ປະທານາທິບໍດີ ສະຫະລັດ ທ່ານໂຈ ໄບເດັນ ຄູ່ຕຳແໜ່ງຂອງທ່ານ ຈາກຈີນ ທ່ານສີ ຈິ້ນຜິງ ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານໂຢຊີຮີເດະ ຊູກະ ແລະປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ແມ່ນລວມຢູ່ໃນບັນດາຜູ້ນຳຂອງປະເທດທີ່ຕັ້ງຢູ່ແຄມປາຊີຟິກ ທີ່ໄດ້ມາເຕົ້າໂຮມກັນໂດຍຜ່ານທາງອອນໄລນ໌ ເພື່ອປຶກສາຫາລືກ່ຽວກັບຍຸດທະສາດທີ່ຈະຊ່ອຍໃຫ້ເສດຖະກິດຟື້ນຕົວຈາກການລະບາດຂອງພະຍາດໂຄວິດ-19 ທີ່ເກີດຂຶ້ນຮອບໃໝ່ ອີງຕາມລາຍງານຂອງອົງການຂ່າວເອພີ ຈາກນະຄອນຫຼວງແຄນເບີຣາ ປະເທດອອສເຕຣເລຍ.
ນາຍົກລັດຖະມົນຕີ ນິວຊີແລນ ທ່ານນາງຈາຊິນດາ ອາຣເດີນ ຈະເປັນປະທານພິເສດຂອງກອງປະຊຸມສົນທະນາ ວ່າດ້ວຍການຮ່ວມມືທາງເສດຖະກິດຂອງບັນດາຜູ້ນຳ ໃນຂົງເຂດເອເຊຍ-ປາຊີຟິກ ຊຶ່ງມີສະມາຊິກຈາກ 21 ປະເທດ ໃນວັນສຸກມື້ນີ້.
ແຕ່ການທູດກ່ຽວກັບໂຣກລະບາດ ແລະຢາວັກຊີນ ໄດ້ພິສູດໃຫ້ເຫັນເປັນບັນຫາທີ່ສ້າງຄວາມແຕກແຍກກັນພາຍໃນບັນດາສະມາຊິກຂອງການສົນທະນາ ທີ່ວ່າ ເປົ້າໝາຍຕົ້ນຕໍຂອງການປຶກສາຫາລືນີ້ ແມ່ນເພື່ອສະໜັບສະໜຸນເສດຖະກິດໃຫ້ຂະຫຍາຍຕົວໄດ້ຢ່າງຍືນຍົງ ແລະສ້າງຄວາມຈະເລີນຮຸ່ງເຮືອງ ໃນພາກພື້ນເອເຊຍ-ປາຊີຟິກ.
ຖະແຫລງການຂອງທຳນຽບຂາວ ໄດ້ກ່າວວ່າ ທ່ານໄບເດັນ ໄດ້ໂອ້ລົມຜ່ານທາງໂທລະສັບກັບທ່ານນາງອາຣເດີນ ໃນວັນສຸກມື້ນີ້ ກ່ອນໜ້າການພົບປະກັນຂອງບັນດາຜູ້ນຳທັງຫຼາຍ ແລະໄດ້ປຶກສາຫາລືກ່ຽວກັບຜົນປະໂຫຍດຂອງສະຫະລັດ ໃນການຮັກສາຂົງເຂດອິນໂດ-ປາຊີຟິກ ໄວ້ໃຫ້ເປັນເຂດເສລີ ແລະເປີດກວ້າງ.
ຖະແຫລງການໄດ້ກ່າວວ່າ “ພວກເພິ່ນຍັງໄດ້ປຶກສາຫາລືກ່ຽວກັບການຮ່ວມມືຂອງພວກເຮົາ ແລະການພົວພັນກັບບັນດາປະເທດເກາະດອນ ໃນປາຊີຟິກ.”
ລັດຖະບານ ທ່ານໄບເດັນ ໄດ້ເອົາໃຈໃສ່ເປັນພິເສດ ຕໍ່ສາຍສຳພັນກັບບັນດາພັນທະມິດໃນເຂດປາຊີຟິກ ໃນຊ່ວງຕົ້ນໆຂອງການບໍລິຫານຂອງທ່ານນັ້ນ.
ນຶ່ງໃນການປະຕິບັດງານດ້ານການທູດຄັ້ງທຳອິດໃນຖານະເປັນປະທານາທິບໍດີ ແມ່ນການຈັດກອງປະຊຸມສຸດຍອດທາງອອນໄລນ໌ກັບບັນດາຜູ້ນຳຈາກສີ່ປະເທດ ທີ່ເອີ້ນວ່າ Quad ໂດຍລວມມີ ອອສເຕຣເລຍ ອິນເດຍ ແລະຍີ່ປຸ່ນ ຊຶ່ງເປັນກຸ່ມສູນກາງໃນຄວາມພະຍາຍາມຂອງທ່ານ ທີ່ຈະຕ້ານຢັນການຂະຫຍາຍຕົວທາງການທະຫານ ທີ່ເພີ້ມຂຶ້ນນັບມື້ ແລະການເປັນມະຫາອຳນາດທາງດ້ານເສດຖະກິດຂອງຈີນ. ແລະໄດ້ເປັນເຈົ້າພາບຈັດກອງປະຊຸມ ຜູ້ນຳຕ່າງປະເທດເພື່ອໃຫ້ທ່ານຊູກະ ແລະປະທານາທິບໍດີ ເກົາຫຼີໃຕ້ ທ່ານມູນແຈ ອິນ ພົບປະກັນແບບຊ້ອງໜ້າ ຄັ້ງທຳອິດ ໃນການດຳລົງຕຳແໜ່ງຂອງທ່ານນັ້ນ. ເກົາຫຼີໃຕ້ ເປັນສະມາຊິກຂອງກຸ່ມ APEC ແລະ ອິນເດຍເປັນປະເທດດຽວໃນກຸ່ມ Quad ທີ່ບໍ່ໄດ້ເປັນສະມາຊິກ.