ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມະຫາວິທະຍາໄລ ອັອກສ໌ຝອດ ກ່າວວ່າ ການສັກຢາວັກຊີນ ອາສຕຣາເຊເນກາ ເຮັດໃຫ້ການຕິດຕໍ່ ຂອງໄວຣັສໂຄໂຣນາ ຫຼຸດລົງ


ຄົນຜຸ້ນຶ່ງໄດ້ຮັບການສັກວັກຊີນ ປ້ອງກັນໄວຣັສໂຄໂຣນາ ຢູ່ສູນກາງສັກຢາ ທີ່ເມືອງຢອກ ປະເທດອັງກິດ ວັນທີ 22 ມັງກອນ 2021.
ຄົນຜຸ້ນຶ່ງໄດ້ຮັບການສັກວັກຊີນ ປ້ອງກັນໄວຣັສໂຄໂຣນາ ຢູ່ສູນກາງສັກຢາ ທີ່ເມືອງຢອກ ປະເທດອັງກິດ ວັນທີ 22 ມັງກອນ 2021.

ວັກຊີນກັນໄວຣັສໂຄໂຣນາ ທີ່ພັດທະນາໂດຍບໍລິສັດເພຊັດຊະກຳອາສຕຣາເຊເນກາ
ແລະມະຫາວິທະຍາໄລອັອກສ໌ຝອດ (AztraZeneca and Oxford University) ໄດ້
ເຮັດໃຫ້ການຕິດຕໍ່ຂອງໄວຣັສຫລຸດລົງ ສອງສ່ວນສາມ ອີງຕາມ ການຄົ້ນຄວ້າທີ່ພິມເຜີຍ
ແຜ່ ໂດຍມະຫາວິທະຍາໄລ ໃນວັນພຸດວານນີ້.

ການຄົ້ນຄວ້າຍັງບໍ່ທັນໄດ້ເບິ່ງຄືນຢ່າງຖີ່ຖ້ວນ ແຕ່ວ່າລັດຖະມົນຕີສາທາລະນະສຸກອັງກິດ
ທ່ານແມັຕ ແຮນຄັອກ (Matt Hancock) ກ່າວຕໍ່ອົງການຂ່າວ BBC ເຖີງການຄົ້ນພົບວ່າ
ເປັນ “ຂ່າວທີ່ດີ.”

ທ່ານແຮນຄັອກກ່າວວ່າ “ມັນສະແດງໃຫ້ໂລກເຫັນວ່າ ວຽກງານຂອງອັອກສ໌ຝອດ ມັນເຮັດ
ໄດ້ດີ.”

ວັກຊີນດັ່ງກ່າວໄດ້ຖືກຕຳໜິຈາກບັນດາປະເທດໃນຢູໂຣບ ຫວ່າງບໍ່ເທົ່າໃດມື້ທີ່ຜ່ານມານີ້
ພ້ອມດ້ວຍພວກເຈົ້າໜ້າທີ່ສະແດງຄວາມເປັນຫ່ວງ ກ່ຽວກັບການຂາດຂໍ້ມູນກ່ຽວກັບປະ
ສິດທິຜົນຂອງຢາ ສໍາລັບພວກຄົນທີ່ເຖົ້າແກ່ແລ້ວ.

ຄະນະທີ່ປຶກສາສູງສຸດດ້ານສາທາລະນະສຸກຂອງຝຣັ່ງ ໄດ້ສະເໜີໃຫ້ຢາວັກຊີນນີ້ ສຳລັບຜູ້
ທີ່ມີອາຍຸຕ່ຳກວ່າ 65 ປີ.

ຢູ່ໃນປະເທດແບລຈ້ຽມ ລັດຖະບານກ່າວວ່າພຽງແຕ່ຈະສັກຢາວັກຊີນໃຫ້ແກ່ບັນດາຜູ້ທີ່ມີ
ອາຍຸຕ່ຳກວ່າ 55 ປີ.

ລັດຖະມົນຕີສາທາລະນະສຸກ ທ່ານແຟຣງ ແວນເດິນບຸຣກ (Frank Vanden-broucke)
ກ່າວວ່າ “ພວກເຮົາບໍ່ມີຂໍ້ມູນພຽງພໍ ເພື່ອເປັນທີ່ແນ່ນອນວ່າ ມັນດີ ສຳລັບຜູ້ເຖົ້າ.”

ຫົວໜ້າທົດລອງຢາວັກຊີນຂອງອັອກສ໌ຝອດ ທ່ານແອນດຣູ ໂພລາດ (Andrew Pollard)
ກ່າວຕໍ່ BBC ໃນວັນພຸດວານນີ້ວ່າ ເຖິງແມ່ນຂາດຂໍ້ມູນ ກ່ຽວກັບປະສິດທິຜົນທີ່ແນ່ນອນນັ້ນ
ຢາວັກຊີນນີ້ໄດ້ສະໜອງພູມຕ້ານທານໃນການຕອບຮັບທີ່ດີສຳລັບພວກຜູ້ເຖົ້າ.

ທ່ານໂພລາດ ກ່າວວ່າ “ພວກເຮົາມີການຕອບຮັບທີ່ດີຂອງພູມຕ້ານທານໃນບັນດາຜູ້ເຖົ້າ ທີ່
ຄ້າຍຄືກັນກັບພວກທີ່ໜຸ່ມກວ່າ ຊຶ່ງເປັນການປ້ອງກັນທີ່ພວກເຮົາເຫັນວ່າ ຄືກັນແທ້ຢູ່ໃນທິດ
ທາງດຽວກັນ ແລະມີຄວາມແຮງທີ່ຄ້າຍຄືກັນ.”

ອ່ານນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG