ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊາວລາວຕ່າງປະເທດ ໝື່ນກວ່າຄົນ ຮ່ວມສະເຫລີມ ສະຫລອງ ວຽງຈັນຄົບຮອບ 450 ປີ


ຄະນະຜູ້ຕາງໜ້າຄົນລາວໃນຕ່າງປະເທດ ທີ່ກັບຄືນເມື່ອຮ່ວມງານສະເຫລີມສະຫລອງ ວັນສະຖາປະນາ ນະຄອນຫລວງວຽງຈັນ ຄົບຮອບ 450 ປີ ໄດ້ເຂົ້າພົບສະມາຊິກສະພາ ແຫ່ງຊາດລາວ ທີ່ຕຶກສະພາ ແຫ່ງຊາດ ໃນນະຄອນຫລງວຽງຈັນ, ເດືອນພະຈິກ 2010.
ຄະນະຜູ້ຕາງໜ້າຄົນລາວໃນຕ່າງປະເທດ ທີ່ກັບຄືນເມື່ອຮ່ວມງານສະເຫລີມສະຫລອງ ວັນສະຖາປະນາ ນະຄອນຫລວງວຽງຈັນ ຄົບຮອບ 450 ປີ ໄດ້ເຂົ້າພົບສະມາຊິກສະພາ ແຫ່ງຊາດລາວ ທີ່ຕຶກສະພາ ແຫ່ງຊາດ ໃນນະຄອນຫລງວຽງຈັນ, ເດືອນພະຈິກ 2010.

ເຈົ້າໜ້າທີ່ຂັ້ນສູງຂອງລາວຢືນຢັນວ່າ ມີຄົນລາວຈາກຕ່າງປະເທດ ຫລາຍກວ່ານຶ່ງໝື່ນຄົນ ທີ່ໄດ້ເດີນທາງກັບຄືນໄປລາວ ເພື່ອຮ່ວມການສະເຫລີມສະຫລອງ ນະຄອນຫລວງວຽງຈັນ ຄົບຮອບ 450 ປີ.

ທ່ານຍົງ ຈັນທະລັງສີ ເອກອັກຄະລັດຖະທູດລາວປະຈໍາ
ສະວີດເຊີແລນດ໌ ໄດ້ໃຫ້ການຢືນຢັນກັບວີໂອເອ ວ່າ ການ
ດໍາເນີນແຜນການເສີມສ້າງການປອງດອງ ລະຫວ່າງຄົນ
ລາວດ້ວຍກັນຂອງທາງການລາວໄດ້ຮັບການຕອບສະໜອງ
ເປັນຢ່າງດີຈາກຄົນລາວໃນຕ່າງປະເທດ ດັ່ງຈະເຫັນໄດ້ຢ່າງ
ຊັດເຈນຈາກການທີ່ປາກົດວ່າ ມີຄົນລາວຈາກຕ່າງປະເທດ
ຈໍານວນຫລາຍກວ່າໝື່ນຄົນ ທັງທີ່ຖືກເຊີນແລະສະມັກໃຈ
ດ້ວຍຕົນເອງ ເດີນທາງກັບຄືນໄປລາວເພື່ອເຂົ້າຮ່ວມໃນ
ການສະເຫລີມສະຫລອງການສະຖາປະນາວຽງຈັນເປັນ
ນະຄອນຫລວງຂອງລາວຄົບຮອບ 450 ປີ ໃນລະຫວ່າງ
ວັນທີ່ 15-21 ເດືອນພະຈິກທີ່ຜ່ານມານີ້ ດັ່ງທີ່ທ່ານຍົງໄດ້ໃຫ້ການຊີ້ແຈງໃນຕອນນຶ່ງວ່າ:

“ເຊື້ອເຊີນຢ່າງເປັນທາງການໃນເທື່ອນີ້ກໍມີຢູ່ລະຫວ່າງ 400 ແຕ່ວ່າມາແບບບໍ່ເປັນ ທາງການ ບໍ່ເປັນ ແຂກຫລືຜູ້ແທນນີ້ນັບເປັນໝື່ນເທື່ອນີ້ນີ້ເຫັນໄດ້ຈາກການທີ່ລັດຖະ ບານລາວໄດ້ປະກາດແບບວ່າບໍ່ ເກັບຫລືຍົກເວັ້ນຄ່າທໍານຽມໃນການອອກວີຊ້ານີ້ ບັນດາສະຖານທູດຕ່າງໆນີ້ແມ່ນແບບວ່າໄດ້ເພີ່ມທະວີ ວຽກງານໃນການອອກວິຊ້າ ທັງວັນທັງຄືນນີ້ມີຫລາຍບ່ອນ ຈຶ່ງຈະສາມາດຕອບສະໜອງຄວາມຮຽກຮ້ອງ ຕ້ອງ ການທີ່ເພີ່ມທະວີຂອງພວກເຂົາເຈົ້າໄດ້.”

ທາງການລາວໄດ້ຍົກເວັ້ນການເກັບຄ່າທໍານຽມວິຊ້າໃຫ້ກັບບັນດາຄົນລາວຈາກຕ່າງປະເທດ
ທຸກຄົນ ທີ່ຕ້ອງການຈະເດີນທາງກັບຄືນໄປລາວໃນໂອກາດການສະເຫລີມສະຫລອງນະຄອນ
ວຽງຈັນຄົບຮອບ 450 ດັ່ງກ່າວ. ກ່ອນໜ້ານີ້ ທ່ານຫຽມ ພົມມະຈັນ ລັດຖະມົນຕີ ຊ່ວຍວ່າ
ການຕ່າງປະເທດຂອງລາວ ກໍໄດ້ໃຫ້ການຢືນຢັນວ່າ ທາງການລາວຈະອໍານວຍຄວາມສະ
ດວກໃຫ້ແກ່ຄົນລາວຈາກຕ່າງປະເທດໃນທຸກດ້ານໃນໄລະຍະຕໍ່ໄປນີ້ ເຊັ່ນການແຕ່ງດອງ ລະຫວ່າງຄົນລາວທີ່ຢູ່ພາຍໃນປະເທດ ກັບຄົນລາວທີ່ຢູ່ນອກປະເທດ ຫລືວ່າຕ້ອງການມາຢູ່
ລາວຢ່າງຖາວອນນັ້ນ ຈະອໍານວຍຄວາມສະດວກໃນດ້ານນິຕິກໍາໃຫ້ໃນລັກສະນະທີ່ບໍ່ໃຫ້ສູນ
ເສຍຜົນປະໂຫຍດ ທີ່ມີຢູ່ໃນຕ່າງປະເທດແຕ່ຢ່າງໃດ ລວມທັງຍັງຈະມີກໍາມະສິດໃນບ່ອນຢູ່
ອາໃສໃນລາວ ດ້ວຍເປັນຕົ້ນ.

ນິຕິກໍາທີ່ສໍາຄັນອັນນຶ່ງທີ່ທາງການກະຊວງຕ່າງປະເທດຂອງລາວໄດ້ດໍາເນີນການຮ່າງ ແລະ
ຈັດທໍາໃຫ້ສຳເລັດຮຽບຮ້ອຍແລ້ວ ໂດຍຍັງຄົງລໍຖ້າພຽງການອະນຸມັດຈາກນາຍົກລັດຖະມົນ
ຕີຢ່າງເປັນທາງການເທົ່ານັ້ນ ໃນຂະນະນີ້ ກໍຄືດໍາລັດວ່າດ້ວຍການໃຫ້ສິດທິໃນການຖືຄອງ ແລະເປັນເຈົ້າຂອງທີ່ດິນໃນລາວແກ່ຄົນລາວໃນຕ່າງປະເທດທີ່ຕ້ອງ ການຈະເດີນທາງກັບຄືນ ມາຢູ່ໃນລາວຢ່າງຖາວອນ. ທາງດ້ານທ່ານຫລີ ບຸນຄໍ້າ ຫົວໜ້າກົມພົວພັນຄົນລາວ ໃນຕ່າງ ປະເທດ ກະຊວງການຕ່າງປະເທດຂອງລາວນັ້ນ ກໍໄດ້ຖະແຫລງຢືນຢັນວ່າຜົນຈາກການສຶກ ສາວິໄຈກ່ຽວກັບການ ສະໜັບສະໜຸນສົ່ງເສີມແລະອໍານວຍຄວາມສະດວກໃຫ້ຄົນລາວໃນຕ່າງ ປະເທດພາກັນເດີນທາງກັບຄືນມາລາວນັ້ນພົບ ວ່າຈະສົ່ງຜົນດີຢ່າງຍິ່ງຕໍ່ການພັດທະນາລາວ ໃຫ້ຈະເຣີນກ້າວໜ້າຢ່າງເທົ່າທັນກັບ ບັນດາປະເທດໃນພູມິພາກເອເຊຍຕາເວັນອອກສຽງໃຕ້ ດ້ວຍກັນ ແລະໃນພູມິພາກອື່ນໆຕໍ່ໄປ.

ທາງລັດຖະບານລາວໄດ້ປະກາດການດໍາເນີນນະໂຍບາຍດຶງດູດເອົາຄົນລາວໃນຕ່າງປະເທດ
ກັບຄືນມາລາວນັບແຕ່ ທ້າຍປີ 2009 ເປັນຕົ້ນມາດ້ວຍຫວັງວ່າຄົນລາວໃນຕ່າງປະເທດນັ້ນ
ຈະປະກອບສ່ວນຢ່າງສໍາຄັນເຂົ້າໃນການພັດທ ນາປະເທດລາວໃຫ້ມີຄວາມຈະເຣີນກ້າວໜ້າ
ຍິ່ງໆຂຶ້ນໄປ ເນື່ອງຈາກວ່າມີຄົນລາວໃນຕ່າງປະເທດຈໍານວນບໍ່ໜ້ອຍ ທີ່ມີຄວາມຮູ້ຄວາມສາ ມາດໃນວິທະຍາການສະໄໝໃໝ່ ລວມທັງຍັງກໍຍັງມີເງິນທຶນທີ່ສາມາດຈະນໍາເຂົ້າມາລົງທຶນ ໃນລາວໄດ້ຫລາຍຂຶ້ນນັບມື້ອີກດ້ວຍ.

XS
SM
MD
LG