ປະຊາຊົນລາວອອກມາໃຊ້ສິດທິເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະສະພາປະ
ຊາຊົນຂັ້ນແຂວງ ເກີນກວ່າ 198 ເປີເຊັນ ຂອງຈຳນວນຜູ້ມີສິດເລືອກຕັ້ງທັງ ໝົດດ້ວຍ
ຫວັງວ່າ ຈະມີການແກ້ໄຂການທຸຈະລິດຢ່າງຈິງຈັງ. ຊົງລິດ ໂພນເງິນ ມີລາຍງານເລື້ອງ
ນີ້ ຈາກບາງກອກ.
ທ່ານສົມພູ ດວງສະຫວັນ ໂຄສົກຄະນະກຳມະການເລືອກຕັ້ງລະດັບຊາດໃນລາວ ຖະ
ແຫຼງວ່າ ການເລືອກຕັ້ງສະມາຊິກສະພາແຫ່ງຊາດລາວ ຊຸດທີ 9 ແລະສະມາ ຊິກສະພາ
ປະຊາຊົນຂັ້ນແຂວງ ຊຸດທີ 2 ທີ່ໄດ້ຈັດຂຶ້ນໃນຊ່ວງເວລາ 7 ໂມງ ຫາ 17 ໂມງ ໃນວັນທີ
21 ກຸມພາ 2021 ທີີ່ຜ່ານມານັ້ນ ຄະນະກໍາມະການເລືອກ ຕັ້ງລະດັບຊາດສາມາດບັນ
ລຸຄາດໝາຍທີ່ວາງໄວ້ ໃນລະດັບທີ່ໜ້າພໍໃຈ ກໍຄືການປ້ອງກັນຄວາມສະຫງົບຮຽບຮ້ອຍ
ໃນສັງຄົມລາວໄດ້ 100 ເປີເຊັນ ແລະການຮັບ ປະກັນບໍ່ໃຫ້ມີບັດຕາຍ ໃນການເລືອກ
ຕັ້ງຄັ້ງນີ້ ສ່ວນປະຊາຊົນລາວນັ້ນ ກໍໄດ້ພາ ກັນອອກມາໃຊ້ສິດເລືອກຕັ້ງເຖິງ 3,973,017
ຄົນຄິດເປັນ 98.02 ເປີເຊັນຂອງ ຈຳນວນຜູ້ທີ່ມີສິດປ່ອນບັດທັງໝົດ 4,279,243 ຄົນ
ໃນທົ່ວປະເທດ ຊຶ່ງໄດ້ເລືອກ ຕັ້ງເອົາສະມາຊິກສະພາສະມາຊິກສະພາແຫ່ງຊາດ ຢ່າງຄົບ
ຖ້ວນທັງ 164 ຄົນແລະສະມາຊິກສະພາປະຊາຊົນຂັ້ນແຂວງຈຳນວນ 492 ຄົ ນໃນທັງ
18 ເຂດ ເລືອກຕັ້ງທົ່ວປະເທດ ດັ່ງທີ່ທ່ານສົມພູ ໄດ້ຖະເແຫຼງຢືນຢັນວ່າ:
“ຜູ້ມີສິດປ່ອນບັດເລືອກຕັ້ງໄປໃຊ້ສິດໂຕຈິງຮວມເຖິງ 98.02 ເປີເຊັນ ຮັບປະກັນຄວາມ
ສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ໃຫ້ແກ່ການເລືອກຕັ້ງໃນຂອບເຂດ ທົ່ວປະເທດ
ອັນສຳຄັນແມ່ນສາມາດເລືອກຕັ້ງໄດ້ສະມາຊິກສະພາແຫ່ງຊາດ ກໍຄື ສະມາຊິກສະພາປະ
ຊາຊົນຂັ້ນແຂວງຜູ້ທີີ່ມີມາດຕະຖານຄົບຖ້ວນຕາມລະດັບຄາດ ໝາຍຄືສະມາຊິກສະພາ
ແຫ່ງຊາດຈຳນວນ 164 ທ່ານ ຍິງ 36 ທ່ານ ສະມາຊິກສະພາປະຊາຊົນຂັ້ນແຂວງ 492
ທ່ານ ຍິງ 150 ທ່ານ.”
ທາງດ້ານປະຊາຊົນລາວທີ່ອອກມາໃຊ້ສິດໃນການເລືອກຄັ້ງນີ້ ກໍໄດ້ຕັ້ງຄວາມຫວັງວ່າຈະ
ບໍ່ມີການທຸດຈະລິດ ແລະເຫັນແກຜົນປະໂຫຍດສ່ວນໂຕເກີດຂຶ້ນໃນ
ບັນດາ ສະມາຊິກສະພາແຫ່ງຊາດແລະສະມາຊິກສະພາປະຊາຊົນຂັ້ນແຂວງຊຸດໃໝ່ເພາະ
ວ່າ ການບັງຄັບໃຊ້ກົດໝາຍທີ່ມີປະສິດທິພາບຕໍ່າໃນໄລຍະທີ່ຜ່ານມານັ້ນ ໄດ້ເຮັດ ໃຫ້ເກີດ
ການຮົ່ວໄຫຼດ້ານງົບປະມານລາຍຮັບ ແລະລາຍຈ່າຍຂອງລັດຖະບານຢ່າງ ຫຼວງຫຼາຍ ຊຶ່ງ
ເຫັນໄດ້ ຈາກການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ ແລະສັງຄົມ ໃນຊ່ວງປີ
2016 ຫາ 2020 ທີ່ການທຸດຈະລິດເຮັດລັດຖະບານສູນ ເສຍງົບປະມານໄປຫຼາຍກວ່າ
5,689 ຕຶື້ກີບແລະເງິນຕາຕ່າງປະເທດຈຳນວນຫຼາຍ ດັ່ງທີ່ທ່ານສີໄນ ມຽງລາວັນ ຮອງປະ
ທານ ຄະນະກຳມະການກວດກາສູນກາງພັກ ຢືນຢັນວ່າ:
“ຜ່ານການກວດກາພົບເຫັນຜົນເສຍຫາຍທັງໝົດ 5,689.12 ຕື້ກວ່າກີບ 31.77 ລ້ານກວ່າ
ໂດລາ 36.89 ລ້ານບາດ ແລະລົດໃຫຍ່ 5 ຄັນ ສາມາດເກັບກູ້ຄືນໄດ້ ທັງໝົດ 1,064.42
ຕື້ກວ່າກີບ 2,93 ລ້ານກວ່າໂດລາ 11,16 ລ້ານກວ່າບາດ ແລະລົດໃຫຍ່ 4 ຄັນ ພ້ອມກັນ
ນັ້ນໄດ້ກວດກາການລົງທຶນຂອງລັດຕາມແຈ້ງການ ຂອງລັດຖະບານ ສຳເລັດແລ້ວ 680
ໂຄງການ ໃນຈຳນວນ 4,601 ໂຄງການ.”
ສ່ວນເຈົ້າໜ້າທີ່ສຳນັກເລຂາທິການລັດຖະສະພາອາຊຽນເປີດເຜີຍວ່າ ບັນຫາສຳຄັນ ປະ
ການນຶ່ງທີ່ກອງປະຊຸມໃຫຍ່ລັດຖະສະພາອາຊຽນ ໄດ້ຢີບຍົກຂຶ້ນມາປຶກສາຫາລືກັນ ໃນ
ໂອກາດກອງປະຊຸມໃຫຍ່ທຸກໆຄັ້ງ ກໍຄືບັນຫາການພັດທະນາທາງດ້ານກົດ ໝາຍ ທີ່ບໍ່ທໍ່
ທັນກັນລະຫວ່າງປະເທດສະມາຊິກ ໃນອາຊຽນດ້ວຍກັນ ໃນນີ້ ສປປ ລາວ ກໍເປັນປະເທດ
ນຶ່ງທີ່ການພັດທະນາກົດໝາຍ ໄດ້ດຳເນີນໄປຢ່າງຊັກຊ້າທີ່ສຸດ ທັງຍັງມີບັນຫາກ່ຽກັບການ
ເຂົ້າເຖິງ ແລະການຮັບຮູ້ກົດໝາຍ ຂອງປະຊາຊົນລາວ ອັນເຮັດໃຫ້ຕ້ອງມີການພັດທະນາ
ໂຄງຂ່າຍໃນການເຜີຍແຜ່ກົດໝາຍໃຫ້ປະຊາຊົນລາວເຂົ້າເຖິງໄດ້ຢ່າງສະດວກວ່ອງໄວ
ດ້ວຍການນຳໃຊ້ application ໃນລະບົບ ໂທລະສັບມືຖືທີ່ທັນສະໄໝຂຶ້ນນັ້ນເອງ.
ທັງນີ້ໂດຍການພັດທະນາ application ດັ່ງກ່າວ ລັດຖະບານສະຫະລັດອາເມຣິກາ ໄດ້
ໃຫ້ການຊ່ວຍເຫຼືອລັດຖະບານລາວ ຜ່ານອົງການ USIAD ເປັນເວລາ 5 ປີ ໂດຍມີເປົ້າ
ໝາຍເພື່ອເຮັດໃຫ້ລາວສາມາດເຊື່ອມໂຍງ ເຂົ້າກັບລະບຽບການຄ້າ ໂລກ ໃຫ້ໄດ້ຢ່າງມີປະສິດທິພາບ ກໍຄືການຊ່ວຍໃຫ້ບັນດານັກທຸລະກິດ ປະຊາຊົນ ລາວ ແລະຊາວຕ່າງຊາດ
ສາມາດເຂົ້າເຖິງນິຕິກໍາຕ່າງໆໃນລາວໄດ້ຢ່າງສະດວກ ວ່ອງໄວ ທັງຍັງສາມາດປະ
ກອບຄວາມຄິດເຫັນ ຕໍ່ນິຕິກຳຕ່າງໆໄດ້ດ້ວຍ.
ສ່ວນອົງການ Human Right Watch ລາຍງານວ່າ ຍັງມີການເລືອກປະຕິບັດກົດໝາຍ
ກັບປະຊາຊົນ ທີ່ຂັດແຍ້ງກັບພະນັກງານລັດ ກ່ຽວກັບເວນຄືນທີ່ດິນຢ່າງ ບໍ່ຍຸຕິທຳເກີດ
ຂຶ້ນຢ່າງກວ້າງຂວາງ ຊຶ່ງເຫັນໄດ້ຈາກຈຳນວນຄະດີຄວາມທີ່ສານປະ ຊາຊົນລາວໄດ້ຕັດ
ສິນໄປແລ້ວ 29,000 ກວ່າຄະດີນັ້ນ ຍັງບໍ່ທັນມີການບັງຄັບຄະ ດີຄວາມຕາມການຕັດສິນ
ເພາະວ່າພະນັກງານທີ່ກ່ຽວຂ້ອງ ບໍ່ປະຕິບັດໜ້າທີ່ຂອງ ພວກຕົນນັ້ນເອງ.