ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເດັກນ້ອຍ ປາກິສຖານ ແລະອັຟການິສຖານ ພາວະນາ ໃຫ້ນາງ Yousafzai ດີຂຶ້ນໄວໆ (ສະໄລດ໌)


ນາງ Malala yousafzai ທີ່ໂຮງໝໍທະຫານ ແຫ່ງນຶ່ງໃນ ປາກິສຖານ
ນາງ Malala yousafzai ທີ່ໂຮງໝໍທະຫານ ແຫ່ງນຶ່ງໃນ ປາກິສຖານ
ເດັກນ້ອຍທັງຫລາຍໃນປາກິສຖານ ແລະອັຟການິສຖານ ໄດ້ທໍາ
ການສູດມົນ ພາວະນາ ໃນວັນເສົາມື້ນີ້ ເພື່ອໃຫ້ເດັກນັກຮຽນຍິງ
ປາກິສຖານ ອາຍຸ 14 ປີ ທີ່ຖືກພວກຕາລີບານຍິງທີ່ຫົວນັ້ນ ຫາຍ
ດີໄວໆ.

ພວກຕາລີບານໃນປາກິສຖານໄດ້ຍິງໃສ່ຫົວ ແລະກ້ານຄໍຂອງ
ນາງ Malala Yousafzai ໃນວັນອັງຄານຜ່ານມາ ຂະນະທີ່ ນາງພວມອອກຈາກໂຮງຮຽນມາ.

ເດັກນັກຮຽນໄວລຸ້ນຄົນນີ້ ໄດ້ຖືກຮັບຮູ້ໂດຍປະຊາຄົມສາກົນວ່າ
ເປັນຜູ້ບັນທຶກ ກ່ຽວກັບການກໍ່ໂທດກຳ ທີ່ໂຫດຮ້າຍປ່າເຖື່ອນ
ຂອງກຸ່ມຕາລີບານ ຢູ່ໃນເຂດໃກ້ເຮືອນຂອງນາງ ທີ່ຕັ້ງຢູ່ໃນ
ຮ່ອມພູ Swat.

ນາຍົກລັດຖະມົນຕີປາກິສຖານ ທ່ານ Raja Pervaiz Ashraf ໄດ້ພັນລະນາ ເຖິງການ ໂຈມຕີຕໍ່ນາງ Yousafzai ນັ້ນວ່າ “ເປັນການກໍ່ອາຊຍາກໍາຕ້ານມະ ນຸດຊາດ” ແລະເປັນ ການໂຈມຕີ ຕໍ່ຫລັກຄວາມເຊື່ອທາງດ້ານຈາຣິຍະທໍາ ແລະ ສັງຄົມຂອງປາກິສຖານ.

ພວກຕໍາຫລວດປາກິສຖານ ໄດ້ຈັບໂຕພວກທີ່ຕ້ອງສົງໄສຫລາຍຄົນໃນວັນສຸກ ວານນີ້. ພວກເຈົ້າໜ້າທີ່ເວົ້າວ່າ ການຈັບກຸມດັ່ງກ່າວ ໄດ້ມີຂຶ້ນຢູ່ໃນເຂດຮ່ອມພູ Swat ທາງພາກ ຕາເວັນຕົກສຽງເໜືອຂອງປະເທດ ຊຶ່ງເປັນບ່ອນທີ່ນາງ Yousafzai ຖືກຍິງນັ້ນ.

ເບິ່ງສະໄລດ໌ຮູບການສວດມົນພາວະນາໃຫ້ນາງ Malala Yousafzai ດີຂຶ້ນ
XS
SM
MD
LG