ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຍົນໂດຣນຂອງສະຫະລັດ ຕົກທີ່ປາກີສຖານ


ຍົນບໍ່ມີຄົນຂັບ ຫລື drone ຂອງສະຫະລັດ
ຍົນບໍ່ມີຄົນຂັບ ຫລື drone ຂອງສະຫະລັດ

ພວກເຈົ້າໜ້າທີ່ໃນເຂດຕາເວັນຕົກສຽງເໜືອຂອງປາກິສຖານກ່າວວ່າ ພວກຫົວຮຸນແຮງໄດ້ ໂຈມຕີດ່ານກວດແຫ່ງນຶ່ງເມື່ອຕອນແລງວັນເສົາວານນີ້ ແລະໄດ້ສັງຫານເຈົ້າໜ້າທີ່ຮັກສາ
ຄວາມປອດໄພນຶ່ງຄົນ ແລະສະມາຊິກຂອງພວກທະຫານ​ບ້ານ​ທີ່ຕໍ່ຕ້ານກຸ່ມຕາລີບານ
ຢ່າງໜ້ອຍສອງຄົນ.

ພວກເຈົ້າໜ້າທີ່ກ່າວວ່າ ກໍາລັງຮັກສາຄວາມປອດໄພ ແລະພວກຊົນເຜົ່າທ້ອງຖິ່ນໄດ້ຍິງຕໍ່ສູ້
ຄືນ ແລະໄດ້ສັງຫານພວກຫົວຮຸນແຮງ 10 ຄົນ.

ຍັງບໍ່ມີກຸ່ມໃດອ້າງເອົາຄວາມຮັບຜິດຊອບ​ໃນການໂຈມຕີຢູ່ໃນເຂດຊົນເຜົ່າ Khyber ນັ້ນ ແຕ່ແນວໃດກໍດີ ກຸ່ມຕາລີບານປາກິສຖານໄດ້ທໍາການໂຈມຕີພວກກໍາລັງຮັກສາຄວາມ ປອດ ໄພແລະຊົນເຜົ່າທີ່ຄັດຄ້ານພວກເຂົາຢູ່ ເລື້ອຍໆ.

ໃນແຫ່ງອື່ນ​ໆຢູ່ພາກຕາເວັນຕົກສຽງເໜືອຂອງປາກີສຖານນັ້ນ ພວກເຈົ້າໜ້າທີ່ກ່າວວ່າ ເຮືອ ບິນໂດຣນ ບໍ່ມີຄົນຂັບຂອງສະຫະລັດລໍາ​ນຶ່ງໄດ້ຕົກລົງ ​ໃກ້ເຂດຊາຍແດນຕິດກັບອັຟການີສຖານ.

ພວກເຈົ້າໜ້າທີ່ກ່າວວ່າ ຍົນບໍ່ມີຄົນຂັບລໍາດັ່ງກ່າວຕົກລົງເມື່ອແລງວັນເສົາໃນໝູ່ບ້ານ Jangara ​ໃນເຂດ Waziristan ໃຕ້ຂອງພວກຊົນເຜົ່າ.

ພວກເຈົ້າໜ້າທີ່ສະຫະລັດ ບໍ່ຮັບຮູ້ຢ່າງເປີດເຜີຍເຖິງການໃຊ້ຍົນບໍ່ມີຄົນຂັບ ທໍາ​ການໂຈມ ຕີຢູ່ໃນປາກິສຖານ ແຕ່ກໍໄດ້ຢືນຢັນ​ໃນ​ທາງສ່ວນຕົວກັບແຫລ່ງຂ່າວຕ່າງໆ ພວກຜູ້ນໍາ ປາກິສຖານ ປະນາມການໂຈມຕີຂອງ​ຍົນ​ໂດຣນວ່າ ຝ່າຝືນອະທິປະໄຕຂອງປະເທດຕົນ.

XS
SM
MD
LG