ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວປາກິສຖານປະທ້ວງການ ຊັກຊ້າ ໃນການສົ່ງສະບຽງ ໄປຊ່ອຍເຫລືອ


ພວກ​ລອດ​ຊີ​ວິດ​ຈາກ​ໄພ​ນໍ້າ​ຖ້ວມ​ ທີ່​ມີ​ຄວາມໂມ​ໂຫແລະ​ໂກດ​ແຄ້ນໄດ້​ພາກັນ​ຕັນ​ຖະໜົນຫລວງ​ສາຍ​ນຶ່ງ​ ໃນ​ພາກ​ໃຕ້​ຂອງ​ປະ​ເທດ.

ພວກທີ່​ໄດ້​ຮັບ​ເຄາະ​ຈາກ​ໄພ​ນໍ້າ​ຖ້ວມ​ໃນ​ເຂດ Sukkur ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ການ​ສົ່ງ​ເຄື່ອງ​ຊ່ອຍ​ເຫລືອ​ບັນ​ເທົາ​ທຸກ​ຢ່າງ​ຊ້າໆໄປ​ຍັງ​ຄ້າຍອົບ​ພະຍົບຂອງ​ເຂົາ​ເຈົ້າ​ ໄດ້​ກະ​ຕຸ້ນໃຫ້​ເກີດ ການ​ປະ​ທ້ວງ​ທີ່​ວ່າ​ນີ້.

ໃນ​ວັນ​ຈັນ​ມື້​ນີ້​ຄື​ກັນ ທາງ​ການ​ປາ​ກິ​ສຖານ​ກ່າວ​ວ່າ ມີ​ທ່າ​ທາງ​ວ່າຈະເກີດຄື້ນຟອງ​ນໍ້າ​ຖ້ວມ​ຄັ້ງ​ໃໝ່ ຢູ່​ເລາະ​ຕາມ​ແຄມ​ແມ່​ນໍ້າ Indus ​ໃນສັບປະດາ​ນີ້.

ທ່ານ​ພັນ​ກິ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ໄດ້​ໄປ​ຢ້ຽມເຂດ​ທີ່ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ໄພ​ນໍ້າ​ຖ້ວມ​ໃນ​ວັນ​ອາທິດ​ວານ​ນີ້ ຊຶ່ງ​ທ່ານກ່າວ​ວ່າ ນໍ້າ​ຖ້ວມ​ຄັ້ງ​ນີ້​ ​ເປັນໄພທໍາ​ມະ​ຊາດ​ຄັ້ງ​ຮ້າຍແຮງ​ທີ່ສຸດ ​ເທົ່າ​ທີ່​ທ່ານເຄີຍ​ເຫັນ​ມາ​.

ທ່ານ​ພັນ​ກິ​ມູນ ​ໄດ້​ຮຽກຮ້ອງ​ໄປ​ຍັງ​ພວກ​ບໍລິຈາກ​ເງິນ​ຊ່ອຍ​ເຫລືອ​ນາໆ​ຊາດ​ໃຫ້​ເລັ່ງລັດການ​ຊ່ອຍ​ເຫລືອ​ຂອງ​ເຂົາ​ເຈົ້າ​ ໄປ​ໃຫ້​ພວກ​ທີ່​ລອດ​ຊີວິດ​ ຈໍານວນ​ຫລາຍ​ລ້ານ​ຄົນນັ້ນ ຈາກໄພ​ທໍາ​ມະ​ຊາດ​ຄັ້ງ​ນີ້ ຊຶ່ງ​ພວກ​ເຈົ້າ​ໜ້າ​ທີ່​ປາກິສຖານ​ກ່າວ​ວ່າ ​ໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປ​ແລ້ວ​ປະມານ 1400 ຄົນ. ຫົວໜ້າອົງການສະຫະ​ປະຊາ​ຊາດ​ກ່າວ​ວ່າ ​ໄພ​ນໍ້າ​ຖ້ວມ​ທີ່​ຮ້າຍ​ແຮງຢ່າງ ​ບໍ່​ເຄີຍ​ມີ​ມາ​ກ່ອນ​ແບບ​ນີ້ ຕ້ອງການ​ການຊ່ອຍ​ເຫລືອ​ຈາກ​ໂລກ ​ໃນ​ລະດັບທີ່ບໍ່​ເຄີຍ​ມີ​ມາ​ກ່ອນເຊ່ັນ​ກັນ.

ສະຫະ​ປະຊາ​ຊາດ ກ່າວ​ວ່າ ຕົນ​ໄດ້​ຮັບ​ເງິນ​ຊ່ອຍ​ເຫລືອປະມານ​ 20 ​ເປີ​ເຊັນ​ເທົ່າ​ນັ້ນ ​ຂອງ​ຈໍານວນ​ເງິນ 460 ລ້ານ​ດອນ​ລາ ​ທີ່ໄດ້ຂໍ​ໄປ ​ສໍາລັບ​ການ​ຊ່ອຍ​ເຫລືອສຸກ​ເສີນ​ທີ່​ວ່າ​ນີ້.

XS
SM
MD
LG