ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສປຊ ຮ້ອງຂໍການຊ່ວຍເຫລືອ ເພີ່ມຂຶ້ນ ແກ່ປາກິສຖານ


ສປຊ ຮ້ອງຂໍການຊ່ວຍເຫລືອ ເພີ່ມຂຶ້ນ ແກ່ປາກິສຖານ
ສປຊ ຮ້ອງຂໍການຊ່ວຍເຫລືອ ເພີ່ມຂຶ້ນ ແກ່ປາກິສຖານ

ທ່ານ​ພັນ​ກິ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ເດີນທາງ​ໄປ​ຮອດປາ​ກິ​ສຖານ​ ​ທີ່ປະ​ເຊີນ​ກັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ຈາກ​ໄພ​ນໍ້າຖ້ວມ​ນັ້ນ. ຫລັງ​ຈາກເດີນທາງ​ໄປ​ຮອດ​ກຸງອິສລາມະ​ ບັດ​ໄດ້​ບໍ່​ດົນ ໃນວັນ​ອາທິດ​ມື້​ນີ້ ທ່ານ​ພັນ​ກິ​ມູນ ກ່າວ​ວ່າ ທ່ານ​ກໍາລັງ​ ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ ເລັ່ງລັດ​ມອບ​ການ​ຊ່ອຍ​ເຫລືອ ​ໃຫ້ແກ່​ປະຊາຊົນ​ປາກິ​ສຖານ​ນັ້ນ.


ສະຫະ​ປະຊາ​ຊາດ​ກ່າວ​ວ່າ ຕົນ​ໄດ້​ຮັບ​ການ​ຊ່ອຍ​ເຫລືອ 20 ​ເປີ​ເຊັນ​ຂອງເງິນ​ຈໍານວນ 460 ລ້ານ​ດອນ​ລ້າ​ ທີ່​ທ່ານພັນກີມູນ​ໄດ້​ຮ້ອງຂໍ​ໄປ ​ສໍາ​ລັບ​ການ​ຊ່ອຍ​ເຫລືອສຸກ​ເສີນ​ນັ້ນ. ທ່ານ​ພັນ​ກິ​ມູນ ມີ​ໝາຍ​ກໍານົດທີ່​ຈະ​ທໍາ​ການ​ພົບ​ປະ​ກັບ​ຄະນະ​ນໍາພາ​ຂອງ​ປາ​ກິ​ສຖານ​ ແລະທ່ຽວ​ເບິ່ງ​ບັນ​ດາ​ຂົງ​ເຂດ​ ທີ່​ໄດ້​ຮັບ​ຄວາມ​ເສຍຫາຍ​ໜັກ ຈາກ​ໄພ​ນໍ້າ​ຖ້ວມ​ຄັ້ງ​ນີ້​.


ທ່ານ Yousuf Reza Gilani ນາຍົກລັດຖະມຸນຕີປາກິສຖານ ກ່າວ​ວ່າ ​ໄພ​ນໍ້າ​ຖ້ວມ​ທີ່ ​ເກີດ​ຈາກຝົນຕົກ​ໜັກ​ໃນ​ລະດູ​ລົມ​ມອນຊູນ ​ໄດ້​ສົ່ງຜົນ​ກະທົບ​ຕໍ່​ປະຊາຊົນ 20 ລ້ານ​ຄົນ. ພວກພະນັກງານ​ຊ່ອຍບັນ​ເທົາ​ທຸກ​ ກ່າວ​ວ່າ ປະຊາຊົນ​ຈໍານວນ 6 ລ້ານ​ຄົນ​ຕ້ອງການ​ການ​ຊ່ອຍ​ເຫລືອດ້ານ​ມະນຸດສະ​ທໍາ.


ບັນດາ​ເຈົ້າ​ໜ້າ​ທີ່​ສະຫະ​ປະຊາ​ຊາດ​ໄດ້​ຢືນຢັນ​ກ່ຽວ​ກັບ​ການ​ເກີດ​ໂຣກ ທ້ອງ​ຂີ້​ຮາກ​ລາຍ ​ທໍາ​ອິດ​ໃນ​ເຂດ Mingora ​ໃນ​ເມືອງ Swat ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປະ​ເທດ. ​ ມີ​ການ​ສົງ​ໄສ​ກັນ​ວ່າ​ ມີ​ອີກຫລາຍລາຍ​ທີ່ເປັນ​ໂຣກທ້ອງ​ຂີ້​ຮາກ​ນີ້. ວັນເສົາ​ວານ​ນີ້​ ລັດຖະບານ​ໄດ້​ລົບ​ລ້າງ​ການ ສະ​ເຫລີ​ມສະຫລອງ​ວັນ​ເອກະ​ລາດ​ຂອງປະເທດ ​ໃນ​ທົ່ວປາ​ກິ​ສຖານ ບ່ອນ​ທີ່​ທາງ​ການ​ກ່າວ​ວ່າ ​ໄພ​ນໍ້າ​ຖ້ວມໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປ​ແລ້ວ 1,600 ຄົນ.

XS
SM
MD
LG