ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກທ່ອງທ່ຽວສະວິດເຊີແລນຄູ່ນຶ່ງ ຖືກລັກພາໂຕໄປ ທີ່ປາກິສຖານ


ນັກທ່ອງທ່ຽວສະວິດເຊີແລນຄູ່ນຶ່ງ ຖືກລັກພາໂຕໄປ ທີ່ປາກິສຖານ
ນັກທ່ອງທ່ຽວສະວິດເຊີແລນຄູ່ນຶ່ງ ຖືກລັກພາໂຕໄປ ທີ່ປາກິສຖານ

ຕໍາຫລວປາ​ກີ​ສຖານ​ກໍາລັງ​ທໍາ​ການ​ຊອກ​ຄົ້ນ​ຢູ່​ໃນ​ແຂວງ Baluchistanໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ປະ​ເທດ ​ໃນ​ຄວາມ​ຫວັງ​ທີ່​ຈະ​ພົບ​ເຫັນ​ນັກ​ທ່ອງ​ທ່ຽວ​ຈາກ Switzerland ຄູ່​ນຶ່ງ​ທີ່ຖືກ​ມືປືນ​ຈີ້​ລັກພາ​ໂຕ​ໄປ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ປາ​ກີ​ສຖານ​ກ່າວ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ພວກ​ຕົນ​ໄດ້ຕິດ​ຕໍ່ໄປ​ຍັງ​ພວກ​ຊົນ​ເຜົ່າ​ອາວຸ​ໂສ​ຢູ່​ໃນ​ຂົງ​ເຂດ ​ເພື່ອ​ພະຍາ​ຍາມຂໍຄວາມ ຊ່ອຍ​ເຫລືອ​ຈາກ​ເຂົາ​ເຈົ້າ.

ນັກ​ທ່ອງ​ທ່ຽວ​ຈາກ Switzerland ທີ່​ເປັນ​ຊາຍ​ຍິງ​ຄູ່​ນຶ່ງ​ ໄດ້ເດີນທາງ​ທ່ອງທ່ຽວ​ຢູ່​ໃນ​ຂົງ​ເຂດ​ດັ່ງກ່າວ​ໂດຍ​ທາງລົດ. ບັນດາ​ເຈົ້າ​ໜ້າ​ທີ່​ປາ​ກີ​ສ ຖານກ່າວ​ວ່າ ພວກ​ນັກ​ທ່ອງ​ທ່ຽວ​ຄູ່​ນີ້​ໄດ້​ໄປ​ລົງທະບຽນ​ທີ່​ດ່ານ​ກວດກາ​ແຫ່ງນຶ່ງ ​ກ່ອນ​ພວກ​ເຂົາ​ເຈົ້າ​ເຂົ້າ​ໄປ​ໃນ​ເມືອງ Lorali ຂອງ​ແຂວງ Baluchistan ບ່ອນ​ທີ່​ພວກ​ເຫັນ​ເຫດການ​ກ່າວ​ວ່າ ທັງ​ສອງ​ຄົນຖືກ​ ລັກພາ​ໂຕ​ໄປໃນ​ວັນ​ສຸກ​ຜ່ານ​ມາ​ນີ້.

ກະຊວງ​ການ​ຕ່າງປະ​ເທດ Switzerland ຢືນຢັນ​ຕໍ່​ອົງການ​ຂ່າວ APໃນ​ວັນ​ເສົາ​ວານ​ນີ້​ວ່າ ພົນລະ​ເມືອງ​ຂອງ​ຕົນ 2 ຄົນ​ໄດ້​ຖືກ​ລັກ​ຈັບ​ໂຕ​ໄປແລະ​ເວົ້າວ່າ ​ເປັນເຫດການ​ໃນ​ທໍານອງ​ນີ້​ເທື່ອທໍາ​ອິດ ​ທີ່​ພົວພັບ​ກັບ​ຄົນ Swiss ໃນ​ປາ​ກີ​ສຖານ.

ບັນດາ​ເຈົ້າ​ໜ້າ​ທີ່​ປາ​ກີ​ສຖານ​ກ່າວ​ວ່າ ​ເຂົາ​ເຈົ້າ​ເຊື່ອ​ວ່າ ຊາຍ​ຍິງ​ຄູ່​ນີ້​ອາດ ກໍາລັງເດີນທາງ​ມຸ້ງ​ໜ້າ​ໄປ​ສູ່​ Quetta ​ເມືອງ​ຫລວງ​ຂອງ​ແຂວງ Baluchistan ກໍ​ເປັນ​ໄດ້ ​ເວລາຖືກ​ລັກພາ​ໂຕ​ໄປ​ນັ້ນ.

ແຂວງ Baluchistan ​ໄດ້​ເປັນ​ທີ່​ໝັ້ນ​ຂອງ​ພວກ​ກະບົດ​ຫົວ​ແບ່ງ​ແຍກ ດິນແດນ​ໃນ​ລະດັບ​ຕໍ່າ​ແລະ​ກຸ່ມ​ແກ໊ງອາ​ຊະ​ຍາ​ກໍາ​ ທີ່​ຜູ້​ຄົນຮູ້​ຈັກ​ກັນ​ວ່າ ເປັນ​ພວກ​ທີ່​ທໍາ​ການ​ລັກພາ​ໂຕຊາວ​ຕ່າງ​ດ້າວ​ເພື່ອ​ຮຽກ​ເອົາ​ຄ່າ​ໄຖ່​ນັ້ນ.

XS
SM
MD
LG