ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວລາວ 2 ແສນຄົນ ແມ່ນຮວມຢູ່ໃນຄົນຕ່າງຊາດ ຫຼາຍກວ່ານຶ່ງລ້ານຄົນ ທີ່ເຮັດວຽກຜິດກົດໝາຍ ຢູ່ໃນປະເທດໄທ


ແຮງງານລາວ ທີ່ເຮັດວຽກຜິດກົດໝາຍ ຢູ່ໃນປະເທດໄທ
ແຮງງານລາວ ທີ່ເຮັດວຽກຜິດກົດໝາຍ ຢູ່ໃນປະເທດໄທ

ແຮງງານຕ່າງຊາດ ລັກລອບເຮັດວຽກໂດຍຜິດກົດໝາຍ ໃນປເທດໄທ ມີຈຳ ນວນເກີນ
ກວ່າ 1 ລ້ານຄົນ ໃນນີ້ຮວມມີແຮງງານລາວ 2 ແສນຄົນທີ່ເລີກຈ້າງເພາະການລະບາດ
ຂອງໄວຣັສໂຄວິດ-19 ຊຶ່ງ ຊົງລິດ ໂພນເງິນ ມີິລາຍງານຈາກບາງກອກ.

ທ່ານອະດີສອນ ເກີດມົງຄົນ ຜູ້ປະສານງານເຄືອຄ່າຍອົງກອນດ້ານປະຊາກອນຂ້າມ
ຊາດ (MWG) ໃຫ້ການຢືນຢັນວ່າ ການລະບາດຂອງພະຍາດໄວຣັສ COVID-19 ໄດ້
ເຮັດໃຫ່້ບັນດານາຍຈ້າງໃນປະເທດໄທ ຕ້ອງເລີກຈ້າງແຮງ ງານຈາກມຽນມາ ກຳປູເຈຍ
ແລະລາວ ໄປແລ້ວຄິດເປັນຈຳນວນຮວມກັນເກີນ ກວ່າ 1 ລ້ານຄົນ ໃນນີ້ 80 ເປີເຊັນ
ເປັນການເລີກຈ້າງແຮງງານມຽນມາ ແລະກຳປູເຈຍ ສ່ວນອີກ 20 ເປີເຊັນ ຫຼື 2 ແສນຄົນ
ກໍຄືແຮງງານລາວ ທີ່ສ່ວນ ໃຫຍ່ໄດ້ພາກັນເດີນທາງກັບຄືນໄປລາວໃນປີ 2020 ແລະບໍ່
ສາມາດທີ່ຈະເດີນ ທາງເຂົ້າມາໃນໄທໄດ້ຢ່າງຖືກຕ້ອງຕາມກົດໝາຍ ເພາະການລະບາດ
ຂອງ ພະຍາດ ໄວຣັສ COVID-19 ທີ່ຍັງສືບຕໍ່ໃນໄທ ຈຶ່ງເຮັດໃຫ້ແຮງງານເຫລົ່ານີ້ຕ້ອງ
ພາກັນ ລັກລອບເດີນທາງເຂົ້າມາໃນໄທເພື່ອຫາເຮັດວຽກໂດຍຜິດ ກົດໝາຍໃນເວລານີ້
ດັ່ງທີ່ທ່ານອະດີສອນ ໄດ້ໃຫ້ການອະທິບາຍວ່າ:

“ໂຄວິດຊ່ວງທຳອິດ ມີກິດຈະການສ່ວນໃຫຍ່ ມັນປິດເຮັດໃຫ່້ມັນເກີດມີແຮງ ງານຫາຍ
ຈາກລະບົບໃນຊ່ວງນັ້ນ 5 ແສນກວ່າຄົນ ຫຼືເກືອບ 6 ແສນຄົນທີ່ເຮັດ ວຽກຜິດກົດໝາຍ
ອີກອັນນຶ່ງຄືຄົນທີ່ເດີນທາງກັບໄປກ່ອນຈະປິດຊາຍແດນ ກຸ່ມ ນຶ່ງກໍຄືກຸ່ມຄົນເດີມ ທີ່ເຮັດ
ວຽກຢູ່ແລ້ວໆກໍກັບບ້ານໄປກ່ອນ ບັນຫາຄືພໍປິດຊາຍ ແດນປັບ ມັນກັບເຂົ້າມາບໍ່ໄດ້ ຄົນ
ອີກກຸ່ມນຶ່ງກໍຄືຄົນທີ່ຂໍນຳເຂົ້າ ຖືກຕ້ອງໝົດ ແລ້ວລະ ພຽງແຕ່ວ່າຊວງກ່ອນນຳເຂົ້າມາ ມັນ
ເປີດຊາຍແດນ ແລະຄາວນີ້ພໍມັນ ເຂົ້າມາບໍ່ໄດ້ເຮັດໃຫ້ຄົນກຸ່ມນີ້ແອບລັກລອບເຂົ້າມາເຖິງ
4 ແສນກວ່າຄົນ.”

ສ່ວນທ່ານສຸຊາດ ຊົມກລິ່ນ ລັດຖະມົນຕີກະຊວງແຮງງານໄທ ຢືນຢັນວ່າ ລັດ ຖະບານໄທ
ໄດ້ອະນຸຍາດໃຫ້ແຮງງານລາວ ກຳປູເຈຍ ມຽນມາ ແລະ ຫວຽດ- ນາມ ສາມາດເຮັດວຽກ
ໃນໄທໄດ້ເຖິງທ້າຍເດືອນມີນາ ປີ 2022 ໂດຍທັງ ໝົດກໍຄື 2,114,609 ຄົນຈະຕ້ອງເດີນ
ທາງກັບຄືນປະເທດ ເມື່ອເຖິງກຳນົດ ດັ່ງກ່າວ ແລະຈະສາມາດກັບຄືນມາເຮັດວຽກໃນໄທ
ໄດ້ອີກເທື່ອໃໝ່ໄດ້ ດ້ວຍ ສັນຍາຈ້າງ ທີ່ລັດຖະບານໄທໄດ້ຕົກລົງໄວ້ກັບລັດຖະບານລາວ
ກຳປູເຈຍ ມຽນມາ ແລະຫວຽດນາມ ແລ້ວນັ້ນ ໂດຍການຈັດຕັ້ງປະຕິບັດມາດຕະການດັ່ງ
ກ່າວນີ້ ທາງການໄທມີເປົ້າໝາຍເພີື່ອຢຸດບັນຫາການຈ້າງແຮງງານຜິດກົດໝາຍ ທີ່ເຮັດ
ໃຫ້ແຮງງານຈຳນວນຫຼາຍ

ໄດ້ຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດ ຂ້າມຊາດໃນໄທ ໂດຍກະຊວງແຮງງານ
ໄທກໍໄດ້ກຳນົດທັງໂທດຂັງຄຸກແລະປັບ ໃໝບັນດານາຍຈ້າງ ແລະແຮງງານທີ່ລັກລອບ
ເຮັດວຽກໃນໄທໂດຍຜິດກົດໝາຍ ດ້ວຍກໍຄືໂທດຂັງຄຸກ 1 ປີ ແລະປັບໄໝ 10,000-
100,000 ບາດ ສຳລັບ ນາຍຈ້າງທີ່ຈ້າງແຮງງານໂດຍຜິດກົດໝາຍ ທັງຍັງຈະຖືກຂັງຄຸກ
ແລະປັບ ໃໝເພີ້ມຂຶ້ນອີກ ຖ້າຫາກວ່າໄດ້ກະທຳຜິດຊໍ້າ ສ່ວນແຮງ ງານທີ່ລັກລອບເຮັດ
ວຽກໃນໄທຈະ ຖືືກປັບໃໝ 5,000-100-000 ບາດ ແລະຈະຖືກສົ່ງໂຕກັບ ຄືນປະເທດ
ໃນທັນທີ.

ສ່ວນທ່ານຄຳແພງ ໄຊສົມແພງ ລັດຖະມົນຕີວ່າການກະຊວງແຮງງານ ແລະ ສະວັດດີ
ການສັງຄົມ ໄດ້ຖະແຫຼງວ່າ ບັນຫາທີ່ຈະຕ້ອງເລັ່ງແກ້ໄຂໃນໄລຍະນີ້ ກໍຄືການເຈລະຈາ
ກັບບັນດາຫົວໜ່ວຍທຸລະກິດເອກກະຊົນ ໃນທົ່ວປະເທດ ເພື່ອຂໍ ໃຫ້ມີການຈ້າງງານໃນ
ລາວເພີ້ມຂຶ້ນ ໂດຍສະເພາະແມ່ນແຮງງານລາວທີ່ເດີນ ທາງກັບຈາກໄທຍ້ອນບັນຫາ
ການລະບາດຂອງໄວຣັສ COVID-19 ນັ້ນ ຖືເປັນ ກຸ່ມແຮງງານທີ່ເດີນທາງກັບມາລາວ
ຫຼາຍທີ່ສຸດ ແລະສ່ວນໃຫຍ່ ກໍຍັງເປັນກຸ່ມ ແຮງງານລາວທີ່ລັກລອບເຮັດວຽກໃນໄທໂດຍ
ຜິດກົດໝາຍອີກດ້ວຍ ສະນັ້ນຈຶ່ງ ຈະຕ້ອງແກ້ໄຂດ້ວຍການສ້າງວຽກເຮັດງານທຳໃນລາວ
ໃຫ້ໄດ້ຫຼາຍຂຶ້ນຫາກບໍ່ສະນັ້ນແລ້ວກໍຈະເປັນບັນຫາໃຫຍ່ຂຶ້ນນັບມື້.

ໂດຍນັບແຕ່ເດືອນມີນາ 2020 ເປັນຕົ້ນມາ ປາກົດວ່າມີແຮງງານລາວ ທີ່ເດີນ ທາງກັບ
ຈາກໄທມາລາວ 3 ແສນກວ່າຄົນ ສ່ວນກະຊວງແຮງງານໄທ ລາຍ ງານວ່າໃນປັດຈຸບັນມີ
ແຮງງານລາວເຮັດວຽກໃນໄທຢ່າງຖືກຕ້ອງຕາມກົດໝາຍ 277,845 ຄົນ ໃນຂະນະທີ່ເຄືອ
ຂ່າຍໃຫ້ການຊ່ວຍເຫຼືອແຮງງານຕ່າງຊາດ ໃນໄທລະບຸວ່າມີແຮງງານລາວໃນໄທ 6 ແສນ
ກວ່າຄົນ ໃນນີ້ເປັນແຮງງານ

ທີ່ຜິດກົດໝາຍກວ່າ 330,000 ຄົນ ແລະເກີນກວ່າ 60 ເປີເຊັນ ເປັນເພດຍິງທີ່ສ່ຽງທີ່ຈະ
ຕົກເປັນເຫຍື່ອຂອງການຄ້າມາະນຸດ ສ່ວນສະພາອຸດສາຫະກຳ ແລະການຄ້າແຫ່ງຊາດ
ລາວ ລາຍງານວ່າ ໃນປັດຈຸບັນ ມີແຮງງານລາວ 9 ໝື່ນ ກວ່າຄົນທີີມີປະກັນສັງຄົມ ສ່ວນ
ທີ່ເຫຼືອອີກຫຼາຍກວ່າ 2 ລ້ານຄົນນັ້ນກໍຄືກຸ່ມແຮງ ງານລາວ ທີ່ບໍ່ມີຫລັກປະກັນ ໃນດ້ານ
ສະວັດດີການສັງຄົມຢ່າງໃດ.

XS
SM
MD
LG