ນັກອຸຕຸນິຍົມວິທະຍາໃນປາກິສຖານ ທໍານາຍວ່າຝົນຈະຕົກ
ໜັກຕື່ມອີກຕໍ່ໄປໃນປະເທດທ່ີປະເຊີນກັບໄພນໍ້າຖ້ວມທີ່
ສ້າງຄວາມເສຍຫາຍຢ່າງໜັກຢູ່ແລ້ວນັ້ນ. ບັນດາເຈົ້າໜ້າທີ່
ປາກິສຖານກ່າວວ່າ ຢ່າງນ້ອຍປະຊາຊົນ 13 ລ້ານຄົນໄດ້
ຮັບຜົນກະທົບຈາກໄພນໍ້າຖ້ວມທີ່ໄດ້ສ້າງຄວາມເສຍຫາຍ
ຢ່າງໜັກ ໃນພາກຕາເວັນຕົກສຽງເໜືອ ແລະເວລານີ້ນໍ້າ
ຖ້ວມກໍາລັງທໍາການກວດລ້າງໄປສູ່ພາກຕາເວັນຕົກສຽງໃຕ້
ທີ່ໄດ້ບັງຄັບໃຫ້ປະຊາຊົນຫລາຍພັນຄົນຕ້ອງອົບພະຍົບໜີ ຈາກບ້ານເຮືອນຂອງເຂົາເຈົ້າ.
ທ່ານ Nadim Ahmed ປະທານອົງການບໍລິຫານໄພຫາຍຍະນະແຫ່ງຊາດກ່າວໃນວັນສຸກ
ວານນີ້ວ່າ ບ້ານເຮືອນຈໍານວນປະມານ 650 ພັນຫລັງໄດ້ຖືກທໍາລາຍໃນແຂວງ Khyber-
Pakhtunkhwaໃນພາກຕາເວັນຕົກສຽງເໜືອແລະແຂວງປັນຈາບໃນພາກກາງຂອງປະເທດ.
ທາງການປາກິສຖານໄດ້ອົບພະຍົບປະຊາຊົນຈໍານວນຫລາຍກວ່າ5 ແສນຄົນແລ້ວອອກຈາກ
ບ້ານເຮືອນຂອງເຂົາເຈົ້າໄປໃນແຂວງ Sindh ໃນພາກໃຕ້ຂອງປະເທດ.
ນໍ້າຖ້ວມໜັກທີ່ເປັນມາເປັນເວລາເກືອບ 2 ສັບປະດາແລ້ວ ໄດ້ເຮັດໃຫ້ປະຊາຊົນຈໍານວນ
ຫລາຍກວ່າ1600 ຄົນເສຍຊີວິດໄປ. ນໍ້າຖ້ວມໄດ້ພັດເອົາບ້ານເຮືອນຫລາຍຫລັງ ທໍາລາຍ
ຖະໜົນຫົນທາງຫລາຍສາຍແລະຂົວຫລາຍແຫ່ງ ພ້ອມທັງຕັດການຕິດຕໍ່ພົວພັນລະຫວ່າງ
ປະຊາຄົມຕ່າງໆທັງໝົດໃນຂົງເຂດ. ປະຊາຊົນປາກິສຖານຫລາຍຄົນພາກັນຕໍາໜິ ຕິຕຽນ
ໃນອັນທີ່ເຂົາເຈົ້າເອີ້ນວ່າ ການຮັບມືກັບວິກິດການຢ່າງຊັກຊ້າຂອງລັດຖະບານ ຕະຫລອດ
ທັງການຕັດສິນໃຈຂອງປະທານາທິບໍດີ Asif Ali Zardari ທີ່ເດີນທາງໄປຢ້ຽມຢາມຢູໂຣບ
ໃນລະຫວ່າງທີ່ປະເທດ ປະເຊີນກັບໄພນໍ້າຖ້ວມຢູ່ນີ້.