ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການເຈລະຈາການຄ້າເສລີ ໃນເຂດປາຊີຟິກ ໄຂຂຶ້ນທີ່ຫວຽດນາມ


ແຜນທີ່ຫວຽດນາມ
ແຜນທີ່ຫວຽດນາມ

















ບັນດາ​ນັກ​ເຈລະຈາຈາ​ກ 9 ປະ​ເທດ​ພວມ​ພົບ​ປະ​ກັນ​ຢູ່​ທີ່​ຫວຽດນາມ​ໃນ​ການ​ລິເລີ້ມ​ກອງ​ປະຊຸມ​ເຈລະຈາ​ການ​ຄ້າ​ເສລີ​ເປັນ​ເວລາ 5 ມື້.

ການ​ເຈລະຈາ ຊຶ່ງ​ໄຂ​ຂຶ້ນ​ໃນ​ນະຄອນ​ໂຫຈິ​ມິນ​ໃນ​ວັນ​ຈັນ​ມື້​ນີ້ ມີ​ວັດຖຸ​ປະສົງ​ເພື່ອ​ໃຫ້​ບັນລຸ​ຂໍ້​ຕົກ​ກັນ​ໃນ​ຂັ້ນກວ້າງຂວາງ​ ກ່ຽວ​ກັບ​ເງື່ອນ​ໄຂ​ຂອງອັນ​ທີ່​ເອີ້ນ​ວ່າ ພາຄີ​ຂ້າມ​ມະຫາ​ສະມຸດ​ປາຊີ​ຟິກ ກ່ອນ​ກອງ​ປະຊຸມ​ສຸດ​ຍອດ​ທີ່​ຈະ​ໄຂຂຶ້ນ​ໃນ​ລັດ​ຮາ​ວາຍ​ ໃນ​ເດືອນ​ພະຈິກ​ປີ​ນີ້.

ພວກ​ປະ​ເທດ​ເຫລົ່າ​ນີ້​ໄດ້​ຕົກ​ລົງ​ເຫັນ​ພ້ອມ​ກັນ​ແລ້ວ​ ນໍາ​ການຍຸດຕິ​ການ​ເກັບ​ຄ່າ​ພາສີ​ ​ຈາກ 90 ​ເປີ​ເຊັນຂອງສິນຄ້າ​ຊື້​ຂາຍ​ກັນ​ທັງ​ໝົດ ແລະ​ ພາສີ​ສໍາລັບ​ສ່ວນທີ່ຍັງ​ເຫລືອ​ນັ້ນ ຈະ​ຖືກ​ລົບ​ລ້າງ​ໃຫ້​ໝົດ​ໄປ​ພາຍ​ໃນ​ປີ 2015. ​ເຖິງ​ຢ່າງ​ໃດ​ກໍ​ດີ ຄວາມ​ເຫັນ​ຂັດ​ແຍ້​ງກັນ​ກໍ​ຍັງ​ມີ​ຢູ່ໃນ​ຫລາຍໆເລື້ອງ ເຊ່ນ​ເລື້ອງ​ຊັບ​ສິນ​ດ້ານ​ສະຕິ​ປັນຍາ​ແລະ​ການ​ຄຸ້ມ​ຄອງ​ສິດທິ​ແຮງ​ ງານ ​ແລະ​ສິ່ງ​ແວດ​ລ້ອມເປັນ​ຕົ້ນ.

ໃນ​ວັນ​ອາທິດ​ວານ​ນີ້ ອົງການ​ຂ່າວ Bernama ຂອງ​ມາ​ເລ​ເຊຍ​ອ້າງ​ຄໍາ​ເວົ້າຂອງ​ທ່ານ Ahmad Husni Hanadziah ລັດຖະມົນຕີ​ການ​ເງິນ​ທີ​ສອງມາ​ເລ​ເຊຍ​ວ່າ ທ່ານ​ຈະ​ສະ​ເໜີ​ເອກະສານ​ເຮັດ​ວຽກ​ສະບັບນຶ່ງ ເພື່ອ​ປົກ​ປ້ອງ​ຄຸ້ມ​ຄອງ​ພວກ​ນັກ​ລົງທຶນ​ທ້ອງ​ຖິ່ນ.

ພວກ 9 ປະ​ເທດ​ທີ່​ພວມ​ເຈລະຈາ​ເຮັດ​ສັນຍາ ພາຄີ​ການ​ຄ້າ​ຂ້າມ​ມະຫາ​ສະມຸດ​ປາຊີ​ຟິກ ຫລື TPP ​ແມ່ນໂຮມ​ທັງປະ​ເທດ​ບຣູ​ໄນ ຊີ​ເລ ນີວຊີ​ແລນ ສິງກະ​ໂປ ອອສ​ເຕຣ​ເລຍ ມາ​ເລ​ເຊຍ ​ເປຣູ ສະຫະລັດ​ອາ​ເມ​ລິ​ກາ ແລະ​ຫວຽດນາມ.

ຍີ່ປຸ່ນ​ກໍາລັງ​ພິຈາລະນາ​ວ່າ​ຈະ​ເຂົ້າ​ຮ່ວມ​ໃນ​ການເຈລະຈາ​ນີ້​ຫລືບໍ.

XS
SM
MD
LG