ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໓ ມີນາ ໒໐໒໓

ນ້ອງຊາຍ ທ່ານໝໍ Afridi ຂໍໃຫ້ສານ ພິຈາລະນາ ຄະດີອ້າຍລາວ ຄືນໃໝ່ (ວີດີໂອ)


ນາຍ Jamil Afridi, ນ້ອງຊາຍຂອງທ່ານໝໍ Shakil Afridi ແຫ່ງປາກິສ ຖານ ຈັດກອງປະຊຸມນັກຂ່າວຂຶ້ນທີ່ເມືອງ Peshawar, ປາກິສຖານ. ວັນທີ 29 ພຶດສະພາ 2012.



















ນ້ອງ​ຊາຍ​ຂອງ​ທ່ານໝໍ​ປາ​ກິ​ສຖານ​ຄົນ​ນຶ່ງ​ ທີ່​ຖືກ​ຕິດ​ຄຸກ​ຍ້ອນ​ຜູ້ກ່ຽວຊ່ອຍ​ສະຫະລັດ​ຕິດຕາມ
​ຫາ​ໂຕ​ນາຍ​ໂອຊາ​ມາ ບິນ ລາ​ເດັນ ກ່າວວ່າ ອ້າຍ​ຂອງ​ລາວ​ບໍ່​ມີ​ຄວາມ​ຜິດ​ຫຍັງ. ລາວ​ຄວນ​ຈະ​
ໄດ້​ຮັບ​ການ​ພິຈາລະ​ນາຄະ​ດີ​ຄືນ​ໃໝ່.

ທ້າວ Jamil Afridi ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ທີ່​ເມືອງ Peshawar ໃນ​ວັນ​ຈັນ​ມື້ວານ​ນີ້​ວ່າ ອ້າຍ​ຂອງ​ລາວ​ບໍ່​ໄດ້​ຮັບ​ການ​ດໍາ​ເນີນ​ຄະດີ​ທີ່ຍຸຕິ​ທໍາ ​ແລະ​ຈະ​ທໍາ​ການຂໍ​ອຸທອນ​ຕໍ່​ຄໍາ​ຕັດສິນ​ຂອງ​ສານ​ນັ້ນ ຊຶ່ງ​ລາວກ່າວ​ຕໍ່​ໄປ​ວ່າ ພວກ​ນັກ​ການ​ເມືອງ​ປາ​ກິ​ສຖານ​ໄດ້​ໃຫ້ທ່ານໝໍ Shakil ​ເປັນ​ຜູ້​ຮັບ​ເຄາະ​ຫຼື​ແພະຮັບ​ບາບ​ ​ແລະລາວ​ຮຽກຮ້ອງ​ໃຫ້ຫົວໜ້າ​ສານ​ຍຸຕິ​ທໍາ​ຂອງ​ປາ​ກິ​ສຖານ​ໃຫ້​ຄວາມ​ສະດວກ​ແກ່​ການດໍາ​ເນີນ​ຂັ້ນ​ຕອນ​ຂອງ​ຄໍາ​ອຸທອນ​ນີ້.

​ໃນ​ການ​ໃຫ້​ສໍາພາດ​ກັບ​ວິທະຍຸ Deewa ຂອງ​ວີ​ໂອ​ເອ​ໃນ​ວັນ​ຈັນວານ​ນີ້ ທ້າວ Jamil Afridi ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ອອກ​ມາ​ກ່ຽວ​ກັບການ​ຄຸມ​ຂັງ​ອ້າຍ​ຂອງ​ລາວ ​ແລະ​ກ່າວ​ວ່າ ທ່ານໝໍ Shakil ຄວນຈະ​ໄດ້​ຮັບ​ການ​ປົກປັກ​ຄຸ້ມ​ຄອງ​ຢູ່​ໃນ​ຄຸກ​. ນອກ​ນັ້ນ​ລາວ​ຍັງ​ກ່າວ​ຕື່ມວ່າ ລາວ​ຄວນ​ຈະ​ໄດ້​ຮັບ​ໂອກາດ​ໃຫ້​ໄປ​ພົບ​ປະ​ກັບ​ອ້າຍ​ຂອງ​ລາວ​ນໍາ.

ສານ​ຊົນ​ເຜົ່າ​ແຫ່ງ​ນຶ່ງ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປາ​ກິ​ສຖານ​ໄດ້​ຕັດສິນ​ວ່າ ​ທ່ານໝໍ Shakil Afridi ມີ​ຄວາມ​ຜິດ​ແທ້​ໃນ​ຂໍ້​ຫາ​ຖານ​ເປັນຄົນ​ທໍລະ​ຍົດ ​ຫຼື​ຜູ້​ຂາຍ​ຊາດ. ທ່ານໝໍ Shakil Afridi ຖືກ​ກ່າວ​ຫາ​ວ່າ ເປັນ​ຜູ້ຈັດ​ການ​ສັກ​ຢາ​ວັກ​ຊີ​ນ​ປອມຂຶ້ນ ເພື່ອ​ຊ່ອຍ​ອົງການສືບລັບ CIA ຂອງ​ສະຫະລັດ​ໄດ້​ຮັບ​ຕົວຢ່າງ DNA ຂອງ​ນາຍ​ໂອຊາມາ ບິນ​ລາ​ເດັນ ມື້​ລາງ​ຜູ້​ນໍາ​ເຄືອ​ຂ່າຍ​ອານ​ກາ​ອິດາ​ ແລະພວກສະມາຊິກ​ຄອບ​ຄົວ​ຂອງ​ລາວ​ເພື່ອ​ຢືນຢັນ​ວ່າ ນາຍ​ໂອຊາ​ມາ ບິນ​ລາ​ເດັນ​ ຢູ່​ໃນ​ເຮືອນ​ຫຼັງນຶ່ງ​ທີ່ເມືອງ Abbottabad ຂອງ​ປາ​ກິ​ສຖານ​ນັ້ນ.

XS
SM
MD
LG