ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມຮຸນແຮງທີ່ປາກິສຖານ


ຕໍາຫລວດ​ປາ​ກິ​ສ​ຖານ​ກ່າວ​ວ່າ ຄົນ​ວາງ​ລະ​ເບີດລົດສະລະ​ຊີບຄົນ​ນຶ່ງ​ໄດ້ສັງຫານ​ຜູ້​ຄົນ​ ​ຢ່າງ​ນ້ອຍ 19 ຄົນ ຮວມທັງ​ເດັກນ້ອຍ​ 2 ຄົນ​ແລະເຮັດ​ໃຫ້​ບາດ​ເຈັບ​ຕື່ມ​ອີກ ຢ່າງ​ນ້ອຍ 34 ຄົນ​ໃນ​ການ​ໂຈມ​ຕີ​ຕໍ່ສະຖານີ​ຕໍາຫລວດ​ແຫ່ງ​ນຶ່ງ​ ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປາ​ກິ​ສຖານ. ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ມີຕໍາຫລວດ 9 ຄົນ​ຮວມຢູ່​ໃນ​ຈໍານວນ​ພວກ​ທີ່​ເສຍ​ຊີວິດ​.

ຄົນຮ້າຍ​ໄດ້ຂັບ​ລົດ​ເຂົ້າ​ໄປ​ໃນ​ສະຖານີ​ຕໍາຫລວດ​ດັ່ງກ່າວ​ໃນ​ວັນ​ຈັນ​ມື້​ນີ້ ​ທີ່​ເມືອງ Lakki Marwat ​ໃນ​ແຂວງ Khyber Pakhtunkhwa ​ໃກ້ໆ​ກັບ​ຂົງ​ເຂດ​ຊົນ​ເຜົ່າ​ຕ່າງໆ​ ທີ່​ເປັນ​ທີ່​ໝັ້ນ​ແຫ່ງ​ນຶ່ງຂງກຸ່ມ​ຕາ​ລີ​ບັນ. ​ເວລາ​ນີ້ ຍັງ​ບໍ່​ມີ​ຝ່າຍ​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ເທື່ອ.

ສະຖານີ​ຕໍາຫລວດ​ແຫ່ງ​ນີ້​ຖືກ​ທຳລາຍ​ແລະ​ອາຄານ​ຫລັງ​ນຶ່ງ​ທີ່ຢູ່​ໃກ້ໆກັນ​ນັ້ນ​ ກໍໄດ້​ຮັບ​ຄວາມ​ເສຍ​ຫາຍ​ ຍ້ອນ​ການ​ໂຈມ​ຕີ​ດັ່ງກ່າວ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພວກ​ພະນັກງານກູ້​ໄພ​ສຸກ​ເສີນ​ກໍາລັງ​ຊອກ​ຄົ້ນ​ຢູ່ຕາມສິ່ງ​ຫັກ​ພັງ ​ເພື່ອ​ຊ່ອຍ​ກູ້​ຊີວິດ​ພວກ​ຜູ້​ຄົນ​ທີ່​ຍັງ​ຕົກ​ຄ້າງ​ຢູ່​ກ້ອງ​ສິ່ງທີ່ຫັກພັງ​ລົງ​ມາ ແລະ​ຊອກ​ຄົ້ນ​ຫາ​ພວກ​ທີ່​ອາດໄດ້​ຮັບ​ເຄາະ​ຮ້າຍ​ຕື່ມ​ອີກ​ນັ້ນ.

XS
SM
MD
LG