ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກີນກວ່າ 60 ເປີເຊັນ ຂອງຫົວໜ່ວຍທຸລະກິດ ໃນການບໍລິການ ໃນນະຄອນວຽງຈັນ ໄດ້ຮັບຜົນທະທົບ ຈາກການລະບາດ ຂອງໄວຣັສໂຄວິດ-19


ປ້າຍໂຄສະນາ ໃຫ້ນັກທ່ອງທ່ຽວຄົນລາວ ທັງຢູ່ໃນປະເທດ ແລະນອກປະເທດ ເຂົ້າມາຢ້ຽມຢາມປະເທດລາວ.
ປ້າຍໂຄສະນາ ໃຫ້ນັກທ່ອງທ່ຽວຄົນລາວ ທັງຢູ່ໃນປະເທດ ແລະນອກປະເທດ ເຂົ້າມາຢ້ຽມຢາມປະເທດລາວ.

ເກີນກວ່າ 60 ເປິເຊັນ ຂອງຫົວໜ່ວຍທຸລະກິດໃນການບໍລິການ ໃນນະຄອນວຽງຈັນ ໄດ້
ຮັບຜົນທະທົບຈາກການລະບາດຂອງໄວຣັສໂຄວິດ-19 ສ່ວນໃນ ການອຸດສາຫະກໍາກໍໄດ້
ຮັບຜົນກະທົບເກີນກວ່າ 30 ເປີເຊັນ ຊຶ່ງຊົງລິດ ໂພນເງິນ ມີລາບງານຈາກບາງກອກ.

ທ່ານພູໂຂງ ບັນນະວົງ ຮອງເຈົ້າຄອງເຂດນະຄອນວຽງຈັນ ຖະແຫຼງວ່າ ການລະບາດຂອງ
ເຊື້ອໄວຣັສໂຄວິດ-19 ທີ່ເຮັດໃຫ້ລັດຖະບານລາວ ຕ້ອງປິດດ່ານ ຊາຍແດນໃນທົ່ວປະເທດ
ນັບຈາກເດືອນເມສາ 2020 ເປັນຕົ້ນມານັ້ນ ກໍໄດ້ສົ່ງຜົນກະທົບຢ່າງໜັກໜ່ວງ ຕໍ່ພາກທຸ
ລະກິດ ການຄ້າ ແລະການລົງທຶນ ໃນ ທົ່ວປະເທດລາວ ໂດຍສະເພາະແມ່ນເຂດນະຄອນ
ຫຼວງວຽຈັນທີີ່ມີມູນຄ່າທາງ ເສດຖະກິດສູງທີ່ສຸດໃນລາວນັ້ນ ກໍຍອມຈະໄດ້ຮັບຜົນກະທົບ
ຢ່າງໜັກໜ່ວງທີ່ ສຸດດ້ວຍເຊັ່ນກັນ ຊຶ່ງຈາກການສຳຫຼວດພົບວ່າ ບັນດາຫົວໜ່ວຍທຸລະກິດ
ໃນ ພາກບໍລິການທີ່ຖືກກະທົບ ຈາກການລະບາດຂອງໄວຣັສໂຄວິດ-19 ຄິດເປັນ 62 ເປີ
ເຊັນ ຂອງຫົວໜ່ວຍທຸລະກິດ ໃນພາກບໍລິການທັງໝົດ ສ່ວນພາກອຸດ ສາຫະກຳແລະພາກ
ກະສິກຳນັ້ນກໍໄດ້ຮັບຜົນກະທົບຄິດເປັນ 32 ເປີເຊັນແລະ 6 ເປີເຊັນ ຕາມລຳດັບດັ່ງທີ່ທ່ານ
ພູໂຂງໄດ້ໃຫ້ການຢືນຢັນວ່າ:

“ອັນທີ່ກະທົບແຮງນີ້ກະແມ່ນພະແນກບໍລິການ ກະມີເລື້ອງການທ່ອງທ່ຽວ ການຄົມມະນາ
ຄົນຂົນສົ່ງ ການຂາຍຍົກຂາຍຫຍ່ອຍ ແລະການບໍລິການອື່ນໆ ທີ່ວ່າຜົນສຳຫຼວດອອກມານີ້
ແມ່ນກະທົບແຮງນີ້ກວມເອົາ 62 ເປີເຊັນ ທັດລົງມາກະແມ່ນຂະແໜງອຸດສາຫະກຳ ຊຶ່ງປະ
ກອບມີໂຮງຈັກໂຮງງານ ຜູ້ຜະລິດ ອຸດສາ ຫະກຳ ຫັດຖະກຳ ແລ້ວກະອຸດສາຫະກໍາອື່ນໆນີ້
ທີ່ກະທົບແຮງນີ້ ມີຢູ່ 32 ເປີ ເຊັນ ລະຂະແໜງກະສິກຳ ພວກຟາມໝູ ຟາມໄກ່ ປາກະຊັງ
ແລະປູກພຶດຜັກຕ່າງໆນີ້ຖືກກະທົບບໍ່ຫຼາຍພຽງແຕ່ 6 ເປີເຊັນ."

ທາງດ້ານທ່ານສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນວຽງຈັນ ຖະແຫຼງວ່າ ແຜນການພັດ
ທະນາການທ່ອງທ່ຽວໃນປີ 2021 ຫາ 2025 ຈະເນັ້ນໜັກການ ພັດທະນານະຄອນຫຼວງ
ວຽງຈັນ ໃຫ້ເປັນເມືອງທ່ອງທ່ຽວສີຂຽວ ທີ່ເປັນມິດກັບ ສິ່ງແວດລ້ອມທຳມະຊາດ ໂດຍຈະ
ດຳເນີນ ການຟື້ນຟູຄູວຽງແລະຄອງທຳມະ ຊາດ ໃຫ້ເປັນແຫຼ່ງທ່ອງທ່ຽວທາງວັດທະນາທຳ
ລວມທັງຍັງຈະດຳເນີນ ການພັດທະນາພື້ນທີ່ແຄມຝັ່ງ ຂອງໃຫ້ເປັນສວນພັກຜ່ອນ ເພື່ອ
ການສົ່ງເສີມສຸ ຂະພາບອະນາໄມ ທີ່ດີດ້ວຍເປົ້າໝາຍທີ່ຈະດືງດູດໃຫ້ຊາວຕ່າງຊາດໃຊ້
ເວລາທີ່ ຍາວນານຂຶ້ນເພື່ອການທ່ອງ ທ່ຽວໃນເຂດນະຄອນຫຼວງວຽງຈັນນັ້ນ. ທ່ານສິນ
ທະວົງ ຢືນຢັນດ້ວຍວ່າລັດຖະບານລາວ ໄດ້ອະນຸມັດແຜນການດັ່ງກ່າວນີ້ຢ່າງ ເປັນທາງ
ການແລ້ວ ຈຶ່ງລໍຖ້າພຽງການຮັບ ຮອງຈາກສະພາແຫ່ງຊາດລາວ ຊຶ່ງ ຈະມີການຈັດກອງ
ປະຊຸມສະໄໝສາມັນ ຄັ້ງທີ 10 ໃນທ້າຍປີ 2020 ນີ້ ແລະ ຫຼັງຈາກນນັ້ນກໍຈະສາມາດເລີ້ມ
ການຈັດ ຕັ້ງປະຕິບັດໂຄງການໄດ້ໃນທັນທີ ຊຶ່ງ ຄາດວ່າຈະໃຊ້ເວລາບໍ່ເກີນ 2 ປີ ທັ້ງນີ້ດ້ວຍ
ການຊ່ວຍເຫຼືອດ້ານເງິນທຶນ ແລະ ເທັກນິກຈາກລັດຖະບານຈີນ.

ນອກຈາກກນີ້ ການທີ່ນະຄອນວຽງຈັນ ໄດ້ເຂົ້າໄປເປັນສະມາຊິກອົງການສົ່ງເສີມການທ່ອງ
ທ່ຽວໃນພາກພຶ້ນເອເຊຍປາຊິຟິກ ຢ່າງເປັນທາງການ ເມື່ອບໍ່ ນານມານີ້ ກໍເຮັດໃຫ້ທາງການ
ລາວເຊື່ອວ່າຈະສົ່ງຜົນດີຕໍ່ການດຶງດູດເອົານັກ ທ່່ອງທ່ຽວຊາວຕ່າງຊາດໃຫ້ເຂົ້າມາລາວ
ເພີ້ມຂຶ້ນ ໂດຍສະເພາະແມ່ນພາຍຫຼັງ

ຈາກທີ່ລາວ ກໍຄືນານາຊາດສາມາດຄວບຄຸມການລະບາດຂອງເຊື້ອໄວຣັສ ໂຄວິດ-19
ໄດ້ຢ່າງຄັກແນ່ແລ້ວນັ້ນ ເພາະວ່າທັງ 128 ເມືອງ ທີ່ເປັນສະມາ ຊິກໃນອົງການສົ່ງເສີມ
ການທ່່ອງທ່ຽວໃນ ເອເຊຍປາຊິຟິກ ທີີ່ມີປະຊາກອນ ຮວມກັນຫຼາຍກວ່າ 300 ລ້ານຄົນນັ້ນ
ກໍຍ່ອມທີ່ຈະສົ່ງຜົນດີຕໍ່ພາກທຸລະກິດ ບໍລິການ ແລະທ່ອງທ່ຽວໃນນະຄອນຫຼວງວຽງຈັນ
ດ້ວຍນັ້ນເອງ.

ແຕ່ຢາງໃດກໍຕາມເຂົ້າໜ້າທີ່ຂັ້ນສູງໃນກະຊວງຖະແຫຼງຂ່າວ ວັດທະນາທຳ ທ່ອງທ່ຽວກໍ
ໄດ້ເປີດເຜີຍວ່າທຸລະກິດທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດ ໃນທ່າມກາງການລະ
ບາດຂອງພະຍາດໄວຣັສໂຄວິດ-19 ໃນລາວຄືພາກທຸລະ ກິດບໍລິການ ແລະທ່ອງທ່ຽວ
ໂດຍສະເພາະແມ່ນນະຄອນຫຼວງວຽງຈັນ ທີີມີ ໜ່ວຍທຸລະກິດ ບໍລິການທ່ອງທ່ຽວ ໂຮງ
ແຮມ ບ້ານພັກ ຮ້ານອາຫານ ສະຖານ ບັນເທີງຕ່າງໆ ຫຼາຍທີ່ສຸດໃນລາວນັ້ນ ກໍຍ່ອມເປັນ
ເຂດທີ່ໄດ້ຮັບຜົນກະທົບຫຼາຍ ທີ່ສຸດ ເພາະວ່າການປີດດ່ານຊາຍແດນຕິດຕໍ່ກັບປະເທດ
ເພື່ອນບ້ານນັບຕັ້ງແຕ່ ເດືອນເມສາ 2020ເປັນຕົ້ນມາຈົນເຖິງປັດຈຸບັນນີ້ໄດ້ສົ່ງຜົນເຮັດ
ໃຫ້ບໍ່ມີນັກທ່ອງທ່ຽວຊາວຕ່າງຊາດເດີນທາງເຂົ້າມາໃນລາວເລີຍນັ້ນເອງ.

ໂດຍໃນ 3 ເດືອນຕົ້ນປີ 2020 ມີຊາວຕ່າງຊາດ 886,000 ກວ່າຄົນເດີນທາງ ມານະຄອນ
ວຽງຈັນ ຄິດເປັນ 40 ເປີເຊັນ ຂອງແຜນການປີທີ່ໄດ້ວາງເປົ້າໝາຍ ຈະດຶງດູດເອົານັກທ່ອງ
ທ່ຽວຕ່າງຊາດໃຫ້ໄດ້ 2 ລ້ານ 2 ແສນຄົນ ຫາກແຕ່ກໍ ເປັນໄປບໍ່ ໄດ້ແລ້ວ ເພາະລັດຖະບານ
ລາວ ຍັງສືບຕໍ່ມາດຕະການປິດດ່ານຊາຍ ແດນ ນັ້ນເອງ.

XS
SM
MD
LG