ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກເຄື່ອນໄຫວ ເພື່ອສິດທິ 4 ທ່ານ ທີ່ຖືກ ລັກພາຕົວໄປ ໄດ້ກັບຄືນສູ່ບ້ານເຮືອນແລ້ວ

ບັນດານັກຂ່າວຂອງປາກິສຖານ ແລະ ພວກພົນລະເມືອງ ໃນທ້ອງຖິ່ນ ເຕົ້າໂຮມກັນຢູ່ເຮືອນ ຂອງທ່ານ Salman Haider, ອາຈານສອນຢູ່ທີ່ມະຫາວິທະຍາໄລ ແລະ ບັນດານັກເຄື່ອນໄຫວເພື່ອສິດທິ, ຫຼັງຈາກຂ່າວຄາວ ຂອງການກັບຄືນມາ ຂອງທ່ານ, ໃນນະຄອນຫຼວງ Islamabad, ປາກິສຖານ, ວັນທີ 28 ມັງກອນ 2017.

ພວກປ້ອງກັນສິດທິແລະນັກຂຽນຂ່າວລົງ ຄອມພິວເຕີ້ ປາກິສຖານ 4 ຄົນ ໃນຈຳນວນ
5 ຄົນ ທີ່ຫາຍສາບສູນໄປຢ່າງເລິກລັບ ຈາກຫຼາຍໆເມືອງ ໃນຕົ້ນເດືອນນີ້ ໄດ້ກັບຄືນ ບ້ານເຮືອນແລ້ວ.

ທັງຕຳຫຼວດ ພວກຍາດພີ່ນນ້ອງ ແລະແຫຼ່ງຂ່າວຕ່າງໆ ໄດ້ພາກັນຢືນຢັນ ໃນວັນເສົາ ວານນີ້ວ່າ ຊາລມັນ ຮາຍເດີ້ຜູ້ປົກປ້ອງສິດທິ ໄດ້ກັບຄືນສູ່ຄອບຄົວຂອງລາວແລ້ວ.

ພວກນັກເຄື່ອນໄຫວເພື່ອສິດທິມະນຸດ ຖືຮູ້ພາບ ຂອງທ່ານ Salman Haider, ຜູ້ທີ່ໄດ້ຫາຍສາບສູນໄປ ໃນລະຫວ່າງ ການເດີນຂະບວນປະທ້ວງ ເພື່ອປະນາມ ການຫາຍສາບສຸນໄປ ຂອງບັນດານັກເຄື່ອນໄຫວດ້ານສັງຄົມ ໃນນະຄອນ Karachi, ຂອງປາກິສຖານ, ວັນທີ 19 ມັງກອນ 2017.

“ລາວມີສຸຂະພາບດີ ແລະປອດໄພ” ສະມາຊິກຄອບຄົວຂອງລາວເວົ້າທັງປະຕິເສດ ທີ່ຈະໃຫ້ຄຳເຫັນໃດໆຕື່ມ ກ່ຽວກັບວ່າ ລາວຖືກນຳເອົາໄປຢູ່ໃສ ແລະດ້ວຍສາເຫດໃດ ຈຶ່ງຖືກລັກພາຕົວໄປ.

ຮາຍເດີ້ທີ່ເປັນນັກກະວີ ແລະອາຈານສອນ ຢູ່ມະຫາວິທະຍາໄລ ກຳລັງເດີນທາງກັບ
ບ້ານ ໃນຕອນເດິກ ວັນທີ 6 ມັງກອນ ເວລາພວກຄົນທີ່ບໍ່ຮູ້ວ່າແມ່ນໃຜ ຢຸດຣົດລາວ ຢູ່ຂ້າງນອກ ນະຄອນຫຼວງ ອິສລາມາບັດ ແລ້ວພາລາວໜີໄປ.

ນອກນັ້ນ ພວກນັກເຄື່ອນໄຫວ ທີ່ໄດ້ຫາຍໂຕໄປອີກ 3 ຄົນ ຄື ອາເມັດ ນາເຊຍ
ອາຊິມ ຊາຢີດ ແລະ ວາກາສ ໂກຣາຢາ ກໍໄດ້ຖືກປ່ອຍ ກັບຄືນຫາຄອບຄົວ ຂອງ
ເຂົາເຈົ້າ ເຊັ່ນກັນ. ພວກເຂົາເຈົ້າໄດ້ຖືກລັກເອົາໂຕໄປ ຈາກຂ້າງໃນ ແລະອ້ອມ
ແອ້ມ ນະຄອນ ລາຮໍ ທາງພາກຕາເວັນອອກຂອງປະເທດ ພາຍໃນສັບປະດາ
ທຳອິດ ຂອງເດືອນມັງກອນ.

ທັງສະມາຊິກຄອບຄົວແລະພວກເຈົ້າໜ້າທີ່ ຍັງບໍ່ທັນມີຜູ້ໃດພ້ອມ ທີ່ຈະໃຫ້ການ
ຢືນຢັນ ກ່ຽວກັບລາຍງານການປ່ອຍໂຕພວກສາມຄົນນີ້ເທື່ອ.

ການປ່ອຍໂຕ ຮາຍເດີ້ ຫຼັງຈາກຫາຍໂຕໄປຢ່າງເລິກລັບເປັນເວລາຫຼາຍອາທິດ
ແລ້ວ ໄດ້ກາຍເປັນຄຳຖາມຂຶ້ນມາ ຫຼາຍກວ່າ ຈະມີຄຳຕອບ ເມື່ອອີງຕາມຄຳເວົ້າ ຂອງພວກນັກເຄື່ອນໄຫວ ດ້ານສັງຄົມໃນ ປາກິສຖານ.

ຈີບຣານ ນາເຊຍນັກເຄື່ອນໄຫວດ້ານສັງຄົມທີ່ມີຊື່ງສຽງຄົນນຶ່ງ ເວົ້າກັບພະແໜກ
ພາສາ ດີວາ ຂອງ ວີໂອເອ ວ່າ “ດຽວນີ້ ຫຼັງຈາກລາວຖືກປ່ອຍແລ້ວ ແລະເຮົາບໍ່
ໄດ້ຮູ້ວ່າ ມີຫຍັງເກີດຂຶ້ນກັບລາວ ລາວຈຶ່ງຈຳເປັນຕ້ອງໄດ້ຮັບການປົກປ້ອງ
ຄຸ້ມຄອງ.”

ຍັງບໍ່ທັນຮູ້ໄດ້ເທື່ອວ່າ ຜູ້ໃດຢູ່ເບື້ອງຫຼັງຂອງການລັກພາໂຕໄປນີ້ ຫຼືວ່າ ມີຫຍັງ ເປັນສິ່ງຊຸກຍູ້ໃຫ້ມີການລັກພາໂຕໄປ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG