ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາກິສຖານ ກ່າວຫາ ອິນເດຍ ວ່າວາງແຜນ ຕໍ່ຕ້ານ ການຮ່ວມມືຂອງຕົນກັບ ຈີນ


ບັນດາແຂກຜູ້ມີກຽດເຂົ້າຮ່ວມໃນພິທີເປີດທ່າເຮືອທະເລເລິກໃນ ທະເລ Arabian, ພາກຕາເວັນຕົກຂອງເມືອງ Karachi, 20 ມີນາ, 2007
ບັນດາແຂກຜູ້ມີກຽດເຂົ້າຮ່ວມໃນພິທີເປີດທ່າເຮືອທະເລເລິກໃນ ທະເລ Arabian, ພາກຕາເວັນຕົກຂອງເມືອງ Karachi, 20 ມີນາ, 2007

ໃນວັນອັງຄານວານນີ້ ຫົວໜ້າທະຫານຂອງ ປາກິສຖານ ໄດ້ກ່າວຫາອົງການສືບລັບຂອງ ອິນເດຍ ວ່າວາງແຜນສົ່ງເສີມການທຳລາຍ ຂໍ້ຕົກລົງຮ່ວມມືເສດຖະກິດຫຼາຍຕື້ໂດລາຂອງ ປາກິສຖານ ກັບ ຈີນ ທີ່ໄດ້ເປີດຕົວຂຶ້ນເມື່ອບໍ່ດົນມານີ້.

ຫົວໜ້າທະຫານບົກ ນາຍພົນ Raheel Sharif ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວທີ່ ເມືອງທ່າເຮືອ Gwadar ວ່າ “ຂ້າພະເຈົ້າຕ້ອງຂໍເນັ້ນຢ້ຳວ່າປະເທດ ອິນເດຍ, ເພື່ອນ ບ້ານທີ່ຢູ່ໃກ້ຄຽງກັບພວກເຮົາທີ່ສຸດ, ໄດ້ທ້າທາຍການລິເລີ່ມວິວັດທະນາການນີ້ຢ່າງ ເປີດເຜີຍ.”

ທ່າເຮືອທີ່ຖືກສ້າງຂຶ້ນໃໝ່ໃນແຂວງ Baluchistan ທາງພາກຕາເວັນຕົກສຽງໃຕ້ຂອງປະ ເທດ ແມ່ນສູນກາງທີ່ເອີ້ນວ່າ ເສັ້ນທາງແຫ່ງເສດຖະກິດລະຫວ່າງ ຈີນ ກັບ ປາກິສຖານ, ຫຼື CPEC, ເຊິ່ງມີສ່ວນປະກອບຂອງທາງລົດໄຟ, ທາງດ່ວນຫຼາຍສາຍ, ທໍ່ສົ່ງນ້ຳມັນ ແລະ ໂຮງງານໄຟຟ້າ ເຊິ່ງຄາດວ່າຈະມີມູນຄ່າ 46 ຕື້ໂດລານັ້ນ.

ນາຍພົນ Raheel ກ່າວວ່າ “ອົງການສືບລັບທີ່ມຸ່ງຮ້າຍຕ່າງໆ” ດັ່ງກ່າວ ໄດ້ຄັດຄ້ານຕໍ່ ໂຄງການທີ່ຍິ່ງໃຫຍ່ນີ້, ແຕ່ວ່າ ປາກິສຖານ ແມ່ນໄດ້ມີຄວາມມຸ່ງໝັ້ນຕໍ່ໂຄງການ ແລະ ການ ພັດທະນາເສັ້ນທາງ CPEC, ເຊື່ອມຕໍ່ ຈີນ ໄປສູ່ທະເລ Arabian.

ທ່ານນາຍພົນໄດ້ຢືນຢັນວ່າ “ຂ້າພະເຈົ້າຢາກຂໍກ່າວອ້າງພິເສດເຖິງອົງການສືບລັບ ຝ່າຍ ຄົ້ນຄວ້າ ແລະ ການວິເຄາະຂອງ ອິນເດຍ ຫຼື RAW ວ່າໄດ້ມີສ່ວນຮ່ວມຢ່າງຊັດເຈນ ໃນ ການເຮັດໃຫ້ປະເທດ ປາກິສຖານ ບໍ່ມີຄວາມໝັ້ນຄົງ.

ປາກິສຖານ ໄດ້ກ່າວຫາ ອິນເດຍ ມາດົນນານແລ້ວ ກ່ຽວກັບ ການຝຶກຊ້ອມ ແລະ ໃຫ້ທຶນ ຊ່ວຍເຫຼືອແກ່ພວກຫົວຮຸນແຮງແບ່ງແຍກດິນແດນ ທຳການກໍ່ການຮ້າຍໃນລະດັບທີ່ຕ່ຳຢູ່ ໃນເມືອງ Baluchistan.

XS
SM
MD
LG