ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝົນຍັງສືບຕໍ່ຕົກໜັກ ທີ່ປາກິສຖານ


ໄດ້​ມີຝົນຕົກ​ລົງ​ມາໃໝ່ໆອີກ​ ໃນ​ປາ​ກິ​ສຖານ​ທີ່​ກໍາ​ລັງປະສົບ
ກັບ​ໄພ​ນໍ້າ​ຖ້ວມ​ຢູ່​ແລ້ວນັ້ນ ໃນ​ວັນ​ອາທິດ​ມື້​ນີ້ ຊຶ່ງ​ກີດຂວາງ​ ຕໍ່ຄວາມ​ພະຍາຍາມໃນ​ການຊ່ອຍ​ບັນ​ເທົາ​ທຸກ ​ແລະ​ເພີ່ມ ຄວາມຮ້າຍ​ແຮງໃຫ້​ແກ່​ໄພ​ນໍ້າ​ຖ້ວມ​ດັ່ງ ກ່າວ ທີ່​ສົ່ງຜົນ​ກະ ທົບ​ຕໍ່​ປະຊາຊົນ ປະມານ 13 ລ້ານ​ຄົນ​ແລ້ວ ​ແລະ​ເປັນໄພ​ນໍ້າ​ຖ້ວມຄັ້ງ​ຮ້າຍ​ແຮງ​ທີ່​ສຸດ​ ໃນ​ຮອບ​ຫລາຍ​ທົດ​ສະ​ວັດຜ່ານ​ມາ.


ເຈົ້າ​ໜ້າ​ທີ່​ປາ​ກິ​ສຖານກ່າວ​ວ່າ ນໍ້າ​ຖ້ວມ​ທີ່​ໄດ້​ປະ​ທະພາກ​ຕາເວັນ​ຕົກ​ສຽງ​ເໜືອຂອງ​ປະ​ເທດ ມາບັດ​ນີ້​ ກໍາລັງລາມ​ໄປ​ຍັງ​ພາກ​ໃຕ້​ເລາະ​ຕາມ​ແມ່​ນໍ້າ Indus ​ໄປ​ຍັງ​ແຂວງ Sindh. ບັນດາເຈົ້າ​ໜ້າ​ທີ່​ກ່າວ​ວ່າ ໄພ​ນໍ້າ​ຖ້ວມ​ໄດ້​ເອົາ​ຊີວິດ​ປະຊາ ຊົນ​ໄປ​ແລ້ວ​ ຢ່າງ​ນ້ອຍ 1600 ຄົນ.


ປະຊາຊົນ​ຫລາຍ​ໝື່ນ​ຄົນ​ໃນ​ແຂວງ Sindh ກໍາລັງ​ພາກັນ​ອົບ​ພະຍົບໜີ ຈາກ​ໄພ​ນໍ້າ​ຖ້ວມ
ແຕ່​ມີ​ບາງ​ຄົນ​ພາກັນ​ບໍ່​ຍອມ​ອົບ​ພະຍົບໝີ ​ໂດຍ​ຢ້ານ​ວ່າ​ຊັບ​ສິນ​ເຄື່ອງ​ຂອງ​ຂອງ​ເຂົາ​ເຈົ້າ​ຈະ​
ຖືກ​ລັກຂະ​ໂມ​ຍ​ໄປ. ທາງ​ການປາ​ກິ​ສຖານ​ໄດ້​ພະຍາຍາມ​ຢ່າງຂຸ້ນຂ້ຽວ​ເພື່ອ​ຊ່ອຍພວກ​ອົບ
ພະຍົບ. ຝົນຕົກ​ໜັກ​ໄດ້ເຮັດ​ໃຫ້ເຮືອບິນ​ເຮ​ລີ​ຄອບ​ເຕີ​ບາງ​ລໍາ​ ທີ່ພົວພັນນໍາ​ການຊ່ອຍບັນ
ເທົາ​ທຸກ​ນັ້ນ ຂຶ້ນ​ບິນ​ບໍ່​ໄດ້.


ນາຍົກລັດຖະມຸນຕີປາກິສຖານ ທ່ານ Yusuf Raza Gilani ​ໄດ້​ຮ້ອງ ຂໍ​ການ​ຊ່ອຍ​ເຫລືອ
ຕື່ມ​ອີກ​ຈາກ​ນາໆ​ຊາດ ຊຶ່ງ​ທ່ານ​ກ່າວ​ວ່າ ວິ​ກິດ​ການນີ້ໄດ້​ຜັນ​ຂະຫຍາຍ​ກວ້າງອອກ​ໄປ​ເກີນ​
ຄວາມ​ສາມາດ​ຂອງ​ລັດຖະບານ​ທີ່ຈະ​ຮັບ​ມື​ຕາມ​ລໍາພັງໄດ້.

XS
SM
MD
LG