ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕະຫຼາດເຫຼັກ ທີ່ມີຊື່ສຽງຂອງ ປະເທດ ເຮຕີ ຖືກທຳລາຍ ຈາກເຫດໄຟໄໝ້


ປະຊາຊົນຢືນຢູ່ດ້ານໜ້າຂອງຕະຫຼາດເຫຼັກທີ່ຖືກໄຟໄໝ້ໃນນະຄອນຫຼວງ ຜອດ ໂອ ພຣີນສ "Port-au-Prince" ປະເທດ ເຮຕີ.13 ກຸມພາ, 2018. (F. Lisené/VOA Creole)
ປະຊາຊົນຢືນຢູ່ດ້ານໜ້າຂອງຕະຫຼາດເຫຼັກທີ່ຖືກໄຟໄໝ້ໃນນະຄອນຫຼວງ ຜອດ ໂອ ພຣີນສ "Port-au-Prince" ປະເທດ ເຮຕີ.13 ກຸມພາ, 2018. (F. Lisené/VOA Creole)

ຕະຫຼາດເຫຼັກທີ່ມີຊື່ສຽງຂອງປະເທດ ເຮຕີ, ເຊິ່ງແມ່ນສະຖານທີ່ດຶງດູດນັກທ່ອງທ່ຽວຕັ້ງ
ຢູ່ໃນຕົວເມືອງຂອງນະຄອນຫຼວງ ຜອດ ໂອ ພຣິນສ "Port au Prince" ນັ້ນ, ໄດ້ຖືກ
ທຳລາຍທັງໝົດພາຍໃນເວລາຂ້າມຄືນທີ່ຜ່ານມາ ຫຼັງຈາກໄຟໄດ້ລາມ ຜ່ານຕຶກອາຄານ
ໃນຂະນະທີ່ຜູ້ຄ້າຂາຍຫຼາຍຄົນ, ຜູ້ທີ່ມີສິນຄ້າ ແລະ ເງິນສົດຢູ່ໃນນັ້ນ, ໄດ້ໄປເຂົ້າຮ່ວມ
ການສະເຫຼີມສະຫຼອງງານເທດສະການແຫ່ງຊາດ. ຂ່າວ ກ່ຽວກັບ ໄຟໄໝ້ໄດ້ເຜີຍແຜ່
ອອກໄປຢ່າງວ່ອງໄວ ຜ່ານສື່ສັງຄົມ, ແລະ ວິດີໂອ ກັບຮູບພາບ ໄດ້ຖືກເຜີຍແຜ່ໃນ
Instagram.

ມັນຍັງບໍ່ມີຄວາມຊັດເຈນເທື່ອວ່າ ແມ່ນຫຍັງເປັນສາເຫດຂອງໄຟໄໝ້, ແຕ່ຜູ້ເຫັນເຫດ
ການທັງຫຼາຍໄດ້ກ່າວວີໂອເອພາສາ ຄຣີໂອລ ວ່າສຽງເຕືອນໄຟໄໝ້ ຢູ່ໃນຕະຫຼາດໄດ້
ດັງຂຶ້ນ ຕອນ 3 ໂມງເຊົ້າຂອງວັນອັງ ຄານວານນີ້, ເຊິ່ງແຈ້ງໃຫ້ເຂົາເຈົ້າຮູ້ວ່າໄດ້ເກີດ
ໄຟໄໝ້. ເມື່ອເຂົາເຈົ້າໂທລະສັບຫາສະຖານີດັບເພີງທີ່ຢູ່ໃກ້ຄຽງ, ຕັ້ງຢູ່ປະມານນຶ່ງຊ່ວງ
ຕຶກອອກໄປ, ເຂົາເຈົ້າຖືກບອກວ່າ ລົດດັບເພີງບໍ່ມີນໍ້າມັນພໍທີ່ຈະຕອບສະໜອງໄດ້.
ດັ່ງຜົນທີ່ອອກມາ, ບັນດານັກດັບເພີງຈາກສະຖານີດັບເພີງ ກາເຣີຟົວ “Carrefour”
ທີ່ຕັ້ງຢູ່ 7 ກິໂລແມັດຫ່າງອອກໄປຈຶ່ງໄດ້ຖືກໂທໃຫ້ໄປຊ່ວຍ, ແຕ່ເຂົາເຈົ້າໄດ້ເດີນທາງ
ໄປຮອດຊ້າໂພດ ທີ່ຈະຢຸດແປວໄຟຈາກການເຜົາໄໝ້ສະຖານທີ່ທັງໝົດ.

ວິດີໂອທີ່ຖືກຖ່າຍໂດຍນັກຂ່າວວີໂອເອພາສາ ຄຣີໂອລ ໄດ້ສະແດງໃຫ້ເຫັນກຸ່ມຂອງ
ບັນດາພໍ່ຄ້າແມ່ຄ້າ ທີ່ໄດ້ຮັບຄວາມເດືອດຮ້ອນພາກັນຮ້ອງໃຫ້ ໃນຂະນະທີ່ເຂົາເຈົ້າປະ
ເມີນຄວາມເສຍຫາຍຕໍ່ຮ້ານ ແລະ ສິ່ງຂອງຕ່າງໆຂອງເຂົາເຈົ້າ.

ແມ່ຍິງຄົນນຶ່ງທີ່ໄດ້ສູນເສຍສິນຄ້າຂອງລາວທັງໝົດໃນເຫດໄຟໄໝ້ແມ່ນ ບໍ່ສາມາດທີ່
ຈະທຳໃຈໄດ້ ໃນຂະນະທີ່ລາວໄດ້ພະຍາຍາ ທີ່ຈະຍອມຮັບເອົາຄວາມຈິງ.

ລາວໄດ້ຮ້ອງໄຫ້ອອກມາວ່າ “ຂ້ອຍໄດ້ສູນເສຍເກີບ ແລະ ເຄື່ອງນຸ່ງຜູ້ຊາຍຢ່າງຫຼວງ
ຫຼາຍຢູ່ໃນນັ້ນ. ຂ້ອຍຈະໄປເຮັດຫຍັງບາດນີ້? ແມ່ນໃຜຊິມາຊ່ອຍຂ້ອຍ?

ຜູ້ຊາຍສອງຄົນທີ່ໄດ້ໄປກວດເບິ່ງຮ້ານຂອງເຂົາເຈົ້າ ໄດ້ພາກັນຕົກໃຈ ເມື່ອເຂົາເຈົ້າຮູ້
ວ່າ ສິນຄ້າທັງໝົດຂອງເຂົາເຈົ້າໄດ້ຖືກທຳລາຍ.

ຜູ້ຊາຍດັ່ງກ່າວໄດ້ກ່າວຕໍ່ວີໂອເອພາສາ ຄຣີໂອລ, ອະທິບາຍວ່າ ລາວຍັງມີເງິນຢູ່ໃນ
ກ່ອງເກັບຂຶ້ນໃນຮ້ານທີ່ຖືກໄຟໄໝ້ນັ້ນ.

ຜູ້ຊາຍອີກຄົນນຶ່ງໄດ້ເວົ້າວ່າ “ພວກເຮົາຢາກໃຫ້ລັດຖະບານຊ່ວຍເຫຼືອພວກເຮົາ ຍ້ອນ
ວ່າພວກເຮົາໄດ້ສູນເສຍໝົດທຸກຢ່າງ.”

ການປະເມີນຄວາມເສຍຫາຍຢ່າງເປັນທາງການ ແມ່ນບໍ່ໄດ້ຖືກເປີດໃນວັນອັງຄານ
ວານນີ້, ເຊິ່ງແມ່ນວັນພັກແຫ່ງຊາດໃນປະເທດ ເຮຕີ, ຫ້ອງ ການລັດຖະບານຕ່າງໆ ໄດ້
ຖືກປິດເພື່ອສະຫລອງບຸນ Mardi Gras ເຊິ່ງເປັນງານບຸນກ່ອນວັນພຸດຮັບເທົ່າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Anguished Vendors Describe Losses in Port-au-Prince Fire
please wait

No media source currently available

0:00 0:02:15 0:00

XS
SM
MD
LG