ແຮງງານກຳປູເຊຍ, ລາວ ແລະ ມຽນມາຫຼາຍກວ່າ 500,000 ຄົນສິ້ນສຸດການໄດ້ຮັບອະນຸຍາດເຮັດວຽກໃນ ໄທ ແລ້ວ ແລະ ຈະຕ້ອງເດີນທາງກັບຄືນປະເທດທີ່ເປັນພູມລຳເນົາພາຍໃນເດືອນກໍລະກົດນີ້.
ທ່ານ ອານຸຊາ ບູລະຜະໄຊສີ ໂຄສົກລັດຖະບານໄທຖະແຫຼງວ່າລັດຖະບານ ໄທ ໄດ້ອະນຸຍາດ ແລະ ຜ່ອນຜັນໃຫ້ແຮງງານກຳປູເຈຍ, ລາວ ແລະ ມຽນມາ ຫຼາຍກວ່າ 500,000 ຄົນເພື່ອໃຫ້ສາມາດເຮັດວຽກໃນປະເທດໄທຕໍ່ໄປໄດ້ເຖິງວັນທີ 31 ກໍລະກົດ 2023 ແລະ ເມື່ອເຖິງກຳນົດດັ່ງກ່າວກໍຈະຕ້ອງເດີນທາງກັບປະເທດທີ່ເປັນພູມລຳເນົາທັນທີ ໂດຍແຮງງານກຸ່ມດັ່ງກ່າວນີ້ໄດ້ສິ້ນສຸດການໄດ້ຮັບອະນຸຍາດເຮັດວຽກໃນໄທນັບແຕ່ທ້າຍເດືອນມັງກອນ 2023 ເປັນຕົ້ນມາແລ້ວ ແຕ່ເນື່ອງຈາກວ່ານາຍຈ້າງໄທບໍ່ສາມາດດຳເນີນການຈ້າງແຮງງານໃໝ່ເພື່ອທົດແທນໄດ້ຢ່າງເທົ່າທັນກັບກຳນົດເວລາດັ່ງກ່າວ ລັດຖະບານ ໄທ ຈຶ່ງໄດ້ມີມາດຕະການຊ່ວຍເຫຼືອນາຍຈ້າງດ້ວຍການຜ່ອນຜັນດັ່ງກ່າວດັ່ງທີ່ທ່ານ ອານຸຊາ ໄດ້ຖະແຫຼງຢືນຢັນວ່າ
“ກຸ່ມຕ່າງດ້າວ 3 ສັນຊາດກໍຄືກຳປູເຈຍ, ລາວ ແລະ ມຽນມາ ຊຶ່ງເຂົ້າມາເຮັດວຽກຕາມ MOU ປະມານ 5 ແສນຄົນກໍຄົບກຳນົດຕາມ MOU ແລ້ວຕັ້ງແຕ່ເດືອນມັງກອນທີ່ຜ່ານມາຈົນເຖິງປັດຈຸບັນກໍຈະມີຄົນຕ່າງດ້າວທີ່ເອີ້ນວ່າມີສະຖານະທີ່ຜິດກົດໝາຍຊຶ່ງໃນສ່ວນຂອງລັດຖະບານກໍໄດ້ບັນເທົາຄວາມເດືອດຮ້ອນຂອງນາຍຈ້າງໂດຍອະນຸຍາດໃຫ້ຄົນຕ່າງດ້າວນີ້ເຮັດວຽກໄດ້ເຖິງວັນທີ 31 ກໍລະກົດ 2023.”
ກະຊວງແຮງງານໄທ ລາຍງານວ່າ ແຮງງານລາວ ໄດ້ຮັບອະນຸຍາດໃຫ້ເຮັດວຽກຢ່າງຖືກຕ້ອງຕາມກົດໝາຍໃນໄທ ຈຳນວນທັງໝົດ 200,296 ຄົນ ໃນປັດຈຸບັນ ຫາກແຕ່ນາຍຈ້າງໃນໄທ ຍັງຕ້ອງການແຮງງານເພີ້ມອີກຫຼາຍກວ່າ 8 ແສນຄົນໃນປີ 2023 ນີ້ ແລະ ລັດຖະບານໄທອະນຸຍາດໃຫ້ນຳເຂົ້າແຮງງານໂດຍຜ່ານບໍລິສັດຈັດຫາງານທີ່ລັດຖະບານລາວ ກຳປູເຈຍ ກຳປູເຈຍ ແລະມຽນມາ ໃຫ້ ການຮັບຮອງເທົ່ານັ້ນ ຫາກແຕ່ດ້ວຍຄ່າທຳນຽມການຈັດຫາງານທີ່ສູງກວ່າ 1,300 ໂດລາ ສຳລັບແຮງງານລາວ ແຕ່ລະຄົນທີ່ຕ້ອງການຈະເດີນທາງໄປທຳງານໃນໄທ ນັ້ນ ຈຶ່ງເຮັດໃຫ້ເຄືອຂ່າຍຄຸ້ມຄອງແຮງງານອົບພະຍົບໃນອາຊຽນ ໄດ້ກະປະມານວ່າ ຈະມີແຮງງານລັກລອບເຮັດວຽກໂດຍຜິດກົດໝາຍໃນໄທ ເພີ້ມຂຶ້ນອີກ ຊຶ່ງໃນນີ້ກໍລວມເຖິງແຮງງານລາວ 2 ແສນຄົນທີ່ສິ້ນສຸດການໄດ້ຮັບອະນຸຍາດໃຫ້ເຮັດວຽກໃນໄທດັ່ງກ່າວດ້ວຍນັ້ນເອງ.
ທາງດ້ານສະຫະພັນກຳມະບານລາວ ລາຍງານວ່າ ໃນປັດຈຸບັນແຮງການລາວ ທີ່ຫວ່າງງານມີຈຳນວນ 64,000 ກວ່າຄົນ ຈາກກຳລັງແຮງງານທີ່ຢູ່ໃນພາກການຜະລິດຕ່າງໆຈຳນວນທັງໝົດຫຼາຍກວ່າ 2.4 ລ້ານກວ່າຄົນ ໃນທົ່ວປະເທດ ແລະ ໃນຕົ້ນປີ 2023 ມີແຮງງານລາວ 38,000 ກວ່າຄົນທີ່ເດີນທາງໄປເຮັດວຽກຢ່າງຖືກຕ້ອງຕາມກົດໝາຍໃນຕ່າງປະເທດ ໃນນີ້ເປັນແຮງງານເພດຍິງ 21,000 ກວ່າຄົນ ໂດຍໄທ ກໍຄືປະ ເທດທີ່ແຮງງານລາວ ເດີນທາງໄປທຳງານຫຼາຍທີ່ສຸດທັງຍັງຈະພາກັນເດີນທາງໄປເພີ່ມຂຶ້ນຢ່າງຕໍ່ເນື່ອງ ເພາະວ່າອັດຕາຄ່າຈ້າງແຮງງານໃນໄທສູງກວ່າຢູ່ລາວເຖິງ 4 ເທົ່າໃນຂະນະທີ່ການປັບຂຶ້ນອັດຕາຄ່າຈ້າງຂັ້ນຕ່ຳເພື່ອໃຫ້ສອດຄ່ອງກັບສະພາວະຄ່າຄອງຊີບຕົວຈິງໃນລາວນັ້ນຍັງຈະຕ້ອງລໍຖ້າຈົນເຖິງທ້າຍປີ 2023 ຄະນະກຳມະການຄ່າຈ້າງແຮງງານ 3 ຝ່າຍຈຶ່ງຈະມີການສະເໜີຕໍ່ຄະນະລັດຖະບານລາວ ເພື່ອພິຈາລະນາອະນຸມັດໄດ້ຢ່າງເປັນທາງການຕໍ່ໄປ ດັ່ງທີ່ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມໄດ້ຖະແຫຼງຢືນຢັນວ່າ
“ພວກເຮົາຈະຕ້ອງໄດ້ເຮັດວຽກຮ່ວມກັນທັງສາມຝ່າຍເພື່ອເບິ່ງຄວາມເໝາະສົມໃຫ້ມັນຖືກກັບຄວາມຍຸຕິທຳໄດ້ຫຼາຍທີ່ສຸດກ່ຽວກັບການຈ່າຍຄ່າແຮງງານນີ້ ອັນນີ້ພວກເຮົາຈະເລີ່ມຄົ້ນຄວ້າໃຫ້ສຳເລັດ ເພື່ອໃຫ້ໄດ້ລາຍງານລັດຖະບານພາຍໃນໄຕມາດທີ 4 ຂອງປີນີ້ ຄ່າແຮງງານຂັ້ນຕ່ຳສຸດແມ່ນໃນລະດັບທີ່ແຮງງານຜູ້ນຶ່ງສາມາດຢູ່ໄດ້ໃນເດືອນນຶ່ງໂດຍສະເພາະແມ່ນເນັ້ນໃສ່ເລື່ອງໂພຊະນາການທີ່ພຽງພໍເນາະ ຖືວ່າອັນນັ້ນເປັນຄ່າຈ້າງຂັ້ນຕ່ຳເນາະ.”
ທັງນີ້ອັດຕາຄ່າຈ້າງແຮງງານລາວໃນປັດຈຸບັນຖືເປັນອັດຕາຄ່າຈ້າງທີ່ຕ່ຳທີ່ສຸດໃນອາຊຽນດ້ວຍກັນ ໂດຍສິງກະໂປເປັນປະເທດທີ່ມີອັດຕາຄ່າຈ້າງສູງສຸດ.