ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​​​​​​ອົງການ Oxfam ລະບຸວ່າ ຕົນໄລ່ພວກ​ພະນັກງານ 3 ຄົນ​ອອກ ທີ່ມີຂ່າວນອງນັນ ໃນຄະດີລວນ​ລາມທາງ​ເພດ


​​​​​​ສັນຍາລັກຂອງອົງການ Oxfam ໄດ້ສະແດງໃຫ້ເຫັນ ໃນຮ້ານຂາຍ
ປຶ້ມຂອງອົງການ ທີ່ເມືອງ Glasgow, Scotland, 10 ກຸມພາ 2018.
​​​​​​ສັນຍາລັກຂອງອົງການ Oxfam ໄດ້ສະແດງໃຫ້ເຫັນ ໃນຮ້ານຂາຍ ປຶ້ມຂອງອົງການ ທີ່ເມືອງ Glasgow, Scotland, 10 ກຸມພາ 2018.

ອົງການ Oxfam ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ພວກ​ພະນັກງານ 3 ຄົນ​ຂອງ​ຕົນ ທີ່​ສົງ​ໄສ​
ວ່າ ທຳ​ການລະ​ເມີດ​ ຫຼື​ບໍ່ ກໍ​ລວນ​ລາມທາງ​ເພດ​ ໃນຊ່ວງ​ທີ່​ພະຍາຍາມ ທຳ​ການ​ຊ່ອຍ​ເຫຼືອ
ກູ້​ໄພ​ໃນ​ຊ່ວງ​ແຜ່ນດິນ​ໄຫວ ທີ່​ກະທົບ​ຕໍ່​ຂົງ​ເຂດ ​ແລະ​ໄດ້​ທຳ​ການ​ຂົ່ມຂູ່​ທາງ​ຮ່າງກາຍຕໍ່ຜູ້​
ເຫັນ​ເຫດການ ​ໃນ​ຂະນະທີ່ອົງການ​ອຸ​ສົນ​ໃນ​ທົ່ວ​ໂລກ ​ແມ່ນກຳລັງ​ທຳ​ການ​ສືບສວນເຂົ້າ
​ໃນ​ເລື່ອງດັ່ງ​ກ່າວ​ຫາ​ນີ້.

ອົງການ Oxfam ທີ່​ມີ​ຫ້ອງການ​ຢູ່​ທີ່​ອັງກິດ ​ໄດ້​ນຳ​ເຜີຍ​ແຜ່​ລາຍ​ງານ ປີ 2011 ຂອງ​ຕົນ
ກ່ຽວ​ກັບກັບ​ການ​ເຮັດ​ບໍ່​ຖືກຕ້ອງ ຂອງ​ພວກ​ພະນັກງານ​ຂອງ​ຕົນ ​ໃນ​ເຂດ​ເກາະ Carib-
bean ທີ່​ຮວມທັງ ການວ່າ​ຈ້າງ​ພວກໂສ​ເພນີ​ ໃຫ້​ພວກ​ພະນັກງານ​ຕິດ​ຕໍ່​ພົວພັນ​ພາຍ​ໃຕ້​
ການ​ດູ​ແລ​ຂອງ ອົງການ Oxfam ຂ້າງ​ນອກ​ເມືອງທ່າ Port-au-Prince. ກຸ່ມ​ອົງການ
ກຸສົນ ກ່າວ​ວ່າຕົນ​ໄດ້​ໄລ່​ພວກ​ພະນັກງານ 4 ຄົນ​ຂອງ​ຕົນ​ ທີ່​ພົວພັນ​ກັບ​ເລື່ອງ​ນອງ​ນັນ
​ດັ່ງກ່າວ ອອກ​ແລ້ວ ​ແລະ​ອະນຸຍາດ​ໃຫ້​ 3 ຄົນ ລາ​ອອກ ຊຶ່ງ​ຮວມທັງ ທ່ານ Rokand
Van Hauwermeiren ຜູ້​ຊຶ່ງ​ເປັນ​ຜູ້ອຳນວຍການຂອງອົງການ Oxfam ຢູ່ ​ໃນ​ຂະນະ​ນັ້ນ.

ຜູ້ອຳນວຍການຂອງອົງການ Oxfam ທ່ານນາງ Winnie Byanyima ກ່າວໃນກອງປະຊຸມ ເສດຖະກິດໂລກຂອງອາຟຣິກາ ໃນເມືອງ Abuja, ໄນເຈີເຣຍ.
ຜູ້ອຳນວຍການຂອງອົງການ Oxfam ທ່ານນາງ Winnie Byanyima ກ່າວໃນກອງປະຊຸມ ເສດຖະກິດໂລກຂອງອາຟຣິກາ ໃນເມືອງ Abuja, ໄນເຈີເຣຍ.

ທ່ານນາງ Winnie Byanyima ຜູ້ອຳນວຍການຂອງອົງການ Oxfam ນາ​ໆຊາດ ​
ໄດ້​ກ່າວ​ວ່າ ກຸ່ມ​ອົງການ​ກຸສົນ “​ແມ່ນໝາຍ​ໝັ້ນ​ຢ່າງ​ແທ້ຈິງ ​ໃນ​ການ​ຮັບເອົາ​ຄວາມ​ຜິດ​
ຊອບທີ່ມີ​ຈາລິຍະ​ທຳ ຈັນ​ຍາ​ບັນ​ທີ່​ພວກ​ເຮົາ​ປະຕິບັດ ຕໍ່​ພວກ​ຜູ້ຍິງ​ເຮ​ຕີ”
​ແລະ​ຕົນ​ຈະ​
ພົບກັບ​ລັດຖະບານ ​ເພື່ອ​ຂໍ​ຂະ​ມາ​ໂທດ ສຳຫຼັບ​ສິ່ງ​ທີ່​ໄດ້​ກະທຳ​ທີ່​ພິດ​ພາດ​ລົງ​ໄປ ​ໃນ​ເກາະ​
ແຫ່ງ​ນັ້ນ ຫຼັງ​ຈາກ​ທີ່​ແຜ່ນດິນ​ໄຫວໄດ້​ກະທົບ​ຕໍ່​ຂົງ​ເຂດ ​ໃນ​ປີ 2010.

ທ່ານ​ນາງ ຍັງ​ໄດ້​ກ່າວ​ອີກ​ວ່າ ອົງການ Oxfam ​ແມ່ນ​ໄດ້​ເອົາ​ບາດກ້າວ “ທີ່ໄດ້​ສຳພາດ​
ແບບ​ບໍ່ຂຶ້ນກັບໃຜ ຂອງ​ປະ​ເພນີ​ແລະ​ການ​ປະຕິບັດ ​ໂດຍ​ສິດ​ຂອງພວກຜູ້ນຳ​ແມ່ຍິງ,”

ທີ່​ວ່າ“ຊ່ອຍ​ຄ້ຳປະກັນ​ການ​ລວນ​ລາມດັ່ງກ່າວ​ຕ້ອງ​ຖືກ​ຕັດ​ຮາກ​ຖອນ​ໂຄນ​ອອກ​ຈາກ
ອົງການ Oxfam​ ແລະ​ຊ່ອຍ​ພວກ​ເຮົາ​ໃຫ້​ເປັນ​ປະຕິບັດ​ພາລະກິດ​ທີ່​ມີ​ໝາກຜົນ​ກວ່າ​
ເກົ່າ ຕາມ​ຈຸດປະສົງ​ຂອງ​ພວກ​ເຮົາທີ່ຈະ​ຫາ​ທາງອອກຊ່ອຍ​ເຫຼືອພວກ​ຍາກຈົນ ​ແບບ
​ຢັ້ງຢືນ​ຖາວອນ​ນັ້ນ.​”

ອັງກິດ ​ໃນ​ສັບປະ​ດາແລ້ວ​ນີ້ ​ໄດ້​ຕັດ​ງົບປະມານ​ອັນ​ໃໝ່​ຂອງ ອົງການ Oxfam ອອກ
ຫຼັງ​ຈາກ​ໄດ້​ມີ​ລາຍ​ງານ​ກ່ຽວ​ກັບ​ການ​ປະພຶດ​ປະຕິບັດ​ທີ່​ບໍ່​ຊອບ​ທຳ​ໃນ​ເຮ​ຕີ ນັ້ນ. ອົງການ
​ກຸສົນ​ດັ່ງກ່າວ​ໄດ້​ຮັບ​ເງິນ​ຫຼາຍ​ກວ່າ 43 ລ້ານ ຈາກ​ລັດຖະບານ​ໃນ​ຮອບ 12 ​ເດືອນ
ທີ່​ສິ້ນສຸດ​ລົງ​ໃນ​ເດືອນ​ເມສາ​ແລ້ວ​ນີ້.

“ການ​ກະທຳ​ທີ່​ພວກ​ເຮົາພົບ​ເຫັນ​ນີ້ ​ແມ່ນ​ຊົ່ວ​ຮ້າຍ,” ຊຶ່ງ​ນາຍົກລັດຖະມົນ​ຕິ​ອັງກິດ
ທ່ານ​ນາງ Theresa May ​ໄດ້​ກ່າວ ຫຼັງ​ຈາກ​ທີ່​ມີ​ລາຍ​ງານ​ປີ 2011 ​ໄດ້ນຳ​ອອກ​ເຜີຍ​ແຜ່.
“ມັນ​ແມ່ນ​ຕ່ຳ​ຫຼາຍ​ຈາກ​ມາດຕະຖານ​ຂອງ​ພວກ​ເຮົາ ທີ່​ພວກ​ເຮົາ​ຫວັງ ສຳ​ຫຼັບ ພວກ​ກຸ່ມ​
ອົງການ​ກຸສົນຫຼື​ກຸ່ມ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ ທີ່​ພວກ​ເຮົາ​ເຮັດ​ວຽກ​ນຳ.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG