ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສັນຍາ ພາຄີການຄ້າ ຂ້າມປາຊີຟິກ ລະຫວ່າງ 12 ປະເທດ ຂອງ ລັດຖະບານ ທ່ານໂອບາມາ (ວີ​ດີ​ໂອ)


Pacific Rim Trade Deal Proves Elusive
please wait

No media source currently available

0:00 0:02:49 0:00

ເບິ່ງວີດີໂອ ພາສາອັງກິດ ກ່ຽວກັບລາຍງານນີ້.

ພ້ອມກັບທີ່ສົງຄາມ ທີ່ນຳພາໂດຍສະຫະລັດ ຢູ່ໃນອິຣັກ ໄດ້
ສິ້ນສຸດລົງ ແລະການພົວພັນທາງທະຫານຂອງສະຫະລັດ ຢູ່
ໃນອັຟການິສຖານ ກໍກຳລັງຈະສິ້ນສຸດລົງໃນທ້າຍປີນັ້ນ ປະ
ທານາທິບໍດີ ບາຣັກ ໂອບາມາ ໄດ້ພະຍາຍາມຈະຫັນປ່ຽນຈຸດ
ເພັ່ງເລັງດ້ານນະໂຍບາຍຕ່າງປະເທດ ຂອງສະຫະລັດໄປຍັງ
ເອເຊຍ. ພາກນຶ່ງຂອງການຫັນປ່ຽນດັ່ງກ່າວ ກໍຄືການເຈລະ
ຈາເຮັດສັນຍາການຄ້າເສລີ ໃນລະຫວ່າງບັນດາ 12 ປະເທດ
ທີ່ຕັ້ງຢູ່ແຄມຝັ່ງ ຫຼືວ່າ ຢູ່ໃນມະຫາສະມຸດປາຊີຟິກ. ແຕ່ວ່າ
ໃນຂະນະທີ່ທ່ານໂອບາມາ ທຳການຢ້ຽມຢາມ ສີ່ປະເທດເອ
ເຊຍ ໃນອາທິດນີ້ ທ່ານພົບວ່າມັນຍາກຫລາຍທີ່ຈະເຮັດໃຫ້
ສັນຍາການຄ້ານີ້ ເປັນຄວາມຈິງຂຶ້ນມາໄດ້. ຜູ້ສື່ຂ່າວວີໂອເອ
Ken Bredemeier ມີລາຍງານເພີ້ມຕື່ມກ່ຽວກັບເລື້ອງນີ້
ດັ່ງ ໄຊຈະເຣີນສຸກ ຈະນຳມາສະເໜີທ່ານ.

ເບິ່ງວີດີໂອລາຍງານນີ້ ເປັນພາສາລາວ:

ອາເມຣິກາຜະລິດລົດ ທີ່ສົ່ງອອກຂາຍໃນທົ່ວໂລກ ເຊັ່ນດຽວກັບຍີ່ປຸ່ນ.ກະເສດຕະກອນ
ອາເມຣິກັນ ສົ່ງຊີ້ນງົວແລະຊີ້ນໝູ ໃຫ້ລູກຄ້າໃນຕ່າງ ປະເທດ. ສ່ວນຍີ່ປຸ່ນກໍສົ່ງຜະລິດ
ຕະພັນອີເລັກໂທຣນິກຂອງຕົນໄປຂາຍ ຕ່າງປະເທດ. ແລະນັ້ນກໍແມ່ນພຽງສ່ວນນຶ່ງ
ນ້ອຍໆເທົ່ານັ້ນ ຂອງການ ຄ້າຂາຍະຫວ່າງປະເທດ ທີ່ມີຂຶ້ນໃນແຕ່ລະມື້.

ຂະນະນີ້ 12 ປະເທດໃນເຂດອ້ອມແອ້ມມະຫາສະມຸດປາຊີຟິກ ກຳລັງເຈລະຈາຕໍ່ລອງ
ກັນຫາທາງເພີ້ມທະວີ ການຄ້າຂາຍລະຫວ່າງກັນຂຶ້ນ ໂດຍການຕັດພາສີອາກອນແລະ
ຫລຸດຜ່ອນຂໍ້ຈຳກັດຮັດແຄບຕ່າງໆ ລົງ. ສັນຍາການຄ້າ Trans-Pacific Partnership
ເອີ້ນຫຍໍ້ວ່າ TPP ຫລື ສັນຍາພາຄີການຄ້າຂ້າມປາຊີຟິກ ແມ່ນເປັນຫລັກໝັ້ນຂອງ
ການພົວພັນ ຂອງປະທານາທິບໍດີໂອບາມາ ຢູ່ໃນເອເຊຍ ແລະແນ່ນອນກໍຕ້ອງເປັນຫົວ
ຂໍ້ສຳຄັນ ໃນການສົນທະນາຫາລືຂອງທ່ານຢູ່ໃນປະເທດ ທີ່ທ່ານໄປຢ້ຽມຢາມ.

ລັດຖະມົນຕີການຄ້າສະຫະລັດ ທ່ານນາງ Penny Pritzker ກ່າວວ່າ ສັນຍາການຄ້າ
ທີ່ວ່ານີ້ ແມ່ນເປັນບູລິມະສິດ ອັນດັບສູງຂອງລັດຖະບານໂອບາມາ.

ລັດຖະມົນຕີ ພຣິຕສະເກີ້ ເວົ້າວ່າ: “ການໄຂຕະຫລາດໃນທົ່ວຂົງເຂດເອເຊຍ
ປາຊີຟິກໃຫ້ແກ່ສິນຄ້າສົ່ງອອກ ແລະການລົງທຶນຂອງສະຫະລັດກໍແມ່ນຈະ
ຊ່ວຍສົ່ງເສີມ ການຂະຫຍາຍໂຕຂອງເສດຖະກິດ ແລະ ວຽກງານຢູ່ໃນ
ສະຫະລັດ ໃນຫລາຍໆທາງ.”


ມູນຄ່າຂອງເສດຖະກິດ ຂອງໝົດທັງ 12 ປະເທດທີ່ກ່າວເຖິງນີ້ ແມ່ນ ປະກອບເປັນ ເທົ່າກັບປະມານ 40 ສ່ວນຮ້ອຍຂອງເສດຖະກິດໂລກ ສ່ວນບໍລິມາດການຄ້ານັ້ນ
ແມ່ນເທົ່າກັບ 26 ສ່ວນຮ້ອຍ ຂອງການຄ້າໂລກ.

ແຕ່ວ່າການທີ່ຈະບັນລຸຂໍ້ຕົກລົງໃນລະດັບໃຫຍ່ມະຫາສານເຊັ່ນນີ້ ໄດ້ພິສູດໃຫ້ເຫັນວ່າ ເປັນການຍາກຫລາຍ ຈົນວ່າຫລາຍໆປະເທດໄດ້ ຫັນໄປເຈລະຈາເຮັດສັນຍາການຄ້າ
ສອງຝ່າຍແທນ.

ອອສເຕຣເລຍໄດ້ຕົກລົງໃນເດືອນນີ້ ທີ່ຈະຫລຸດພາສີສຳຫລັບຜະລິດຕະພັນອີເລັກ
ໂທຣນິກຂອງຍີ່ປຸ່ນ ໃນຂະນະທີ່ຍີ່ປຸ່ນນັ້ນ ຈະຕັດພາສີ ສຳຫລັບຊິ້ນໝູແລະຊີ້ນງົວຂອງ
ອອສເຕຣເລຍລົງ. ທາງຝ່າຍສະຫະລັດກັບຍີ່ປຸ່ນ ກໍໄດ້ທຳການເຈລະຈາຫລຸດຜ່ອນ
ພາສີຂາເຂົ້າ ລະຫວ່າງກັນ ແຕ່ກໍຍັງບໍ່ຕົກແຕກເທື່ອ. ຜູ້ແທນການຄ້າສະຫະລັດ ທ່ານ Michael Froman ໄດ້ກ່າວເຖິງການເຈລະຈາ ທີ່ມີການໂຕ້ແຍ້ງກັນ ຫລາຍ ເມື່ອ
ໄວໆມານີ້.

ທ່ານ Froman ເວົ້າວ່າ: “ທີມຂອງພວກເຮົາໄປຮອດຍີ່ປຸ່ນ ພ້ອມກັບ ຄວາມຄາດ
ໝາຍວ່າ ຈັ່ງໃດ ການເຈລະຈາກໍຄົງຈະບໍ່ງ່າຍ ແລະຄວາມ ຄາດໝາຍຂອງເຮົາ
ກໍເປັນຈິງ.”


ຈຸດປະສົງສ່ວນນຶ່ງຂອງ ຄວາມພະຍາຍາມທີ່ສະຫະລັດເປັນຜູ້ນຳພາ ເພື່ອເຮັດສັນຍາ
ການຄ້າດັ່ງກ່າວນີ້ ແມ່ນເພື່ອສະແດງໃຫ້ເຫັນເຖິງ ຄວາມສົນໃຈຂອງສະຫະລັດ ທີ່ມີ
ຕໍ່ເອເຊຍ ໃນເວລາທີ່ ຈີນ ຊຶ່ງມີເສດ ຖະກິດທີ່ໃຫຍ່ອັນດັບສອງຂອງໂລກນັ້ນ ກຳລັງເຕີບ
ໃຫຍ່ຂຶ້ນຢ່າງໄວ ແລະໃນບໍ່ຊ້ານີ້ ກໍອາດຈະສາມາດກ້າວຂຶ້ນມາລ້ຳໜ້າສະຫະລັດ ເປັນ
ເສດຖະກິດທີ່ໃຫຍ່ອັນດັບນຶ່ງຂອງໂລກກໍໄດ້.

ແຕ່ວ່າ ຈີນບໍ່ໄດ້ຮວມຢູ່ໃນການເຈລະຈາເຮັດສັນຍາການຄ້າ TPP ນີ້.

Barbara Kotschwar ເປັນນັກວິເຄາະປະຈຳ ສະຖາບັນເສດຖະກິດລະຫວ່າງປະເທດ
Peterson ຢູ່ນະຄອນຫລວງວໍຊິງຕັນ ມີຄວາມເຫັນກ່ຽວ ກັບວ່າ ເປັນຫຍັງຈີນຈຶ່ງບໍ່ເຂົ້າ
ຮ່ວມນຳ.

ທ່ານນາງ Kotschwar ເວົ້າວ່າ: “ໃນເບື້ອງຕົ້ນນັ້ນ ມັນມີຄວາມຢ້ານກົວທີ່ຫລາຍໆ
ຄົນພາກັນເວົ້າເຖິງ ຄືຄວາມຢ້ານກົວວ່າ ມັນຈະຈຳກັດແລະຍັບຍັ້ງຈີນ. ຂ້າພະ
ເຈົ້າຄິດວ່າ ຄວາມຢ້ານກົວດັ່ງກ່າວໄດ້ຫລຸດນ້ອຍຖອຍລົງແດ່ແລ້ວ ແລະ ເວລາ
ນີ້ ພວກເຮົາກໍເຫັນ ສະຫະລັດກັບຈີນ ເວົ້າກັນເລື້ອງການເຈລະຈາ ເຮັດສັນຍາ
ການລົງທຶນ ສອງຝ່າຍ.”


ແຕ່ວ່າ ​ໃນ​ຕອນນີ້ ເຖິງແມ່ນຈະບໍ່ມີຈີນເຂົ້າຮ່ວມນຳກໍ​ຕາມ ບັນດາ 12 ປະເທດ ດັ່ງກ່າວ ກໍຍັງມີບັນຫາຫຍຸ້ງຍາກຫລາຍພໍຢູ່ແລ້ວໃນການທີ່ຈະບັນລຸຂໍ້ຕົກລົງກັນ​ ກ່ຽວ​ກັບ​ຊ່ອງ​ທາງ​
ທີ່​ຈະຮ່ວມກັນເສີມ​ຂະຫຍາຍ ​ເສດຖະກິດ​ຂອງ​ພວກ​ເຂົາເຈົ້າ ນັ້ນ.
XS
SM
MD
LG