ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈໍານວນຄົນຕາຍຍ້ອນນໍ້າຖ້ວມ ທີ່ປາກີສຖານ ເພິ່ມຂຶ້ນເປັນ 1,100 ຄົນ


ນໍ້າຖ້ວມ ທີ່ປາກີສຖານ ວັນທີ 2 ສິງຫາ
ນໍ້າຖ້ວມ ທີ່ປາກີສຖານ ວັນທີ 2 ສິງຫາ


ພວກ​ທີ່​ລອດ​ຊີວິດ​ຈາກ​ໄພ​ນໍ້າ​ຖ້ວມ​ໃນ​ປາ​ກີ​ສຖານ ​ພາກັນ
ສືບ​ຕໍ່​ເດີນ ທາງ​ໄປ​ຍັງ​ທ່ີ​ພັກ​ພາ​ອາ​ໄສ​ຊົ່ວຄາວ​ແຫ່ງ​ຕ່າງໆ​
ທີ່​ມີ​ຜູ້​ຄົນອາ​ໄສ​ຢູ່​ຢ່າງ​ອັດ​ແອ​ກັນ​ຢູ່​ແລ້ວ ​ໃນ​ຂະນະ​ທີ່​ປາ​ກີ​ສ
ຖານ​ກຳລັງ​ຟື້ນ​ໂຕ​ຄືນ​ຈາກ​ໄພ​ນໍ້າ​ຖ້ວມຄັ້ງ​ຮ້າຍ​ແຮງທີ່​ສຸດ​ໃນຫລາຍ​ຍຸກ​ສະ​ໄໝ.


ຈຳນວນ​ຜູ້​ເສຍ​ຊີວິດ​ໄດ້ເພິ່ມຂຶ້ນ​ເປັນ​ 1,100 ຄົນ ໃນ​ວັນ​ອາທິດ​ວານ​ນີ້ ​ແລະເຈົ້າ​ໜ້າ​ທີ່​ເຕືອນ​ວ່າ ​ມີ​ທາງ​ວ່າຈໍານວນ ​ຄົນ​ຕາຍ​ຈະ​ເພີ່ມ​ຂຶ້ນອີກ.ກອງທັບ​ປາ​ກີ​ສຖານ​ໄດ້​ສົ່ງ​ທະຫານ​ ​ປະມານ 30 ພັນ​ຄົນ ​ໄປ​ຊ່ວຍ ​ໃນ​ເຂດ​ທີ່​ຖືກ​ນໍ້າ​ຖ້ວມ ຊຶ່ງ​ເຂົາ​ເຈົ້າໄດ້​ຊ່ອຍ​ກູ້​ຊີວິດ​ປະຊາຊົນໄວ້​ໄດ້ ຫລາຍ​ກວ່າ 20 ພັນ​ຄົນ​ແລ້ວ.​ ​ແຕ່ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຍັງ​ມີຊາວບ້ານ​ຫລາຍ​ພັນ​ຄົນ ຕົກ​ຄ້າງ​ຢູ່​ໃນ​ເຂດ​ນໍ້າ​ຖ້ວມ ທີ່​ຕ້ອງການ​ການ​ຊ່ອຍ​ກູ້​ໄພຢູ່.


ທ່ານ​ພັນ​ກິ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ກ່າວ​ວ່າ ທ່ານມີ​ຄວາມ​ໂສກ​ເສົ້າ​ເສຍ​ໃຈ
ຢ່າງ​ເລິກ​ເຊິ່ງ ນໍາ​ການ​ເສຍ​ຊີວິດ​ຢ່າງ​ຫລວງຫລາຍ ຕລອດທັງ​ວິຖີດໍາລົງ​ຊີວິດ​ແລະ​ໂຄ່ງ​ລ່າງ
ພື້ນຖານຂອງປາ​ກີ​ສຖານ​ນັ້ນ. ອົງການ​ສະຫະ​ປະຊາຊາດກະ​ປະມານ​ວ່າ ປະຊາຊົນ 1 ລ້ານ​ຄົນ ໃນ​ທົ່ວປາ​ກີ​ສຖານ​ ໄດ້​ຮັບຜົນ​ກະທົບ​ຈາກ​ໄພ​ນໍ້າ​ຖ້ວມ​ຄັ້ງ​ນີ້.


ບັນດາ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນກ່າວ​ວ່າ ຄວາມ​ເສຍ​ຫາຍ​ຢ່າງ​ແຜ່​ຫລາຍ​ຄັ້ງ​ນີ້​ແມ່ນ​ເກີດ​ຈາກ​ຝົນ
ລະດູ ​monsoon ທີ່​ຕົກໜັກ​ມາ​ເປັນ​ເວລາ​ນຶ່ງ​ສັບປະດາ ​ແລະ​ແຂວງ Khyber
Pakhtunkhwa ​ໄດ້​ຮັບ​ຜົນ​ກະທົບ​ໜັກກວ່າ​ໝູ່. ທາງ​ການ​ປາ​ກີ​ສຖານ​ກ່າວ​ວ່າ ​ເຂົາ​ເຈົ້າ ​ຢ້ານ​ການລະບາດ​ຂອງ​ເຊື້ອ​ໂຣກຕ່າງໆ​ທ່ີ​ເກີດ​ຈາກນໍ້າ​ບໍ່​ສະອາດ ​ເຊັ່ນ​ໂຣກທ້ອງ​ຂີ້​ຮາກ ​ແລະ​ໂຣກອະຫິ​ວານັ້ນ.


ມີ​ຕ່າງປະ​ເທດ​ຈໍານວນ​ນຶ່ງ​ແລະ​ສະຫະ​ປະຊາ​ຊາດ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ ທີ່ຈະ​ໃຫ້ການ​ຊ່ອຍ
ເຫລືອ​ດ້ານ​ມະນຸດ​ສະ​ທໍາ​ໄປ​ແລ້ວ.

XS
SM
MD
LG