ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນໍ້າຖ້ວມໄດ້ກວມເອົາ 1 ສ່ວນ 5 ຂອງເນື້ອທີ່ທັງໝົດ ຂອງປາກີສຖານ


ນໍ້າ​ຖ້ວມ​ມາ​ເປັນ​ເວລາ 3 ສັບປະດາ ​ໄດ້​ເຮັດ​ໃຫ້​ປະຊາຊົນ​ຫລາຍ​ລ້ານຄົນ ​ອຶດຫິວ ຂາດ​ບ່ອນຢູ່​ອາ​ໄສ​ ແລະໂກດ​ແຄ້ນ​ນໍາການຮັບ​ມື​ຂອງ​ລັດຖະບານ​ຕໍ່​ວິ​ກິດ​ການ​ດັ່ງກ່າວ.


ພວກ​ອົງການ​ກຸສົນ​ອິສລາມ ຊຶ່ງ​ມີ​ການ​ສົງ​ໄສ​ວ່າບາງ​ອົງການ​ມີ​ສ່ວນ​ພົວພັນ​ກັບ​ພວກ​ຕໍ່ສູ້​ຫົວ​ຮຸນ​ແຮງນັ້ນ ​ໄດ້​ທໍາ​ການ​ເຄື່ອນ​ໄຫວ​ຢ່າງ​ໄວ​ເພື່ອສະໜອງ​ການ​ຊ່ອຍ​ເຫລືອ​ບັນ​ເທົາ​ທຸກແກ່​ຊາວ​ປາ​ກິ​ສຖານ​ ທີ່ມີ​ຄວາມ​ເຫລືອ​ອົກເຫລືອ​ໃຈ​ຢູ່​ແລ້ວ​ ກັບ​ປະວັດ​ດ້ານ​ຄວາມ​ປອດ​ໄພ​ ຄວາມທຸກ​ຍາກ​ ແລະ​ການ​ຂາດ​ຂາດ​ໄຟຟ້າ​ໃຊ້​ມາ​ເປັນ​ປະ​ຈໍາ ຂອງພວກ​ຜູ້​ນໍາຂອງ​ເຂົາ​ເຈົ້ານັ້ນ.


ຝົນຕົກ​ໜັກເປັນ​ພິ​ເສດໃນ​ລະດູ​ລົມ monsoon ​ໄດ້​ເຮັດ​ໃຫ້​ເກີດ​ນໍ້າ​ຖ້ວມ​ ທ່ີ​ໄດ້​ແຜ່​ລາມ​ໄປ​ກວມ​ເອົາ 1 ສ່ວນ 5 ຂອງ​ປະ​ເທດ. ກະ​ປະມານ​ກັນ​ວ່າ​ ມີປະຊາຊົນ 1600 ຄົນ​ໄດ້​ເສຍ​ຊີວິດ​ໄປ​ແລ້ວ ​ແລະ​ຊາວ​ປາກິ​ສຖານ​ ຈໍານວນ 20 ລ້ານ​ຄົນ ​ໄດ້​ຮັບ​ຜົນ​ກະທົບ​ຈາກໄພ ຫາຍຍະນະ​ດັ່ງກ່າວ​ ທີ່ໄດ້​ເຮັດ​ໃຫ້​ຫລາຍ​ໝູ່​ບ້ານ​ຕົກ​ຢູ່​ກາງ​ໜອງ​ນໍ້າ ທໍາລາຍໂຄງ​ລ່າງ​ພື້ນ ຖານ ທໍາລາຍ​ຜົນລະປູກ​ ແລະ​ເຮັດ​ໃຫ້​ສັດລ້ຽງ​ຂອງ​ປະຊາຊົນ ​ເສຍ​ຊີວິດ​ໄປ.


ທ່ານ Shah Mahmoud Qureshi ລັດຖະມຸນຕີ​ການ​ຕ່າງປະ​ເທດປາ​ກິ​ສຖານ​ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ປາກິ​ສຖານ​ໄດ້​ຮັບເງິນ​ຊ່ອຍ​ເຫລືອ​ຫລາຍ​ກວ່າ 800 ລ້ານ​ດອນ​ລ້າ​ແລ້ວ.


ສະຫະລັດເປັນ​ປະ​ເທດ​ທີ່​ໃຫ້ການ​ບໍລິຈາກ​ລາຍ​ໃຫຍ່​ກວ່າ​ໝູ່ ຕິດຕາມ​ໂດຍ Saudi Arabia ​ແລະ​ອັງກິດ. ປະ​ເທດອິນ​ເດຍທີ່​ເປັນຄູ່ປໍ​ລະ​ປັກ​ຂອງ​ປາ​ກິສຖານ ກໍ​ໄດ້ໃຫ້​ເງິນຊ່ອຍ​ເຫລືອ 5 ລ້ານ​ດອນ​ລ້າ. ນອກຈາກ​ເງິນຊ່ອຍ​ເຫລືອ​ຈໍານວນ 150 ລ້ານ​ດອນ​ລ້າ​ແລ້ວ ທາງ ສະຫະລັດ​ຍັງ​ໄດ້​ສົ່ງ​ພວກ​ເຮືອບິນ​ເຮ​ລີ​ຄອບ​ເຕີ 19 ລໍາ​ໄປ​ຊ່ອຍ​ໃນ​ການ​ດໍາ​ເນີນຄວາມ​ພະຍາ ຍາມ​ບັນ​ເທົາ​ທຸກ​ຄັ້ງ​ນີ້.

XS
SM
MD
LG