ປະ​ເທດ.” ທ່ານ​ກ່າວ​ວ່າ ບໍ່​ມີ​ການ​ຫາລືໃດໆ​ ກ່ຽວ​ກັບ​ບັນຫາ​ທາງ​ດ້ານ​ການ​ເມືອງ ​ຫຼື ການ​ເຈລະຈາ​ສັນຕິພາບ​ ກັບ​ລັດຖະບານອັຟການິສຖານ.

​ໂຄສົກ​ໄດ້​ປະ​ຕິ​ເສດວ່າ​ ບໍ່​ເປັນຄວາມ​ຈິງ ຕໍ່ລາຍ​ງານ​ຂ່າວ​ທີ່​ວ່າ ​ການ​ຢ້ຽມຢາມ​ໃນ​ຄັ້ງນີ້​ ແມ່ນ​ເພື່ອ​ແຈ້ງ​ໃຫ້​ເຈົ້າໜ້າ​ທີ່​ປາ​ກິ​ສຖານ​ຊາບກ່ຽວ​ກັບ​ການ​ປະຊຸມ​ລັບ​ເມື່ອ​ໄວໆ​ມານີ້ລະ ຫວ່າງພວກ​ຕາ​ລີ​ບານ​ແລະ​ເຈົ້າໜ້າ​ທີ່​ອັຟກາ​ນິສຖານ​ທີ່​ນະຄອນ​ໂດຮ້າ.

ຄະນະ​ຜູ້​ແທນ​ຕາ​ລີ​ບານ​ແມ່ນ​ປະກອບ​ດ້ວຍ ອະດີດ​ລັດຖະມົນຕີ​ທີ່​ຖືກ​ໂຄ່ນ​ລົ້ມ 2 ທ່ານ​ຂອງ​ລັດຖະບານຕາ​ລີ​ບານ ຄື Muallah Jan Muhammad Madani ​ແລະ Mullah Abdul Salam ພ້ອມ​ກັບ​ອະດີດ​ເອກ​ອັກຄະ​ລັດຖະທູດ​ປະຈຳ​ປາກິ​ສຖານ ທ່ານ Maulvi Shahabudding Dilawar. ບຸກຄົນ​ທັງ​ສາມ​ແມ່ນພິຈາລະຈາ​ກັນ​ວ່າ ​ເປັນ​ຜູ້​ມີ​ອິດ​ທິພົນ ​ແລະ​ເປັນ​ທີ່ໄດ້ຮັບການ​ເຄົາລົບ​ພາຍ​ໃນ​ກຸ່ມ​ກະບົດ​ດັ່ງກ່າວ.

​ເຈົ້າໜ້າ​ທີ່ປາ​ກິ​ສຖານ​ຍັງ​ບໍ່​ທັນ​ໃຫ້​ຄວາມ​ເຫັນໃດໆ​ກ່ຽວ​ກັບ​ການ​ຢ້ຽມຢາມ​ຄັ້ງນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG