ປະຊາຊົນຫລາຍພັນຄົນກໍາລັງພາກັນຫລົບໜີ ຈາກບັນດາ
ຂົງເຂດ ທີ່ມີປະຊາຊົນອາໄສຢູ່ຢ່າງໜາແໜ້ນຂອງປາກິສ ຖານ ໃນຂະນະທ່ີໄພນໍ້າຖ້ວມທີ່ສ້າງຄວາມເສຍຫາຍຢ່າງ ຮ້າຍແຮງ ກໍາລັງແຜ່ລາມໄປສູ່ພາກໃຕ້ຂອງປະເທດ.
ກອງທັບໄດ້ຊ່ອຍອົບພະຍົບປະຊາຊົນ ອອກຈາກແຂງປັນຈາບ ໃນພາກກາງ ແລະແຂວງ Sindh ໃນພາກໃຕ້ຂອງປະເທດ ຂະນະທີ່ມີການຄາດຄະເນກັນວ່າ ຝົນລະດູມອນສູນ ຈະຕົກໜັກລົງມາຕໍ່ໄປອີກ.
ນໍ້າຖ້ວມໄດ້ສ້າງຄວາມເສຍຫາຍຢ່າງໜັກມາແລ້ວໃນພາກຕາເວັນຕົກສຽງເໜືອ ເຮັດໃຫ້ ປະຊາຊົນຫລາຍກວ່າ 3 ລ້ານຄົນ ຕ້ອງປະສົບກັບຄວາມລໍາບາກ ຍ້ອນບ້ານເຮືອນແລະ ຜົນລະປູກຖືກທໍາລາຍ ແລະຂາດແຄນເຂົ້າປາອາຫານແລະນໍ້າດື່ມນໍ້າໃຊ້ທີ່ສະອາດ.
ຢ່າງນ້ອຍ ມີປະຊາຊົນເສຍຊີວິດໄປແລ້ວ 1500 ຄົນຍ້ອນໄພນໍ້າຖ້ວມຄັ້ງນີ້. ເຈົ້າໜ້າທີ່ກ່າວວ່າ ຢ່າງຕໍ່າ 20 ຄົນເສຍຊີວິດໃນວັນພະຫັດມື້ນີ້ ເວລາລົດເມຄັນນຶ່ງຕົກລົງໄປໃນແມ່ນໍ້າສາຍນຶ່ງ ທີ່ມາກຂຶ້ນຍ້ອນຝົກຕົກໜັກ ໃນແຄ້ວນ Kashmir ຂອງປາກິສຖານ.
ພວກຜູ້ນໍາປາກິສຖານກໍາລັງປະເຊີນກັບຄວາມໂກດແຄ້ນທີ່ເພີ່ມຂຶ້ນນັບມື້ ຈາກປະຊາຊົນທີ່ບໍ່ ພໍໃຈນໍາການຮັບມືກັບວິກິດການຢ່າງຊັກຊ້າຂອງທາງການ ແລະຫລາຍຄົນໄດ້ຕັ້ງຄໍາຖາມ ຂຶ້ນມາກ່ຽວກັບການຕັດສິນໃຈຂອງປະທານາທິບໍດີ Asif Ali Zardari ທີ່ສືບຕໍ່ທໍາການຢ້ຽມ ຢາມຢູໂຣບຕໍ່ໄປ ແລະບໍ່ຍອມເດີນທາງກັບຄືນປະເທດນັ້ນ.