ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

Paisley Park ບ້ານຂອງມື້ລາງ ສິນລະປິນ Prince ຈະເປີດໃຫ້ ສາທາລະນະແລ້ວ


US Prince Paisley Park
please wait

No media source currently available

0:00 0:01:01 0:00

ບໍລິສັດ​ທີ່​ຄວບ​ຄຸມ​ມໍ​ລະ​ດົກ ຂອງ​ມື້​ລາງນັກ​ຮ້ອງ​ທີ່​ໂດ່​ງດັງ Prince ກ່າວ​ວ່າ ຈະ​ໄດ້​ທຳ​ການ​ເປີດ​ບ້ານ​ຂອງ​ຜູ້ກ່ຽວ ​ຕໍ່​ສາທາລະນະ ​ໃນ​ແຕ່​ລະ​ມື້ ຊຶ່ງ​ຈະ​ເລີ້ມ​ຂຶ້ນ​ໃນ​ເດືອນ​ຕຸລານີ້.

ອົງການ​ຄຸ້ມ​ຄອງ​ມໍລະດົກ Bremer ​ໄດ້​ປະກາດ​ໃນ​ວັນ​ພຸ​ດວານ​ນີ້ວ່າ ພວກ​ແຟນໆ ຈະສາ ມາດ​ຊື້​ປີ້​ທາງ​ອິນ​ເຕີ​ແນ໊ຕ ຊຶ່ງ​ຈະ​ເລີ້ມ​ຂຶ້ນ​ໃນ​ວັນ​ສຸກ​ມື້​ອື່ນ​ນີ້ ​ເພື່ອ​ເຂົ້າ​ຢ້ຽມຢາມບ້ານ​ຂອງ​ຜູ້ກ່ຽວ​ທີ່​ມີ​ເນື້ອ​ທີ່ 6 ພັນ ຕາລາງ​ແມັດ ​ທີ່​ຄຸ້ມ Pasiley Park ທີ່ີ​ເມືອງ Chanhassen ຂ້າງ​ນອກ​ບ້ານ​ເກີດ ​ໃນ​ນະຄອນ Minneapolis, ລັດ Minnesota. ສະຖານ​ທີ່​ດັ່ງກ່າວ ​ແມ່ນ​ເປັນ​ທັງບ້ານ ທີ່ຢູ່​ອາ​ໄສ​ຂອງ​ຜູ້ກ່ຽວ​ແລະ​ເປັນ​ສະຖານ​ທີ່​ສັງສັນ ພັກຜ່ອນ ບ່ອນ​ທີ່​ລາວ ​ໄດ້​ຂີດ​ຂຽນ​ແຕ່ງ​ເພງ ອັດ​ສຽງ ​ແລະ​ຝຶກ​ຊ້ອມ​ດົນຕີ​ຂອງ​ລາວ.

ທ້າວ Prince Roger Nelson ສິນລະປິນຜູ້​ມີ​ຊື່​ສຽງໂດ່ງດັງ ​ໄວ 57 ປີ ນຳ​ເອົາ​ດົນຕີຣ໊ອກ funk, rhythm and blues ມາ​ປະສົມ​ປະສານກັນ​ ດັ່ງ​ໃນ​ບົດ​ເພງ “Purple” “Rain,” “Kiss,” “1999,” ແລະ “When Doves Cry” ​ຜູ້ກ່ຽວໄດ້​ເສຍ​ຊີວິດ​ລົງ​ຢ່າງ​ກະທັນຫັນ ​ໃນ​ບ້ານPasiley Park ​ໃນ​ເດືອ​ເມສາ​ຜ່ານ​ມາ​ນີ້. ການ​ສືບສວນ​ສອບ​ສວນ ​ໄດ້​ນຳ​ອອກ​ເຜີຍ​ແຜ່​ວ່າ ​ເຫດການ​ຕາຍ​ຄັ້ງ​ນີ້ ​ແມ່ນ​ການ​ໃຊ້​ຢາ​ແກ້​ປວດ​ເກີນ​ກຳໜົດ ທີ່​ເອີ້ນ​ວ່າ Fentanyl.

ອົງການ​ຄຸ້ມ​ຄອງ​ມໍລະດົກ Bremer ກ່າວ​ວ່າ ການ​ຢ້ຽມ​ຊົມສະຖານ​ທີ່​ດັ່ງກ່າວ ຈະ​ຮວມທັງ ຫ້ອງ​ອັດ ​ແລະ ​ຫ້ອງ​ປະກອບ​ເພງ ​ແລະເວທີ​ຮ້ອງ ​ແລະ​ສະຖານ​ທີ່​ສະ​ແດງ​ຄອນເສີດພ້ອມ​ທັງເຄື່ອງ​ໃຊ້ ຂອງສອຍ ພັນໆ​ຢ່າງ​ນຳ ທີ່​ຮວມມີ ​ເຄື່ອງ​ແຕ່ງ​ກາຍ ລາງວັນ​ຕ່າງໆ ​ເຄື່ອງ​ດົນຕີ ລົດຍົນ ​ແລະ​ລົດຈັກ​ທັງຫຼາຍ​ຂອງ​ຜູ້ກ່ຽວ​ນຳ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG