ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໖ ມິຖຸນາ ໒໐໒໔

ການກໍ່ສ້າງເຂື່ອນປາກແບ່ງເທິງແລວນ້ຳຂອງໃນລາວ ຈະເຮັດໃຫ້ນ້ຳຖ້ວມຜາໄດ ທີ່ເປັນເຂດແດນໃນແມ່ນ້ຳຂອງ ລະຫວ່າງ ລາວກັບໄທ


ແຟ້ມພາບ - ພາບນີ້ຖ່າຍໃນວັນທີ 31ຕຸລາ 2019, ສະແດງໃຫ້ເຫັນແມ່ຍິງຊາວປະມົງຄົນນຶ່ງ ນັ່ງຢູ່ແຄມຝັ່ງແມ່ນ້ຳຂອງທີ່ແຫ່້ງແລ້ງໃນເຂດປາຈອມ ຢູ່ຈັກຫວັດເລີຍ ທາງພາກຕາເວັນອອກສຽງເໜືອຂອງໄທ.
ແຟ້ມພາບ - ພາບນີ້ຖ່າຍໃນວັນທີ 31ຕຸລາ 2019, ສະແດງໃຫ້ເຫັນແມ່ຍິງຊາວປະມົງຄົນນຶ່ງ ນັ່ງຢູ່ແຄມຝັ່ງແມ່ນ້ຳຂອງທີ່ແຫ່້ງແລ້ງໃນເຂດປາຈອມ ຢູ່ຈັກຫວັດເລີຍ ທາງພາກຕາເວັນອອກສຽງເໜືອຂອງໄທ.

ການກໍ່ສ້າງເຂື່ອນປາກແບ່ງເທິງແລວນ້ຳຂອງໃນລາວ ຈະເຮັດໃຫ້ນ້ຳຖ້ວມຜາໄດທີ່ເປັນເຂດແດນໃນແມ່ນ້ຳຂອງ ລະຫວ່າງ ລາວກັບໄທ ທີ່ທາງການທັງ 2 ຝ່າຍຍັງບໍ່ສາມາດຕົກລົງປັກປັນລະຫວ່າງກັນໄດ້.

ຜູ້ປະສານງານກຸ່ມເສຣີພາບແມ່ນ້ຳຂອງ ເປີດເຜີຍວ່າ ການສຶກສາ-ວິໄຈກ່ຽວກັບຜົນກະທົບທີ່ຈະເກີດຈາກໂຄງການກໍ່ສ້າງເຂື່ອນປາກແບ່ງເທິງແລວນ້ຳຂອງໃນລາວ ໂດຍປຽບທຽບກັບເຂື່ອນໄຊຍະບູຣີ ເຖິງແລວນ້ຳຂອງໃນລາວ ທີ່ກໍ່ສ້າງແລ້ວສຳເລັດ ແລະຜະລິດກະແສໄຟຟ້າ ນັບແຕ່ປີ 2019 ເປັນຕົ້ນມານັ້ນ ພົບວ່າ ການກັກເກັບນ້ຳຂອງໂຄງການເຂື່ອນປາກແບ່ງ ຈະສົ່ງຜົນກະທົບຕໍ່ບັນດາເກາະດອນ ແລະແກ່ງໃນເຂດແດນທາງນ້ຳໃນແລວນ້ຳຂອງ ລະຫວ່າງ ລາວກັບໄທ ຢ່າງຫລີກລ່ຽງບໍ່ໄດ້ ໃນນີ້ ກໍລວມເຖິງແກ່ງຜາໄດ ຊຶ່ງຈະຖືກນ້ຳຖ້ວມເປັນສ່ວນໃຫຍ່ ຈຶ່ງບໍ່ພຽງແຕ່ຈະສົ່ງຜົນກະທົບຕໍ່ເຂດແດນໃນນ້ຳຂອງ ລະຫວ່າງ ລາວ-ໄທ ທີ່ທາງການຂອງທັງ 2 ຝ່າຍ ຍັງຄົງບໍ່ສາມາດຕົກລົງປັກປັນເຂດແດນລະຫວ່າງກັນໄດ້ເທົ່ານັ້ນ ຫາກແຕ່ຍັງຈະສົ່ງຜົນກະທົບຕໍ່ລະບົບນິເວດວິທະຍາຢ່າງກວ້າງຂວາງອີກດ້ວຍ ດັ່ງທີ່ຜູ້ປະສານງານ ໄດ້ຢືນຢັນວ່າ:

“ກໍຈະຖ້ວມແກ່ງຜາໃດເກືອບໝົດ ກໍຈະເຫຼືອຢູ່ຍອດໆ ໜ້ອຍດຽວ ແລ້ວກໍຈະຖ້ວມໄປຕະຫຼອດທັງລະດູຝົນ ແລ້ວກໍລະດູແລ້ງ ອັນນີ້ ກໍຈະເຮັດໃຫ້ການໃຊ້ປະໂຫຍດຂອງແກ່ງຜາໃດ ໂດຍສະເພາະໃນຊ່ວງລະດູແລ້ງ ຄວາມເປັນພື້ນທີ່ ທີ່ຈະເປັນພື້ນທີ່ທີ່ເຮັດການປະມົງ ຫຼືເປັນພື້ນທີ່ທີ່ມີຄວາມສຳຄັນທາງນິເວດວິທະຍາໃນແມ່ນ້ຳຂອງຫັ້ນ ອັນນີ້ ກໍຈະໝົດໄປເນາະ.”

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG