ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອົງ​ການ ​ອັອກ​ສ໌​ຟາມ ກ່າວ​ວ່າ ຊາຍ​ທີ່​ຮັ່ງມີ ​ທີ່​ສຸດ​ 10 ຄົນໃນ​ໂລກ ​​ເພີ້ມ​ຄວາມ​ຮັ່ງ​ມີຂຶ້ນສອງ​ເທົ່າ ​ໃນ​ໄລຍະທີ່​ມີ​ໂຄວິດລະ​ບາດຢູ່ນີ້


ທ່ານ Elon Musk ຫົວ​ໜ້າ​ບໍ​ລິ​ສັດ SpaceX and Tesla ເຂົ້າ​ຮ່ວມກອງ​ປະ​ຊຸມທີ່​ສູນ​ອະ​ວະ​ກາດ Kennedy Space Center ໃນ​ເມືອງ Cape Canaveral, ລັດ​ຟ​ລໍ​ຣິ​ດາ, ວັນ​ທີ 19 ມັງກອນ, 2020. ທ່ານ​ເປັນ 1 ໃນ 10 ຄົນ​ທີ່​ຄວາມ​ຮັ່ງ​ມີ​ເພີ້ມ​ຂຶ້ນ​ຫລາຍ​ທີ່​ສຸດ​ໃນໄລ​ຍະ​ທີ່​ມີ​ການ​ລະ​ບາດ​ຂອງ COVID-19.
ທ່ານ Elon Musk ຫົວ​ໜ້າ​ບໍ​ລິ​ສັດ SpaceX and Tesla ເຂົ້າ​ຮ່ວມກອງ​ປະ​ຊຸມທີ່​ສູນ​ອະ​ວະ​ກາດ Kennedy Space Center ໃນ​ເມືອງ Cape Canaveral, ລັດ​ຟ​ລໍ​ຣິ​ດາ, ວັນ​ທີ 19 ມັງກອນ, 2020. ທ່ານ​ເປັນ 1 ໃນ 10 ຄົນ​ທີ່​ຄວາມ​ຮັ່ງ​ມີ​ເພີ້ມ​ຂຶ້ນ​ຫລາຍ​ທີ່​ສຸດ​ໃນໄລ​ຍະ​ທີ່​ມີ​ການ​ລະ​ບາດ​ຂອງ COVID-19.

ຜູ້​ຊາຍ​ທີ່​ຮັ່ງມີ​ທີ່​ສຸດ​ໃນ​ໂລກ 10 ຄົນ​ໄດ້​ເພີ້ມ​ຄວາມ​ຮັ່ງ​ມີ​ຂອງ​ເຂົາ​ເຈົ້າ​ເປັນ​ສອງ​ເທົ່າ​ໃນ​ໄລຍະ 2 ປີ​ທຳ​ອິດ​ຂອງ​ການ​ແຜ່​ລະບາດ​ຂອງ​ໄວ​ຣັສ​ໂຄ​ໂຣ​ນາຍ້ອນ​ຄວາມ​ທຸກ​ຍາກ​ແລະ​ຄວາມ​ບໍ່​ສະ​ເໝີ​ພາບກັນ​ໄດ້​ເພີ້ມ​ຂຶ້ນ, ອີງ​ຕາມລາຍ​ງານທີ່​ກ່າວ​ໃນ​ວັນ​ຈັນ​ມື້​ນີ້​.

ອົງ​ການ​ອັອກ​ສ໌​ຟາມ (Oxfam) ກ່າວວ່າ ຄວາມຮັ່ງມີຂອງພວກຜູ້ຊາຍເຫລົ່າ​ນີ້ໄດ້ເພີ້ມຂຶ້ນຈາກ 700 ຕື້ໂດລາ ຫາ 1 ພັນ 500 ຕື້ໂດລາ, ໃນອັດຕາສະ ເລ່ຍ 1.3 ຕື້ໂດລາຕໍ່ມື້ ຢູ່ໃນບົດສະຫຼຸບຫຍໍ້ທີ່ພີມອອກມາກ່ອນກອງປະຊຸມສຸດ ຍອດທາງ​ອອນ​ລາຍຂອງຜູ້ນໍາໂລກທີ່ຈະຈັດຂຶ້ນພາຍໃຕ້ການອຸປະຖໍາຂອງກອງ​ປະ​ຊຸມເສດຖະກິດໂລກ.

ສະ​ຫະ​ພັນ​ຂອງການກຸສົນຕ່າງໆ ທີ່ສຸມໃສ່ການຫຼຸດຜ່ອນຄວາມທຸກຍາກໃນທົ່ວໂລກ ອັອກ​ສ໌​ຟາມ ກ່າວວ່າ ຄວາມຮັ່ງມີຂອງມະຫາເສດຖີໄດ້ເພີ້ມຂຶ້ນໃນໄລຍະທີ່​ມີການແຜ່ລະບາດຂອງພະຍາດຫຼາຍກວ່າການ​ເພີ້ມ​ຂຶ້ນຂອງມັນໃນ 14 ປີທີ່ ຜ່ານມາ, ເມື່ອເສດຖະກິດໂລກຕົກຢູ່ໃນສະພາບເສດຖະກິດຖົດຖອຍທີ່ຮ້າຍ ແຮງທີ່ສຸດນັບຕັ້ງແຕ່ຕະ​ຫລາດ​ຮຸ້ນ Wall Street ພັງ​ທະ​ລາຍ​ລົງ​ໃນປີ 1929 ນັ້ນ.

ບົດ​ລາຍ​ງານດັ່ງ​ກ່າວເອີ້ນຄວາມບໍ່ສະເຫມີພາບອັນນີ້ວ່າເປັນ "ຄວາມຮຸນແຮງ ທາງເສດຖະກິດ" ແລະກ່າວວ່າຄວາມບໍ່ສະເຫມີພາບແມ່ນປະກອບສ່ວນເຮັດ ໃຫ້ປະຊາຊົນເສຍຊີວິດ 21,000 ຄົນໃນທຸກໆມື້ ເນື່ອງຈາກການຂາດຊ່ອງ​ທາງເຂົ້າເຖິງການດູແລສຸຂະພາບ, ການກໍ່ຄວາມຮຸນແຮງໂດຍ​ອີງ​ໃສ່ເພດ, ຄວາມອຶດຫິວ ແລະ ການປ່ຽນແປງຂອງດິນຟ້າອາກາດ.

ການແຜ່ລະບາດຂອງພະຍາດດັ່ງກ່າວໄດ້ເຮັດໃຫ້ປະຊາຊົນ 160 ລ້ານຄົນຕົກຢູ່ໃນຄວາມທຸກ ຍາກ, ອົງການກຸສົນໄດ້ກ່າວຕື່ມວ່າ, ມີຊົນເຜົ່າສ່ວນນ້ອຍທີ່ບໍ່ແມ່ນ​ຄົນ​ຜິວຂາວ ແລະ ແມ່ຍິງໄດ້ຮັບຜົນກະທົບຢ່າງຫຼວງຫຼາຍຍ້ອນຄວາມບໍ່ສະເຫມີພາບເພີ້ມຂຶ້ນ.

ບົດລາຍງານດັ່ງກ່າວມີ​ຂຶ້ນຫລັງຈາກ​ມີການສຶກສາຄົ້ນ​ຄວ້າໃນເດືອນທັນວາ 2021 ໂດຍກຸ່ມທີ່ພົບວ່າ ສ່ວນແບ່ງຄວາມຮັ່ງມີຂອງຄົນຮັ່ງມີທີ່ສຸດຂອງໂລກ ໄດ້ເພີ້ມຂຶ້ນໃນ​ຈັງ​ຫວະ​ທີ່​ໄວຢ່າງ​ເປັນ​ປະ​ຫວັດ​ການໃນໄລ​ຍະ​ທີ່​ມີການແຜ່ລະ ບາດຂອງ​ພະ​ຍາດຢູ່ນີ້.

​ອົງ​ການ ອັອກ​ສ໌​ຟາມ ຮຽກຮ້ອງໃຫ້ປະຕິຮູບດ້ານພາສີ ເພື່ອສະໜອງທຶນໃຫ້ແກ່ ການຜະລິດວັກຊີນໃນທົ່ວໂລກ ພ້ອມກັບການດູແລສຸຂະພາບ, ການປັບຕົວເຂົ້າ​ກັບດິນຟ້າອາກາດ ແລະ ການຫຼຸດຜ່ອນຄວາມຮຸນແຮງ ທີ່ອີງໃສ່ເພດເພື່ອຊ່ວຍ ຊີວິດຄົນໄວ້.

ວາ​ລະ​ສານ Forbes ລະບຸ 10 ຄົນຮັ່ງ​ມີທີ່ສຸດໃນໂລກນັ້ນຄື: ຫົວຫນ້າບໍ​ລິ​ສັດ Tesla ແລະ SpaceX, ທ່ານອີ​ລອນ ມັ​ສ​ຄ໌ (Elon Musk), ທ່ານ​ແຈັ​ຟ ເບ​ໂຊສ໌ (Jeff Bezos) ຂອງບໍ​ລິ​ສັດ Amazon, ຜູ້ກໍ່ຕັ້ງບໍ​ລິ​ສັດ Google, ທ່ານ ແລ​ຣີ ເພ​ສ໌ (Larry Page) ແລະທ່ານເຊີ​ເກ ບ​ຣິນ (Sergey Brin), ທ່ານ​ມາກ ຊັກ​ເກີ​ເບີກ (Mark Zuckerberg) ຂອງ Facebook, ອະດີດຫົວ​ໜ້າ​ບໍ​ລິ​ຫານ​ ຫລື CEO ຂອງ Microsoft, ທ່ານບີ​ລ ເກດສ໌ (Bill Gates) ແລະ ທ່ານສ​ຕິ​ຟ ບອ​ລ​ເມີ (Steve Ballmer), ອະດີດ CEO ຂອງບໍ​ລິ​ສັດ Oracle, ທ່ານ​ແລ​ຣີ ແອ​ລ​ລີ​ສັນ (Larry Ellison), ທ່ານ​ວໍ​ເຣນ ບັບ​ເຟັດ (Warren Buffet), ນັກລົງທຶນສະຫະລັດ ແລະ ຫົວຫນ້າກຸ່ມທີ່​ຮັ່ງ​ມີ​ຫລູ​ຫລາ LVMH ຂອງຝຣັ່ງ, ທ່ານ​ເບີ​ນາ ອາ​ໂນ​ (Bernard Arnault).

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG