ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ແຮງງານລາວ ຫຼາຍກວ່າ 96,000 ຄົນ ໄດ້ຂໍ ຂຶ້ນທະບຽນ ແລະ ພິສູດສັນຊາດ ກັບໄທ


ແຮງງານຕ່າງດ້າວ ຈາກ ລາວ ມຽນມາ ແລະ ກຳປູເຈຍ ທີ່ເຮັດວຽກຢູ່ໃນໄທ ຢ່າງຜິດກົດໝາຍ ໄດ້ຢື່ນຄຳຮ້ອງ ຂໍຂຶ້ນທະບຽນ ແລະ ພິສູດສັນຊາດ ກັບທາງການໄທ.
ແຮງງານຕ່າງດ້າວ ຈາກ ລາວ ມຽນມາ ແລະ ກຳປູເຈຍ ທີ່ເຮັດວຽກຢູ່ໃນໄທ ຢ່າງຜິດກົດໝາຍ ໄດ້ຢື່ນຄຳຮ້ອງ ຂໍຂຶ້ນທະບຽນ ແລະ ພິສູດສັນຊາດ ກັບທາງການໄທ.

ແຮງງານລາວຫຼາຍກວ່າ 96,000 ຄົນ ທີ່ລັກລອບທຳງານໂດຍຜິດກົດໝາຍໃນໄທ
ໄດ້ຢື່ນຄຳຮ້ອງຂໍຂຶ້ນທະບຽນ ແລະ ພິສູດສັນຊາດເພື່ອຂໍອະນຸຍາດເຮັດວຽກ ຢ່າງຖືກ
ຕ້ອງຕາມກົດໝາຍໃນໄທ.

ທ່ານອະນັນຕະໄຊ ອຸໄທພັດທະນາຊີບ ໂຄສົກກະຊວງແຮງງານຂອງໄທ ຖະແຫລງວ່າ
ການຮັບແຈ້ງເພື່ອຂຶ້ນທະບຽນບັນດານາຍຈ້າງ ແລະ ແຮງງານ ລາວ ມຽນມາ ແລະ
ກຳປູເຈຍ ທີ່ຍັງລັກບອບຈ້າງງານາ ແລະ ທຳງານໃນໄທ ໂດຍຜິດກົດໝາຍ ເມື່ອວັນທີ
24 ກໍລະກົດ-ວັນທີ 7 ສິງຫາ ທີ່ຜ່ານມານີ້ ປາກົດວ່າ ມີບັນດານາຍຈ້າງຈຳນວນ
216,409 ລາຍ ແລະ ແຮງງານທັງໝົດ 770,882 ຄົນ ທີ່ໄດ້ແຈ້ງຂຶ້ນທະບຽນກັບ
ກະຊວງແຮງງານຂອງໄທ ໂດຍແບ່ງເປັນແຮງງານ ມຽນມາ 447,134 ຄົນ ແຮງງານ
ກຳປູເຈຍ 226,826 ຄົນ ແລະ ແຮງງານ ລາວ 96,922 ຄົນ.

ກະຊວງແຮງງານຂອງໄທ ຮັບແຈ້ງຂຶ້ນທະບຽນ ບັນດານາຍຈ້າງ ແລະ ແຮງງານ ລາວ ມຽນມາ ແລະ ກຳປູເຈຍ ເມື່ອວັນທີ 24 ກໍລະກົດ-ວັນທີ 7 ສິງຫາ ທີ່ຜ່ານມານີ້.
ກະຊວງແຮງງານຂອງໄທ ຮັບແຈ້ງຂຶ້ນທະບຽນ ບັນດານາຍຈ້າງ ແລະ ແຮງງານ ລາວ ມຽນມາ ແລະ ກຳປູເຈຍ ເມື່ອວັນທີ 24 ກໍລະກົດ-ວັນທີ 7 ສິງຫາ ທີ່ຜ່ານມານີ້.

ສ່ວນການຈັດຕັ້ງປະຕິບັດໃນຂັ້ນຕໍ່ໄປ ທີ່ກະຊວງແຮງງານຂອງໄທ ຈະຕ້ອງດຳເນີນ
ການໃຫ້ແລ້ວເສັດພາຍໃນ 30 ວັນ ນັບຈາກວັນທີ 8 ສິງຫາ 2017 ກໍຄືການກວດສອບ
ຄວາມຖືກຕ້ອງດ້ານເອກກະສານ ກ່ຽວກັບການຈ້າງງານ ຂອງບັນດານາຍຈ້າງທັງ
216,409 ລາຍ ແລະ ການພິສູດສັນຊາດແຮງງານ ລາວ ມຽນມາ ແລະ ກຳປູເຈຍ ທີ່ໄດ້ແຈ້ງຂຶ້ນທະບຽນ ເພື່ອຂໍອະນຸຍາດທຳງານ ຢ່າງຖືກຕ້ອງຕາມກົດໝາຍໃນໄທ
ດັ່ງກ່າວ ແລະ ຫລັງຈາກນັ້ນ ກໍຈະບໍ່ມີການເປີດຮັບການແຈ້ງຂຶ້ນທະບຽນອີກຕໍ່ໄປ
ດັ່ງທີ່ທ່ານອະນັນຕະໄຊ ໄດ້ໃຫ້ການຢືນຢັນວ່າ:

“ນາຍຈ້າງມາຢື່ນຄຳຂໍທັງໝົດ 216,409 ລາຍ ແລ້ວກໍເປັນຄຳຂໍໃຊ້ແຮງງານ
ຕ່າງດ້າວ 3 ສັນຊາດ ຈຳນວນທັງໝົດ 770,882 ຄົນ ສັນຊາດທີ່ສູງທີ່ສຸດ ກໍຄື
ມຽນມາ ມີການແຈ້ງຂໍໃຊ້ທັງໝົດ 447,134 ຄົນ ຮອງລົງມາ ກໍເປັນ ກຳປູເຈຍ
226,826 ຄົນ ແລ້ວກໍ ລາວ 96,922 ຄົນ ກໍຄົງຕ້ອງຂໍຮຽນວ່າ ເຮົາຄົງບໍ່ຂະຫຍາຍ
ການເປີດຈົດອີກແລ້ວ”

ກ່ອນໜ້ານີ້ ພົນເອກປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີ ຢືນຢັນວ່າ ລັດຖະບານໄທ
ໄດ້ດຳເນີນມາດຕະການຢ່າງເຂັ້ມງວດ ໃນການບັງຄັບໃຊ້ກົດໝາຍຕໍ່ແຮງງານ ລາວ
ມຽນມາ ແລະ ກຳປູເຈຍ ທີ່ລັກລອບທຳງານໃນໄທ ໂດຍເປັນມາດຕະການສຳຄັນ ເພື່ອ
ສະກັດກັ້ນການຄ້າມະນຸດຂ້າມຊາດ ເນື່ອງຈາກວ່າ ລັດຖະບານສະຫະລັດ ອາເມຣິກາ
ແລະ ສະຫະພາບຢູໂຣບ ໄດ້ຈັດໃຫ້ໄທ ເປັນປະເທດທີ່ມີການລັກລອບຄ້າມະນຸດຂ້າມ
ຊາດ ໃນລະດັບທີ່ຮຸນແຮງ.

ໂດຍເຖິງແມ່ນວ່າ ໃນໄລຍະ 3 ປີ ທີ່ຜ່ານມາ ລັດຖະບານໄທ ຈະໄດ້ດຳເນີນການພິສູດ
ສັນຊາດ ແຮງງານທີ່ແຈ້ງຈົດທະບຽນຢ່າງຖືກຕ້ອງຕາມກົດໝາຍ ໃນໄທຮ່ວມກັບທາງ
ການ ລາວ ມຽນມາ ແລະ ກຳປູເຈຍ ແລ້ວກໍຕາມ ຫາກແຕ່ການຈັດຕັ້ງປະຕິບັດໂຕຈິງ
ກໍດຳເນີນໄປຢ່າງຊັກຊ້າ ແລະ ການຄ້າມະນຸດຂ້າມຊາດ ຍັງຄົງເກີດຂຶ້ນຢູ່ເລື້ອຍມາ
ຈຶ່ງເຮັດໃຫ້ທາງການໄທ ຕ້ອງການແກ້ໄຂດ້ວຍການຮ່ວມມືກັບທາງການ ລາວ ມຽນມາ
ແລະ ກຳປູເຈຍ ເພື່ອດຳເນີນການພິສູດສັນຊາດແຮງງານ ກ່ອນຈະມາທຳງານໃນໄທ.

ທາງດ້ານເຄືອຂ່າຍໃຫ້ການຊ່ວຍເຫຼືອແຮງງານຕ່າງດ້າວໃນໄທ ປະເມີນວ່າ ມີແຮງງານ
ລາວ ທີ່ຢູ່ໃນໄທ ຫຼາຍກວ່າ 4 ແສນຄົນ ໝາຍຄວາມວ່າ ມີແຮງງານລາວຫຼາຍກວ່າ 3
ແສນຄົນ ທີ່ລັກລອບທຳງານ ໂດຍຜິດກົດໝາຍ ແລະ ມີຄວາມສ່ຽງສູງ ທີ່ຈະຕົກເປັນ
ເຫຍື່ອຂອງການຄ້າມະນຸດຂ້າມຊາດໃນໄທ ແຕ່ວ່າ ໃນໄລຍະ 14 ປີ ທີ່ຜ່ານມາ
ທາງການໄທ ກັບສາມາດໃຫ້ການຊ່ອຍເຫຼືອແຮງງານລາວເຫຼົ່ານີ້ ໄດ້ພຽງ 2,217 ຄົນ
ເທົ່ານັ້ນ.

ທັງນີ້ ໂດຍຫລ້າສຸດ ທາງການໄທ ໄດ້ບັງຄັບໃຊ້ກົດໝາຍວ່າດ້ວຍ ການຈ້າງແຮງງານ
ຕ່າງດ້າວໃນໄທ ໂດຍກຳນົດໃຫ້ບັນດານາຍຈ້າງ ຈະຕ້ອງຈ້າງແຮງງານທີ່ຂຶ້ນທະບຽນ
ກັບທາງການ ຂອງປະເທດຕົ້ນທາງ ກໍຄືທາງການ ລາວ ມຽນມາ ແລະ ກຳປູເຈຍ ຢ່າງ
ຖືກຕ້ອງເທົ່ານັ້ນ ໂດຍຖ້າຫາກນາຍຈ້າງຝ່າຝືນດ້ວຍການຈ້າງແຮງງານ ທີ່ຜິດກົດໝາຍ
ກໍຈະຕ້ອງຖືກປັບໃໝຕັ້ງແຕ່ 4 ແສນ ຫາ 6 ແສນບາດ ເຊິ່ງຈະມີຜົນບັງຄັບໃຊ້ຢ່າງເປັນ
ທາງການ ນັບຈາກວັນທີ 1 ມັງກອນ 2018 ເປັນຕົ້ນໄປ.

XS
SM
MD
LG