ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຮຽນຍິງ ນາງ Malala ທີ່ຖືກພວກທາລິບານ ລອບສັງຫານ ໄດ້ຮັບລາງວັນ ສັນຕິພາບ (ວີດີໂອ)


ນາງ Malala Yousafzai ຍົກ ລາງວັນສັນຕິພາບຂອງເດັກ ທີ່ລາວໄດ້ຮັບ ຂຶ້ນໂອ້ອວດ.
ນາງ Malala Yousafzai ຍົກ ລາງວັນສັນຕິພາບຂອງເດັກ ທີ່ລາວໄດ້ຮັບ ຂຶ້ນໂອ້ອວດ.
ນັກຮຽນ​ຍິງ ປາ​ກິ​ສຖານ ນາງ Malala Yousafzai ຜູ້ທີ່ລອດ
ຊີວິດຈາກການພະຍາຍາມລອບສັງຫານ​ໂດຍ ພວກກໍ່ການ
ຮ້າຍທາລິບານ ​ເມື່ອປີກາຍນີ້ ໄດ້ຮັບລາງ ວັນສັນຕິພາບຂອງ
ພວກເດັກນ້ອຍ ສໍາລັບ​ວຽກງານ​ຂອງ​ນາງໃນການສົ່ງເສີມການ
ສຶກສາສໍາລັບເດັກຍິງ ຢູ່ໃນບ້ານເກີດເມືອງນອນຂອງລາວ.

ນາງ Malala ອາຍຸ 16 ປີ ໄດ້ຮັບມອບລາງວັນດັ່ງກ່າວ ຢູ່ໃນ
ຫ້ອງກຽດຕິຍົດ KnightHall ທີ່ກຸງ Hague ໂດຍ ທ່ານ
Tawakhol Karman ຊາວເຢເມນ ທີ່ໄດ້ຮັບລາງວັນໂນແບລ
ຂະແໜງສັນຕິພາບ.

ນາງ Malala ໄດ້ກ່າວ​ເຖິງບັນດາພໍ່ແມ່ຜູ້ປົກຄອງ ຜູ້ທີ່​ໄດ້​ເອົາ
​ຊະນະ ຄວາມຢ້ານກົວ ແລະ​ການ​ນາບຂູ່ ຫລືການ​ຂັດ​ຄ້ານທາງວັດທະນະ​ທໍາ ເພື່ອໃຫ້ ໂອກາດແກ່ລູກຊາຍ ແລະລູກສາວຂອງເຂົາເຈົ້າ ໄດ້ຮັບການສຶກສານັ້ນ.

ນາງໄດ້ກ່າວອີກວ່າ ນາງຮັບເອົາລາງວັນນີ້ ​ໃນ​ນາມ​ຂອງບັນດາເດັກນ້ອຍທັງໝົດຢູ່ໃນໂລກ
ຜູ້ທີ່ພະຍາຍາມ​ໃຫ້​ໄດ້ໄປໂຮງຮຽນ.

ນາງ Malala ​ເວົ້າວ່າ: “ຢູ່ໃນບ້ານເມືອງຂອງຂ້າພະເຈົ້າ ປາກິສຖານນັ້ນ ພວກກໍ່ການ
ຮ້າຍໃຊ້ວິທີ​ການ​ສ້າງ​ຄວາມ ຢ້ານກົວ ເພື່ອພະຍາຍາມຢຸດແລະກິດກັ້ນ ບໍ່ໃຫ້ເດັກນ້ອຍ
ຜູ້ຍິງ​ໄດ້ໄປໂຮງຮຽນ. ຂ້າພະເຈົ້າເປັນພຽງເປົ້າໝາຍຄົນ ນຶ່ງ ຂອງຄວາມຮຸນແຮງຂອງ
ພວກເຂົາ. ຍັງມີອີກຫລາຍຄົນ ອີກຫລາຍໆຄົນ ທີ່ບໍ່ຮູ້ຊື່ຂອງເຂົາເຈົ້າ. ​ແມ່ນເພື່ອ ພວກ
ເຂົາເຈົ້າ​ເຫລົ່າ​ນັ້ນ ທີ່ພວກເຮົາຕ້ອງສືບ​ຕໍ່ດໍາເນີນ ການປຸກລະດົມ ​ເພື່ອໃຫ້ການຄໍ້າປະ
ກັນວ່າ ພວກເດັກ ນ້ອຍທັງໝົດ ຢູ່​ໃນທົ່ວໂລກ ມີໂອກາດ ມີຊ່ອງທາງ ແລະມີສິດ​ໄດ້ໄປ
ໂຮງຮຽນ.”

ນາງ Malala ມີອາຍຸໄດ້ 15 ປີ ​ໃນເວລາທີ່ລາວ ກັບໝູ່ ສອງຄົນໄດ້ຖືກໂຈມຕີໃນຂະ
ນະທີ່ພາກັນຍ່າງກັບບ້ານ ຈາກໂຮງຮຽນ ຢູ່ໃນ​ເຂດຮ່ອມພູ Swat ຂອງປາກິສຖານ.

ນາງໄດ້ລອດຊີວິດຈາກບາດ​ແຜ​ທີ່ຖືກຍິງໃສ່ຫົວ ແລະ ປັດຈຸບັນນີ້ ເຂົ້າໂຮງຮຽນຢູ່ປະ
ເທດອັງກິດ ຫລັງຈາກໄດ້ຖືກ​ພາ​ໄປປິ່ນປົວຢູ່​ທີ່​ນັ້ນ.

Pakistan
please wait
Embed

No media source currently available

0:00 0:01:12 0:00

Pakistani schoolgirl Malala Yousafzai, who survived a Taliban assassination attempt last year, has been awarded the Children's Peace Prize for her work promoting education for girls in her homeland.

The 16-year-old was presented with the prize in the Knights' Hall in The Hague, by Yemeni Nobel Peace Prize laureate Tawakkol Karman.

Yousafzai spoke of parents who are overcoming fear and intimidation, or cultural opposition, to give their sons and daughters the chance of an education.

She said she accepted the prize on behalf of all of the children in the world who are trying to go to school.

Malala Yousafzai, education activist:

"In my home country, Pakistan, the terrorists use terror to try and stop girls going to school. I was just one target for their violence. There are many others, there are many others whose names are not known. It is for them that we must continue our campaign to ensure that all children, all around the world, have the chance, have the access and have the right to go to school."

Malala was 15 when she and two of her friends were attacked on their way home from school in Pakistan's northwest Swat Valley.

She survived a gunshot wound to her head and now attends school in England after being flown there for treatment.
XS
SM
MD
LG