ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄວາມວຸ້ນວາຍທີ່ປາກິສຖານ


ຕໍາຫລວດ​ປາ​ກິ​ສຖານ ກ່າວ​ວ່າ ຄວາມ​ວຸ້ນວາຍ​ໄດ້ລະ​ເບີດ​ຂຶ້ນ​ອີກ​ໃນ​ຄືນ​ວານ​ນີ້ ເປັນ​ຄືນ​ທີສອງ​ລຽນຕິດ​ໃນ​ເມືອງ​ທ່າ​ກຳ​ປັ່ນ ກາຣາຈີ ​ໃນ​ພາກ​ໃຕ້​ຂອງ​ປາ​ກິ​ສຖານ ຊຶ່ງ​ເຮັດ​ໃຫ້​ປະຊາຊົນ​ເສຍ​ຊີວິດ​ໄປ​ຢ່າງ​ນ້ອຍ 12 ຄົນ.

ພວກ​ປະ​ທ້ວງ​ໄດ້​ພາກັນ​ຈູດ​ລົດ​ລາ​ແລະ​ຮ້ານ​ຄ້າ​ຮ້ານ​ຂາຍ​ອີກເທື່ອໃໝ່ ພ້ອມ​ທັງ​ຍິງ​ປະຊາຊົນ​ເສຍ​ຊີວິດ​ໄປ​ຫລາຍ​ຄົນ ຊຶ່ງເຮັດຈໍານວນຜູ້​ເສຍ​ຊີວິດ​ ​ເພິ່ມຂຶ້ນ​ເປັນຢ່າງ​ນ້ອຍ 62 ຄົນ​ແລ້ວ ​ໃນ​ລະຫວ່າງ​ເກີດ​ຄວາມ​ວຸ້ນວາຍ​ມາ​ເປັນ​ເວລາ 2 ມື້.

ຄວາມຮຸາ​ແຮງດັ່ງກ່າວ​ໄດ້​ຖືກກະ​ຕຸ້ນ​ຂຶ້ນ​ ຫລັງ​ຈາກ​ການ​ລອບ​ສັງຫານ​ທ່ານ Raza Haider ສະມາຊິກ​ສະພາ​ປະ​ຈໍາ​ແຂວງ ຊຶ່ງເປັນສະມາຊິກ​ຂອງ​ຂະ​ບວນການ Muttahida Quami ​ໃນ​ວັນ​ຈັນ​ຜ່ານ​ມາ​ນີ້.

ບັນດາ​ເຈົ້າ​ໜ້າທີ່​ປາ​ກິ​ສຖານ ​ໄດ້​ຖິ້ມ​ໂທດ​ການ​ລອບ​ສັງຫານ​ທ່ານ Haider ໃສ່​ພວກ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ​ທີ່​ພົວພັນ​ກັບ​ກຸ່ມ​ຕາ​ລີ​ບັນ​ນັ້ນ.

ໄດ້​ມີ​ການ​ຈັບ​ກຸມ​ຜູ້​ຄົນ​ຫລາຍ​ກວ່າ 20 ຄົນ​ທ່ີ​ມີ​ສ່ວນ​ພົວພັນ​ກັບ​ການກໍ່​ຄວາມ​ວຸ້ນວາຍ​ ທີ່​ຕິດຕາມ​ມາຫລັງ​ຈາກ​ການ​ລອບ​ສັງຫານ​ນັ້ນ​.

XS
SM
MD
LG