ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເກາະກວມ ທີ່ຕັ້ງຢູ່ໃນຂົງເຂດມະຫາສະໝຸດປາຊີຟິກ ເປັນທາງຜ່ານໂດຍກົງ ຂອງໄຕ້​ຝຸ່ນ​ຂະ​ໜາດ​ແຮງ


ພາບຖ່າຍດາວທຽມ ທີ່ຖ່າຍເມື່ອວັນທີ 23 ພຶດສະພາ 2023 ທີ່ເຜີຍແຜ່ໂດຍອົງການ NASA ນີ້ ສະແດງໃຫ້ເຫັນພາຍຸໄຕ້ຝຸ່ນ Mawar, ພາຍຸຂະໜາດໃຫຍ່ທີ່ສາມາດທໍາລາຍຂົງເຂດດິນແດນຂອງສະຫະລັດໃນຮອບສອງທົດສະວັດ, ເຊິ່ງກໍາລັງມຸ້ງໜ້າເຂົ້າເກາະກວມ.
ພາບຖ່າຍດາວທຽມ ທີ່ຖ່າຍເມື່ອວັນທີ 23 ພຶດສະພາ 2023 ທີ່ເຜີຍແຜ່ໂດຍອົງການ NASA ນີ້ ສະແດງໃຫ້ເຫັນພາຍຸໄຕ້ຝຸ່ນ Mawar, ພາຍຸຂະໜາດໃຫຍ່ທີ່ສາມາດທໍາລາຍຂົງເຂດດິນແດນຂອງສະຫະລັດໃນຮອບສອງທົດສະວັດ, ເຊິ່ງກໍາລັງມຸ້ງໜ້າເຂົ້າເກາະກວມ.

ເກາະກວມ ​ຊຶ່ງ​ເປັນ​ດິນ​ແດນ​ທີ່​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມຂອງສະຫະລັດ ແມ່ນຢູ່ພາຍໃຕ້ເຫດການສຸກເສີນ ເນື່ອງຈາກພາຍຸໄຕ້ຝຸ່ນມາວາ (Mawar) ກໍາລັງມຸ້ງໜ້າເຂົ້າສູ່ເກາະນ້ອຍໆແຫ່ງນີ້ ເຊິ່ງ​ອາດ​ຈະເປັນພາຍຸທີ່​ສ້າງ​ຄວາມ​ເສຍ​ຫາຍຮ້າຍແຮງ.

ການແນະນໍາຫຼ້າສຸດ ຈາກສູນບໍລິການສະພາບອາກາດແຫ່ງຊາດກ່າວວ່າ ພາຍຸມາວາ ມຸ້ງໜ້າເຂົ້າບໍລິເວນເກາະກວມ ດ້ວຍລົມ​ທີ່​ມີຄວາມແຮງ 225 ກິໂລແມັດຕໍ່ຊົ່ວໂມງ, ເຮັດໃຫ້ພາຍຸ​ຫົວນີ້ເປັນພາຍຸ​ທີ່​ມີຄວາມແຮງລະດັບ 4 ໃນຄວາມແຮງທັງໝົດ 5 ລະດັບ ເຊິ່ງເປັນຂະໜາດຄວາມແຮງຂອງລະດັບທໍາລາຍລ້າງຂອງພາຍຸ. ນັກພະຍາກອນອາກາດກ່າວວ່າ ຄວາມແຮງຂອງລົມທີ່ແຜ່ຂະຫຍາຍຈາກສູນກາງຂອງພາຍຸມາວາ ໄກເຖິງ 80 ກິໂລແມັດ, ດ້ວຍຄວາມແຮງຂອງລົມພາ ຍຸລະດູຮ້ອນ ທີ່ກວມເອົາຮອດ 225 ກິໂລແມັດ.

ມາວາ ເປັນຄໍາສັບພາສາມາເລເຊຍ ທີ່ມີຄວາມໝາຍວ່າ “ດອກກຸຫຼາບ,” ຄາດ ວ່າ ມັນຈະມີຄວາມແຮງເພີ້ມສູງຂຶ້ນຮອດລະດັບ 5 ເມື່ອມັນພັດຂຶ້ນຝັ່ງທີ່ເກາະ ກວມ ໃນຊ່ວງເວລາໃດນຶ່ງ ຂອງຕອນສວາຍວັນພຸດມື້ນີ້, ໂດຍຈະເຮັດໃຫ້ມັນກາຍເປັນສຸດຍອດຂອງ​ລົມພາຍຸ. ເກາະກວມ ແລະເກາະໂຣຕາ (Rota) ທີ່ຢູ່ໃກ້ຄຽງ ກໍາລັງຢູ່ພາຍໃຕ້ການແຈ້ງເຕືອນດັ່ງກ່າວ.

ປະທານາທິບໍດີຂອງສະຫະລັດ ທ່ານໂຈ ໄບເດັນ ໄດ້ອອກປະກາດພາວະສຸກເສີນສໍາລັບເກາະກວມ, ແລະໄດ້ມອບໜ້າທີ່ໃຫ້ພະແນກຮັບ​ມືກັບພາວະສຸກເສີນຂອງລັດຖະບານກາງປະສານງານເພື່ອຊ່ວຍເຫຼືອໄພພິບັດຕ່າງໆແລະ “ສະໜອງການຊ່ວຍເຫຼືອທີ່ເໝາະສົມ ຕາມມາດຕະຖານສຸກເສີນທີ່ຈໍາເປັນ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG