ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

1 ລ້ານ ກວ່າຄົນ ເຂົ້າຮ່ວມ ພິທີ ສົ່ງສະການ Rabbi Yosef (ວີດີໂອ)


Funeral of Rabbi Draws Half a Million People in Israel
please wait

No media source currently available

0:00 0:00:37 0:00
ລິງໂດຍກົງ

ຝູງຊົນ ໃນພິທີຊາປະນະກິດສົບຂອງ Rabbi Yosef

​ນະຄອນ​ Jerusalem ມື້ນີ້ ມີ​ຫຼາຍກວ່າ 1 ລ້ານ​ຄົນ​ໄດ້​ໄປ​
ປະກອບ​ສ່ວນ​ໃນງານ​ສົ່ງ​ສະ​ການ​ Rabbi Ovadia Yosef
ນັກບວດທີ່​ມີ​ອິດ​ທິພົນ​ຂອງ​ອິສຣາ​ແອ​ລ.

ພະຂອງສາສະໜາຍິ​ວ ຫຼື rabbi ຊຶ່ງ​ເປັນ​ຜູ້​ນໍາ​ ປະຊາ​ຄົມ
ຊາວຍິວSephardic ​ເສຍ​ຊີວິດ​ໄປ​ໃນ​ເຊົ້າ​ວັນ​ຈັນ​ວານ​ນີ້ ​
ຮວມອາຍຸ​ໄດ້ 93 ປີ.

​ໃນ​ສາຍຕາ​ຂອງຊາວ​ອິສຣາ​ແອລທີ່​ນິຍົມ​ທາງໂລກ​ນັ້ນ
rabbi ທ່ານ​ນີ້​ ໄດ້​ຖືກ​ມອງ​ວ່າ​ເປັນ ບຸກຄົນສໍາຄັນຫົວ​ເກົ່​າແກ່
​ແບບ​ຍຸກ​ສະ​ໄໝກາງ ທີ່ບາງ​ຄັ້ງ​ບາງ​ຄາວ ​ແມ່ນ​ຈະ​ກ່າວຄໍາເທດ
​ສະໜາ ​ທີ່​ຍາວໆ​ແລະມີ​ເນື້ອ​ໃນແປກໆ​.

​ແຕ່​ວ່າ ຜ່ານ​ອໍານາດຄວບຄຸມທີ່​ທ່ານ​ມີ​ຕໍ່​ພັກ​ການ​ເມືອງ Shas ນັ້ນ ພະ Yosef ​ແມ່ນມີ​
ອິດ​ທິພົນ​ ຕໍ່​ຊາວ​ຍິວຈໍານວນ​ຫລວງຫລາຍ.

​ໄດ້ມີ​ຜູ້​ຄົນ​ຈໍານວນ​ຫຼາຍໆ​ໝື່ນຄົນ​ ​ລົງ​ສູ່​ທ້ອງ​ຖະໜົນ​ຫົນທາງ ​ໃນຫລາຍໆ​ຄຸ້ມ​ສາສະໜາ
ຫຼັງ​ຈາກ​ທີ່ພະ Yosef ​ໄດ້​ເສຍ​ຊີວິດ​ໄປ​ແລ້ວ​ໃນ​ມື້ວານ​ນີ້ ​ແລະພາກັນຮ້ອງ​ໄຫ້ ສວດ​ມົນ​
ພາວະນາ​ໃຫ້​ທ່ານ ​ທັງຈີກ​ເສື້ອ​ຜ້າ​ຂອງ​ພວກ​ເຂົາ​ເຈົ້າ ​ເພື່ອ​ສະ​ແດງ​ເຖິງຄວາມ​ໂສກ​ເສົ້າ​
ແລ​ະອາ​ໄລ​ເຖິງ​.

ພິທີ​ຊາ​ປະ​ນະ​ກິດ​ສົບ​ຂອງ​ເພິ່ນ​ ໄດ້​ເຮັດ​ໃຫ້ການ​ເຄື່ອນ​ໄຫວ​ໃນພາກສ່ວນ​ໃຫຍ່​ຂອງນະຄອນ Jerusalem ຢຸດສະ​ງັກລົງ.
XS
SM
MD
LG