ລິ້ງ ສຳຫລັບເຂົ້າຫາ

ການແພດ: ຕຸ້ຍພີຫລາຍພາໃຫ້ເປັນເບົາຫວານໄດ້

  • ສາລີ ຈິດຕະວໍຣະວົງ

ອົງການອະນາໄມໂລກກ່າວວ່າ ພານໃນປີ 2015 ຈະມີຜູ້ໃຫຍ່ຫລາຍກ່ວາສອງລ້ານຄົນມີຮ່າງກາຍຕຸ້ຍພີ ເກີນຂອບເຂດ

ການສຶກສາ​ຄົ້ນຄວ້າໄດ້ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ຜູ້​ຊາຍທີ່ແກ່​ກວ່າ 65 ປີ ແລະມີຮ່າງກາຍ ຕຸ້ຍ​ພີນັ້ນ ຈະມີຄວາມສ່ຽງ​ຕໍ່​ການ​ເປັນ​ໂຣກ​ເບົາຫວານ ຫລາຍກວ່າພວກແມ່ຍິງ.

ເມ່ືອບໍ່ຫຼາຍປີ​ມາ​ນີ້ ພວກນາຍ​ແພດ​ໄດ້ພາກັນ​ເພ່ງ​ເລັງຄວາມ ສົນໃຈໃສ່ອັດຕາ​ການ​ເຕີບ​ໂຕ​ຂອງ​ໂຣກ​ເບົາຫວານ​ ໃນ​ໝູ່​ພວກ​ເດັກນ້ອຍ​ແລະ​ຊາວໜຸ່ມເປັນສ່ວນໃຫຍ່. ​ແຕ່​ວ່າໂຣກ ​ເບົາຫວານ​ຊະນິດ​ທ່ີ​ມີ​ແຜ່​ຫຼາຍທ່ີ​ສຸດ ຄື​ປະ​ເພດສອງນັ້ນ ​ແມ່ນ​ເປັນ​ຊະນິດ​ທ່ີ​ພົບເຫັນຫຼາຍ​ກວ່າໝູ່ ​ໃນ​ບັນດາພວກ​ທ່ີ​ແກ່​ໂຕ​ຂຶ້ນ​ແລະ​ຕຸ້ຍພີ​ຂຶ້ນ. ການ​ສຶກສາເມື່ອ​ບໍ່​ດົນ​ມາ​ນີ້ ​ຊີ້​ບອກ​ ວ່າ ຍິ່ງ​ຄົນ​ຕຸ້ຍ​ພີ​ຂຶ້ນ​ທໍ່​ໃດ ຍ່ິງ​ມີ​ການ​ສ່ຽງ​ຕໍ່​ການເປັນ ໂຣກ​ເບົາຫວານ​ຫຼາຍ​ຂຶ້ນ​ທ່ໍ​ນັ້ນ.

ສະຖິຕິທີ່ອອກມາຈາກການສຶກສາດັ່ງກ່າວ ເປັນ​ໜ້າຢ້ານກົວ ຫຼາຍ ຈົນ​ມັນ​ເຮັດ​ໃຫ້​ເຮົາຢາກ​ຢຸດ​ເຊົາ​ກິນ​ທັນທີ.

ອົງການ​ອະນາ​ໄມ​ໂລກ​ເວົ້າ​ວ່າ ອີກ​ພຽງ​ຫ້າ​ປີ​ເທ່ົາ​ນັ້ນ ຄື​ໃນ​ປີ 2015 ນີ້ ພວກ​ຜູ້​ໃຫຽ່​ ​ຫຼາຍ​ກວ່າ​ສອງ​ພັນ​ລ້ານ​ຄົນ ຈະມີນ້ຳໜັກໂຕ ຂະໜາດທີ່ເອີ້ນວ່າຕຸ້ຍພີເກີນໄປ ແລະ​ອີກ 700 ​ລ້ານ​ຄົນ​ ຈະ​ຖືກ​ຈັດ​ຢູ່​ໃນ​ປະ​ເພດ​ທ່ີ​ເອີ້ນ​ວ່າ ຕຸ້ຍພີ. ບັນຫານ້ຳໜັກຫລາຍເກີນໄປ ຫຼື​ຕຸ້ຍພີ ແມ່ນ​ເປັນ​ບັນ​ຫາ​ທີ່ຂະຫຍາຍໃຫຍ່ຂຶ້ນນັບມື້ ຈະ​ແມ່ນ​ຢູ່​ໃນ​ບັນດາ​ປະ​ເທດ​ທ່ີ​ມີ​ລາຍ​ໄດ້​ຕໍ່າ ຫຼືປານ​ກາງ​ກໍ​ຕາມ.

ອົງການ​ອະນາ​ໄມ​ໂລກ​ກ່າວ​ວ່າ ການອອກກຳລັງ​ກາຍໜ້ອຍ ແລະ​ກິນ​ອາຫານ​ທ່ີ​ມີໄຂມັນ​ແລະ​ນ້ຳຕານ​ຫຼາຍ ​ແມ່ນ​ເປັນ​ສາເຫດສຳຄັນ ທີ່ພາໃຫ້ໂຣກ​ເບົາຫວານ ລະບາດຢູ່ໃນ​ທົ່ວ​ໂລກ.

ດອກ​ເຕີ້ ​ເດ​ວິດ ຊິ​ສ​ໂກ​ວິກ ​ແຫ່ງ​ມະຫາວິທະຍາ​ໄລລັດວໍ​ຊິງ​ຕັນ ທ່ີ​ນະຄອນຊິ​ແອ​ດຕັນ ​ເປັນ​ ຜູ້ນ່ຶງ​ໃນ​ຈຳນວນ​ນັກຄົ້ນຄວ້າທ່ີ​ສຶກສາເບິ່ງ​ວ່າ ສ່ວນປະກອບ​ຂອງ​ຮ່າງກາຍ​ຂອງ​ຄົນເຮົາ, ສັດສ່ວນ​ຂອງ​ຄວາມ​ບອບ​ບາງ​ຕໍ່​ຄວາມ​ອ້ວນ​ພີ ​ແລະ​ນ້ຳໜັກ​ທ່ີ​ເພ່ີມ​ຂຶ້ນນັ້ນ ມີຜົນ​ສະທ້ອນ ​ແນວໃດ ຕໍ່​ຄວາມສ່ຽງ​ຕໍ່​ການ​ເປັນ​ໂຣກ​ເບົາຫວານ ​ຊຶ່ງເຂົາເຈົ້າໄດ້ສຶກສາເບິ່ງຜູ້​ໃຫຍ່ ອາຍຸຕັ້ງ​ແຕ່ 65 ປີ​ຂຶ້ນ​ໄປ ຈຳນວນຫຼາຍ​ກວ່າ 4 ພັນ​ຄົນ. Dr. Siscovick​ ກ່າວວ່າ:

"ຖ້າ​ທ່ານ​ລວມຢູ່ໃນຈຳພວກ 1/5 ທີ່ອ້ວນພີທີ່ສຸດ ໃນກຸ່ມ​ຄົນທ່ີພວກ​ເຮົາ​ສຶກສາ ຄືພວກ​ 20% ​ທີ່ມີ​ໄຂມັນ​ໃນ​ຮ່າງກາຍ ຫຼາຍໆ​ປະເພດນັ້ນ ທ່ານ​ຈະ​ມີຄວາມສ່ຽງ​ເຖິງ​ສ່ີ​ເທົ່າ​ໃນ​ການ​ເປັນ​ໂຣກ​ເບົາຫວານ​ ເວລາ​ທ່ານມີອາຍຸແກ່ຂຶ້ນ.​”

ໃນ​ຕອນ​ເຣ່ີມຕົ້ນ​ຂອງ​ການ​ສຶກສາ​ນີ້ ບໍ່​ມີ​ຜູ້​ໃດ​ໃນ​ຈຳນວນ​ຜູ້ປະກອບສ່ວນ​ນັ້ນ ​ຖືກ​ກວດ​ພົບ​ເຫັນ​ວ່າ​ເປັນ​ໂຣກ​ເບົາຫວານ. ພວກ​ນັກຄົ້ນຄວ້າໄດ້ຕິດຕາມ​ເບິ່ງການປ່ຽນແປງໃນຮ່າງກາຍ ​ຂອງ​ພວກ​ເຂົາ​ເຈົ້າມາຕລອດ ນັບ​ຕັ້ງ​ແຕ່ນ້ຳໜັກ ຂະໜາດ​ຂອງ​ແອວ ​ລວມທັງສັດສ່ວນ ​ຂອງ​ແອວ​ຕໍ່​ສະໂພກ​ນຳ ​ເປັນ​ເວລາ 12 ປີ. ດອກເຕີ້ Mary Biggs ປະຈຳ​ສະ​ຖາ​ບັນ​ ດຽວ​ກັນກ່າວ​ວ່າ

"ແມ່ນແຕ່ໃນໝູ່ພວກ​ຜູ້​ໃຫຽ່ ທ່ີ​ມີ​ອາຍຸ​ສູງ​ກວ່າ 75 ປີກໍ​ຕາມ ຜູ້ທີ່ມີ​ນ້ຳໜັກສູງ ເກີນອັດຕາປົກກະຕິ ສຳລັບສັດສ່ວນຂອງ​ຮ່າງກາຍນັ້ນ ກໍ​ຍັງ​ມີ​ຄວາມສ່ຽງ ເພິ່ມຂຶ້ນເຖິງ​ສອງເທ່ົາ ​ໃນການ​ທ່ີ​ຈະ​ເປັນ​ໂຣກ​ເບົາຫວານ."

ພວກ​ຜູ້​ຊາຍ​ທ່ີຢູ່​ໃນ​ຂັ້ນ​ຕຸ້ຍ​ພີເກີນໄປ ​ແມ່ນ​ມີ​ຄວາມສ່ຽງຕໍ່​ການ​ທ່ີ​ຈະເປັນ​ໂຣກ​ເບົາຫວານ ເຖິງ​ຫ້າ​ເທ່ົາ​ເຄ່ິງ​ ຫຼາຍ​ກວ່າ​ຜູ້​ທ່ີ​ຕຸ້ຍພີ​ຊ່ືໆ. ສຳລັບ​ແມ່ຍິງ​ແລ້ວ ​ແມ່ນ​ຈະ​ມີ​ຄວາມ​ສ່ຽງ​ສູງກວ່າ ປະມານ​ສາມ​ເທ່ົາ​ເຄ່ິງ. ພວກ​ນັກ​ຊ່ຽວຊານເຊ່ືອ​ກັນ​ວ່າ ທັງ​ນີ້​ແມ່ນ​ເປັນ​ຍ້ອນ​ວ່າ​ ຜູ້​ຊາຍ​ມັກ​ ຈະທ້ອງ​ໂຊ່ນ​ຫຼາຍ​ກວ່າ.

ທ່ານນາງ Mary Biggs ກ່າວວ່າ ເຖິງ​ແມ່ນ​ມັນ​ຈະ​ຍາກ​ປານ​ໃດ​ກໍ​ຕາມ ການ​ເຮັດ​ໃຫ້​ນ້ຳ ໜັກ​ຂອງ​ທ່ານ​ຄົງຢູ່​ໃນ​ລະດັບທ່ີ​ບໍ່ຕຸ້ຍພີ ມີ​ສຸຂະພາບ​ດີ​ນັ້ນ ແມ່ນ​ຈະ​ເປັນ​ວິທີ​ດຽວທ່ີ ​ຈະ​ເຮັດ​ໃຫ້ຄວາມ​ສ່ຽງ​ຕໍ່​ການ​ເປັນ​ໂຣກ​ເບົາຫວານ ຢູ່ໃນຂັ້ນຕ່ຳ ຫລືຫລຸດນ້ອຍລົງ.

ທ່ານນາງກ່າວ​ວ່າ ຜົນ​ຂອງ​ການ​ສຶກສານີ້ໄດ້ຢ້ຳ​ເຖິງຄວາມ​ສຳຄັນ​ຂອງການ​ຄວບ​ຄຸມນໍ້າ ໜັກ​ ໃນ​ລະຫວ່າງ​ທ່ີຢູ່​ໃນ​ໄວ​ກາງຄົນ ທັງ​ແນະນຳ​ວ່າ ການ​ຄວບ​ຄຸມ​ນ້ຳໜັກ​ນີ້ ​ຍັງ​ຄົງ​ມີ ​ຄວາມ​ສຳຄັນ​ຢູ່​ຕໍ່​ໄປ ​ເວລາ​ເຮົາ​ແກ່​ໂຕ​ຂຶ້ນ ເພ່ືອ​ຫຼຸດຜ່ອນຄວາມ​ສ່ຽງ​ຕໍ່​ການ​ເປັນ​ໂຣກ​ເບົາ ຫວານ.

ຜົນການ​ສຶກສາ​ທ່ີ​ວ່າ​ນີ້ ​ໄດ້​ລົງ​ພິມເຜີຍແຜ່ໃນ​ວາລະສານ​ຂອງສະມາຄົມ​ການແພດອະ​ເມຣິ ກັນ.

XS
SM
MD
LG