ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເດັກນ້ອຍ​ ໃນລາວ​ຮຽນ​ຈົບ ​ຊັ້ນປະຖົມ​ສຶກສາ ຄິດ​ເປັນ​ອັດຕາ​ ສະ​ເລ່ຍ 80 ກວ່າ ​ເປີ​ເຊັນ


ໂຮງຮຽນ ຊັ້ນປະຖົມສຶກສາ ຢູ້ຊົນນະບົດ
ໂຮງຮຽນ ຊັ້ນປະຖົມສຶກສາ ຢູ້ຊົນນະບົດ

​ເດັກນ້ອຍ​ໃນລາວ​ຮຽນ​ຈົບ​ຊັ້ນປະຖົມ​ສຶກສາ ຄິດ​ເປັນ​ອັດຕາ​
ສະ​ເລ່ຍ 83 ​ເປີ​ເຊັນ ຂອງ​ເດັກນ້ອຍ​ໃນ​ໄວ​ຮຽນ​ທັງ​ໝົດ ຫາກ​
ແຕ່​ດ້ວຍ​ສະພາບ​ຊີວິດ​ການ​ເປັນ​ຢູ່​ທີ່​ຍາກຈົນ ກໍຍັງ​ເຮັດ​ໃຫ້​ມີ
​ການ​ປະລະ​ການ​ຮຽນ​ເພີ້​ມຂຶ້ນ.

ທ່ານ​ພັນ​ຄຳ ວິພາ​ວັນ ຮອງ​ນາຍົກລັດຖະມົນຕີວ່າການ ກະ​ຊວງ​ສຶກສາ​ທິການ ​ແລະ ກິລາ
​ໃຫ້ການ​ຢືນຢັນ​ວ່າ ​ໃນ​ສົກ​ຮຽນ​ປະຈຳ​ປີ 2014-2015 ທີ່​ຜ່ານ​ມາ ມີ​ນັກຮຽນ​ທີ່​ຮຽນ​ຈົບ​ຊັ້ນ
ປະຖົມ​ສຶກສາ​ຄິດ​ເປັນ​ອັດຕາ​ສະ​ເລ່ຍ 83 ​ເປີ​ເຊັນ ຂອງ​ຈຳນວນ​ນັກຮຽນ​ທັງ​ໝົດ ທີ່​ຮຽນ​ຊັ້ນ
ປະຖົມ​ປີ ທີ 5 ​ໃນ​ທົ່ວ​ປະ​ເທດ​ໂດຍ​ເພີ້​ມຂຶ້ນ 5 ​ເປີ​ເຊັນ ທຽບ​ກັບ​ສົກຮຽນ​ປະຈຳ​ປີ 2013-
2014 ທີ່​ການ​ຮຽນ​ຈົບ​ຊັ້ນປະຖົມ​ສຶກສາ ຢູ່​ທີ່​ອັດຕາ​ສະ​ເລ່ຍ 78 ​ເປີ​ເຊັນ​ທັງ​ຍັງ​ເຮັດ​ໃຫ້​ເຊື່​ອ
ໝັ້ນວ່າ ການ​ຮຽນ​ຈົບ​ຊັ້ນປະຖົມ​ຈະ​ເພີ້​ມຂຶ້ນ​ເປັນ 95 ​ເປີ​ເຊັນ ​ໃນ​ປີ​ການ​ສຶກສາ 2015-
2016 ນີ້ ​ອີກ​ດ້ວຍ.

ທ່ານ​ພັນ​ຄຳ ​ໄດ້​ໃຫ້ການ​ຢືນຢັນ​ດ້ວຍ​ວ່າ ການ​ພັດທະນາ​ດ້ານ​ການ​ສຶກສາ ຂອງ​ລາວ​ຍັງ​
ໄດ້​ໃຫ້​ຄວາມ​ສຳຄັນ​ຢ່າງຍິ່ງ​ ກັບ​ການ​ພັດທະນາ ​ໃນ​ດ້ານ​ຄຸນ​ນະພາ​ບ ​ເພື່ອ​ເຮັດ​ໃຫ້​ຊັບ
ພະຍາກອນ​ມະນຸດ​ຂອງ​ລາວ ມີ​ຄວາມ​ສາມາດ ທີ່​ຈະ​ແຂ່ງຂັນ​ໃນ​ຕະຫຼາດ​ແຮງ​ງານ ​ໃນ​
ປະຊາ​ຄົມ​ອາ​ຊຽນ​ໃຫ້​ໄດ້​ຢ່າງ​ແທ້​ຈິງ​ອີກ​ດ້ວຍ ດັ່ງ​ທີ່​ທ່ານ​ໄດ້​ໃຫ້ການ​ເນັ້ນຢ້ຳວ່າ:

ທ່ານ​ພັນ​ຄຳ ວິພາ​ວັນ ຮອງ​ນາຍົກລັດຖະມົນຕີວ່າການ ກະ​ຊວງ​ສຶກສາ​ທິການ ​ແລະ ກິລາ
ທ່ານ​ພັນ​ຄຳ ວິພາ​ວັນ ຮອງ​ນາຍົກລັດຖະມົນຕີວ່າການ ກະ​ຊວງ​ສຶກສາ​ທິການ ​ແລະ ກິລາ

“ວຽກ​ພັດທະນາ​ຊັບພະຍາກອນ​ມະນຸດ​ນີ້ ​ແມ່ນ​ພັດທະນາ​
ເພື່ອ​ພັດທະນາ​ປະ​ເທດດຽວ​ນີ້​ ພວກ​ເຮົາ​ກຳລັງ​ຮ່າງວິ​ໄສ​
ທັດແບບ​ວ່າ​ ຖືເອົາ​ການ​ພັດທະນາຊັບພະຍາກອນມະນຸດ
​ເປັນ​ຕົວ​ຊີ້​ວັດ​ປະສິດທິພາບ ​ແລະ ປະສິດທິ​ຜົນ ຂອງ​
ການ​ພັດທະນາ​ປະເທດ ຫຼື ຄັນ​ເວົ້າຢູ່​ໃນ​ແຜນການ​
ເພິ່ນ​ເວົ້າຈັ່ງ​ຊີ້ ມາດ​ຕະການ​ຈັດຕັ້ງປະຕິບັດ​ແຜນ 8
ຕໍ່​ໄປ​ເດ້ ຖື​ເອົາ​ການ​ພັດທະ​ນາ​ຊັບພະຍາກອນ​ມະນຸດ ​
ເປັນ​ຂໍ​ກຸນ​ແຈ​ຂອງ​ການ​ພັດທະນາ​ເສດຖະກິດ​ສັງຄົມ.”

ແຕ່​ຢ່າງ​ໃດ​ກໍ​ຕາມ ​ເຈົ້າໜ້າ​ທີ່​ຂັ້ນສູງ​ໃນ​ກະຊວງ​ສຶກສາ​ທິການ
​ແລະ ກິລາ ຍອມຮັບ​ວ່າດ້ວຍ​ສະພາບ​ຊີວິດ​ການ​ເປັນ​ຢູ່ ທີ່​ຍາກຈົນ​ຢ່າງ​ຍິ່ງ​ຂອງ​ປະຊາຊົນ​
ລາວ ​ໂດ​ຍມີ​ສາ​ເຫດ​ມາ​ຈາກ​ລະດັບ​ຄ່າ​ຄອງ​ຊີບ ທີ່​ປັບ​ຕົວ​ສູງ​ຂຶ້ນ​ນັບ​ມື້ ​ແລະ ລັດຖະບານ​
ລາວ ບໍ່​ສາມາດ​ຈະ​ໃຫ້ການ​ຊ່ວຍ​ເຫຼືອໄດ້​ເລີຍ​ນັ້ນ ນັບ​ເປັນສາ​ເຫດ​ສຳຄັນ​ທີ່​ເຮັດ​ໃຫ້ການ​
ປະລະ​ການ​ຮຽນ ​ໃນ​ລະດັບ​ຊັ້ນປະຖົມ​ສຶກສາ ມີ​ອັດຕາ​ສະ​ເລ່ຍສູງ​ກວ່າ 20 ​ເປີ​ເຊັນ ຂອງ​
ຈຳນວນ​ເດັກນ້ອຍ ​ໃນໄວ​ຮຽນ​ທັງ​ໝົດ​ໃນ​ທົ່ວ​ປະ​ເທດ ​ໃນ​ປັດຈຸບັນ ​ແລະ ​ເຖິງ​ແມ່ນ​ວ່າ
ອັດຕາ​ການ​ເຂົ້າຮຽນ​ຊັ້ນປະຖົມ​ໃນ​ສົກຮຽນ 2014-2015 ຈະ​ສູງ​ເຖິງ 95 ​ເປີ​ເຊັນ ກໍ​ຕາມ ​
ແຕ່​ໃນ​ຄວາມ​ເປັນ​ຈິງກັບ​ປາກົດ​ວ່າ ມີ​ເດັກນ້ອຍ​ລາວ ມາ​ໂຮງຮຽນ​ຕາມ​ປົກກະຕິ​ພຽງ 75
​ເປີ​ເຊັນເທົ່າ​ນັ້ນ.

ຍິ່ງໄປກວ່ານັ້ນ ບັນຫາດັ່ງກ່າວຍັງຖືເປັນສະພາບການທີ່ກົງກັນຂ້າມ ກັບນະໂຍບາຍຂອງ
ລັດຖະບານລາວ ພາຍໃຕ້ການນຳຂອງທ່ານທອງສິງ ທຳມະວົງ ນາຍົກລັດຖະມົນຕີ ທີ່ໄດ້
ປະກາດເປົ້າໝາຍຈະຂະຫຍາຍໂອກາດ ດ້ານການສຶກສາ ສຳຫລັບເດັກນ້ອຍ ໃນເຂດ
ຊົນນະບົດໃຫ້ໄດ້ຢ່າງທົ່ວເຖິງ ພາຍໃນປີ 2015 ນີ້ ຫາກແຕ່ວ່າ ດ້ວຍບັນຫາຄວາມຍາກຈົນ
ຂອງປະຊາຊົນ ທີ່ຍັງບໍ່ໄດ້ຮັບການແກ້ໄຂນັ້ນ ຈຶ່ງເຮັດໃຫ້ບໍ່ສາມາດບັນລຸເປົ້າໝາຍ ດັ່ງກ່າວ
ໄດ້ຢ່າງແນ່ນອນ.

ເຈົ້າໜ້າທີ່ຂັ້ນສູງ ໃຫ້ການຢືນຢັນດ້ວຍວ່າ ບັນຫາທີ່ເປັນອຸປະສັກ ຕໍ່ການຂະຫຍາຍໂອກາດ
ທາງດ້ານ ການສຶກສາຂັ້ນພື້ນຖານໃຫ້ໄດ້ ຢ່າງທົ່ວເຖິງໃນທົ່ວປະເທດລາວ ອີກປະການໜຶ່ງ
ກໍແມ່ນບັນຫາຂາດແຄນ ດ້ານງົບປະມານຂອງລັດຖະບານລາວ ໂດຍບັນຫາທີ່ເຫັນໄດ້ຢ່າງ
ຊັດເຈນທີ່ສຸດ ໃນເວລານີ້ ກໍຄືການຈັດພິມ ແລະ ການແຈກຈ່າຍປຶ້ມຕຳລາຮຽນ ສຳຫລັບ
ນັກຮຽນຊັ້ນປະຖົມທຸກຄົນໃນທົ່ວປະເທດ ຊຶ່ງເປັນເປົ້າໝາຍບຸລິມະສິດ ທີ່ຈະຕ້ອງຈັດຕັ້ງ
ປະຕິບັດໃຫ້ໄດ້ຢ່າງແທ້ຈິງ ໃນສົກຮຽນປີ 2015-2016 ນີ້ ຫາກແຕ່ວ່າ ໃນການປະຕິບັດ
ຕົວຈິງ ກໍຍັງຄົງເປັນໄປບໍ່ໄດ້ເລີຍ ໂດຍສະເພາະແມ່ນບັນດາໂຮງຮຽນ ຢູ່ໃນເຂດຊົນນະບົດນັ້ນ.

ຍິ່ງໄປກວ່ານັ້ນ ກໍຍັງປາກົດດ້ວຍວ່າ ໄດ້ມີການແຈກຈ່າຍປຶ້ມຕຳລາຮຽນບໍ່ເຖິງ 50 ເປີເຊັນ
ຂອງຈຳນວນນັກຮຽນທັງໝົດ ຢູ່ໃນເຂດແຂວງພາກເໜືອ ຈຶ່ງເຮັດໃຫ້ບັນດາຜູ້ບໍລິຫານ ໂຮງ
ຮຽນຕ້ອງແກ້ໄຂ ບັນຫາດ້ວຍການໃຫ້ບັນດາຜູ້ປົກຄອງ ຂອງນັກຮຽນທີ່ພໍມີຖານະຕ້ອງຊື້
ຕຳລາຮຽນໃຫ້ລູກຂອງພວກເຂົາເຈົ້າດ້ວຍຕົນເອງ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງ ໃນສູນກາງຊາວໜຸ່ມປະຕິວັດລາວ ກໍຍອມຮັບວ່າການພັດທະນາ
ເຍົາວະຊົນລາວ ໃນປັດຈຸບັນຍັງຕ້ອງປະເຊີນກັບ ບັນຫາຫຍຸ້ງຍາກ ຢ່າງທີ່ສຸດ ເນື່ອງຈາກ
ບໍ່ສາມາດຈັດຕັ້ງປະຕິບັດ ໄດ້ຕາມແຜນການທີ່ວາງໄວ້ ຈຶ່ງເຮັດໃຫ້ ເຍົາວະຊົນລາວ ຍັງມີ
ລະດັບຄຸນນະພາບຕ່ຳທີ່ສຸດ ໃນອາຊຽນດ້ວຍກັນ.

XS
SM
MD
LG