ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ວິສາຫະກິດ ຂະໜາດນ້ອຍ ແລະກາງ 25,000 ແຫ່ງ ໃນລາວ ອາດລົ້ມລະລາຍ


ໂຮງງານ ຕັດຫຍິບແຫ່ງນຶ່ງ ໃນລາວ
ໂຮງງານ ຕັດຫຍິບແຫ່ງນຶ່ງ ໃນລາວ
ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ​ ຂະໜາດ​ກາງ 25,000 ກວ່າ​
ແຫ່ງ ຂອງ​ລາວ​ ມີ​ຄວາມສ່ຽງ​ທີ່​ອາດ​ຈະ​ລົ້ມ​ລະລາຍ ຖ້າ​ຫາກ​ບໍ່​
ມີ​ການ​ປັບປຸງ​ການ​ບໍລິຫານ​ ໃຫ້​ສາມາດ​ແຂ່ງຂັນ​ໃນ​ຕະຫຼາດ​ເອ​
ເຊຍ​ໄດ້​ຢ່າງ​ແທ້ຈິງ.


ເຈົ້າໜ້າ​ທີ່​ຂັ້ນ​ສູງ​ໃນ​ກອງ​ທຶນ​ເພື່ອ​ການ​ພັດທະນາ ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ​ຂະ ໜາດ​ກາງ ຫຼື SME Fund ​ໃນ​ລາວ ​ໄດ້​ໃຫ້ການ​ຍອມຮັບ​ວ່າ ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ​ຂະໜາດ​ກາງ​ທີ່​ມີ​ຢູ່​ຫຼາຍ​ກວ່າ 25,000 ​ລາຍ​ໃນ ທົ່ວ​ປະ​ເທດ​ລາວ ກໍາລັງ​ຕົກ​ຢູ່​ໃນ​ສະພາວະ​ຄວາມ​ສ່ຽງ​ສູງ ທີ່​ອາດ​ຈະ​ຕ້ອງ​ຢຸດ​ເຊົາ​ກິດຈະການ ​ໃນ​ທ້າຍ​ປີ 2015 ຖ້າ​ຫາກ​ວ່າ​ບໍ່​ໄດ້​ຮັບ​ການ​ສະໜັບສະໜຸນ​ ດ້ານ​ເງິນ​ທຶນ​ ເພື່ອ​ປັບປຸງ​ການບລິຫານກິດຈະ ການ​ ຢ່າງ​ພຽງພໍ.

ທັງ​ນີ້ ​ໂດຍສາ​ເຫດສໍາຄັນ ທີ່​ເຮັດ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ​ຂະໜາດ​ກາງ​ໃນ ລາວ​ຕ້ອງ​ຕົກ​ຢູ່​ພາຍ​ໃຕ້​ສະພາບ​ການ​ດັ່ງກ່າວ ກໍ​ຍ້ອນ​ວ່າການ​ທີ່​ລາວ​ເປັນ​ສະ ມາຊິກ​ໃນ​ກຸ່ມ​ອາຊ່ຽນ ທີ່​ຈະ​ຕ້ອງ​ປະຕິບັດ​ຕາມ​ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ຄ້າ ​ແລະ​ການ​ລົງ ທຶນ​ຢ່າງ​ເສລີ​ໃນ​ທັງ 10 ປະ​ເທດ​ສະມາຊິກ ນັບ​ແຕ່​ວັນ​ທີ 31 ທັນວາ 2015 ​ເປັນ​ຕົ້ນ​ໄປ​ນັ້ນ ຈະ​ເຮັດ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ​ຂະໜາດ​ກາງ​ໃນ​ລາວ​ຕ້ອງ​ປະ​ເຊີນ​ກັບ​ການ​ແຂ່ງຂັນ​ຈາກ​ບັນດາ​ວິສາ​ຫະກິດ​ຂະໜາດ​ດຽວ​ກັນ​ໃນ​ທົ່ວ​ພູມິ​ພາກ​ອາ​ຊ່ຽນ ຢ່າງ​ຫຼີກ​ລ່ຽງບໍ່​ໄດ້.

​ເພາະສະ​ນັ້ນເພື່ອ​ເປັນ​ການ​ປ້ອງ​ກັນ​ບໍ່​ໃຫ້​ບັນຫາ​ດັ່ງກ່າວ​ເກີດ​ຂຶ້ນກັບ​ບັນດາ​ວິ​ສາ​ຫະກິດ ຂະໜາດ​ນ້ອຍ ​ແລະ​ຂະໜາດ​ກາງ​ໃນ​ລາວ ຈຶ່ງ​ຈໍາ​ເປັນ​ຈະ​ຕ້ອງ​ນໍາ​ໃຊ້​ເງິນ​ທຶນ​ໃນ​ມູນ​ຄ່າ ລວມບໍ່ໜ້ອຍ​ກວ່າ 3,700 ຕື້​ກີບ ​ເພື່ອ​ການ​ປັບປຸງ​ການ​ບໍລິຫານ​ແລະ​ພັດທະນາ​ຄຸນ​ນະ ພາ​ບການ​ຜະລິດ​ສິນຄ້າ​ຂອງ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ​ແລະ​ຂະໜາດ​ກາງ​ໃນ​ລາວ ​ໃຫ້​ໄດ້​ມາດຕະຖານ ຂອງ​ຕະຫຼາດ​ໃນ​ອາ​ຊ່ຽນ ກໍ​ຄື​ຕະຫຼາດ​ສາກົນ ​ໃຫ້​ໄດ້​ຢ່າງ​ແທ້​ຈິງ.

ຫາກ​ແຕ່​ວ່າ ບັນຫາ​ໃນ​ເວລາ ນີ້ ກໍ​ຄື​ລັດຖະບານ​ລາວ​ສາມາດ​ຈະ​ໃຫ້ການ​ສະໜັບສະ ໜຸນ​ເງິນ​ທຶນ​ດັ່ງກ່າວ​ໄດ້​ພຽງ 15 ຕື້​ກີບ ​ຫຼື​ບໍ່​ເຖິງ 0.5% ຂອງ​ຄວາມ​ຕ້ອງການ​ເງິນ​ທຶນ​ ທັງ​ໝົດ​ເທົ່າ​ນັ້ນ ໝາຍ​ຄວາມ​ວ່າ​ເງິນ​ທຶນ​ໃນ​ມູນ​ຄ່າ​ດັ່ງກ່າວ​ນີ້ ສາມາດ​ທີ່​ຈະ​ໃຫ້ການ​ສະ ໜັບສະໜຸນ​ສໍາລັບ ການ​ພັດທະນາ​ປັບປຸງ​ບັນດາ​ວິ​ສາ​ຫະກິດຂະໜາດ​ນ້ອຍ​ແລະ​ຂະ ໜາດ​ກາງ​ໃນ​ລາວ ​ໄດ້​ພຽງ​ບໍ່​ເຖິງ 100 ລາຍ ​ເພາະສະ​ນັ້ນ ຖ້າ​ຫາກ​ວ່າ​ລັດຖະບານ​ລາວ​ຍັງ​ບໍ່​ສາມາດ​ຫາ​ທາງ​ປ້ອງ​ກັນ​ບັນຫາ​ດັ່ງກ່າວ​ນີ້​ໄດ້ ກໍ​ຈະ​ເຮັດ​ໃຫ້​ວິ​ສາ​ຫະກິດ​ ຂະໜາດ​ນ້ອຍ ​ແລະ​ຂະໜາດ​ກາງ​ສ່ວນ​ໃຫຍ່​ໃນ​ລາວ​ຕ້ອງ​ຢຸດ​ເຊົາ​ກິດຈະການ ຫຼື​ລົ້ມ​ລະລາຍ​ໄປ​ຢ່າງ​ຫຼີກ​ລ່ຽງບໍ່​ໄດ້. ​

​ໂດຍ​ສະພາບ​ການ​ດຽວ​ກັນ​ນີ້ ກໍ​ຍັງ​ສາມາດ​ທີ່​ຈະ​ເກີດ​ຂຶ້ນກັບ​ບັນດາ​ວິ​ສາ​ຫະກິດ​ຂອງ​ລັດ ຖະບານ​ລາວ​ດ້ວຍ​ເຊັ່ນ​ກັນ ທັງ​ນີ້​ກໍ​ເນື່ອງ​ຈາກ​ວ່າ​ລັດ​ວິ​ສາ​ຫະກິດ​ທີ່​ມີ​ຢູ່​ຫຼາຍ​ກວ່າ 130 ​ແຫ່ງ​ທົ່ວປະ​ເທດ​ ໃນ​ປັດຈຸບັນ​ນີ້ ກໍາລັງ​ຕົກ​ຢູ່​ໃນ​ສະພາ ບ​ທີ່​ຂາດ​ປະສິດທິພາບ​ ທັງ​ໃນ​ດ້ານ​ການບໍລິ​ຫານ​ງານ ​ແລະ​ການ​ໃຊ້​ຈ່າຍ​ງົບປະມານ​ ຢ່າງ​ຟຸມ​ເຟືອຍ ທີ່​ເປັນ​ຜົນ​ປະ​ໂຫຍ​ດຂອງ​ບັນດາ​ຜູ້​ບໍລິຫານ ເຊັ່ນ​ ລົດຍົນ​ປະ​ຈໍາ​ຕໍາ​ແໜ່​ງ ​ເບ້​ຍປະຊຸມ ​ແລະ​ເງິນອຸດ ໜຸນ​ ຕ່າງໆ​ນັ້ ກໍ​ຍັງ​ຖື​ເປັນ​ລາ​ຍຈ່າຍ​ທີ່​ສູງ ທີ່​ສຸດ​ຂອງ​ບັນດາ​ລັດ​ວິ​ສາ​ຫະກິດ​ໃນ​ລາວ​ອີກ​ດ້ວຍ​.

ຍິ່ງ​ໄປ​ກວ່າ​ນັ້ນ ກໍ​ຍັງ​ປາກົດ​ວ່າ​ຜົນ​ຕອບ​ແທນ ທີ່​ເປັນ​ສະ​ວັດ​ດີກາ​ນຂອງ​ສ່ວນ​ລາວຍັງ​ບໍ່​ຕົກ​ໄປ​ເຖິງ​ບັນດາ​ພະນັກງານ​ສ່ວນ​ໃຫຍ່​ຂອງ​ລັດ​ວິ​ສາ​ຫະກິດ​ອີກ​ດ້ວຍ ທັງໆ​ທີ່​ວ່າ​ສະ​ວັດ​ດີກາ​ນນັ້ນ​ ຈະສົ່ງ​ຜົນຕໍ່​ການ​ປະຕິບັດໜ້າ​ທີ່​ຂອງ​ພະນັກງານ ​ໃນ​ລັດ​ວິ​ສາ​ຫະກິດ ​ໂດຍ​ກໍລະນີ​ບັນຫາ​ທີ່​ໄດ້​ເກີດຂຶ້ນ​ແລ້ວ ກໍ​ຄື​ການ​ທີ່​ຜູ້​ບໍລິຫານ​ລັດ​ວິ​ສາ​ຫະກິດ​ບໍ່​ຍອມ​ຈ່າຍ​ເງິນ​ເຂົ້າກອງ​ທຶນ​ປະກັນ​ສັງຄົມ​ໃຫ້ ກັບພະນັກງານ ດັ່ງ​ທີ່​ເຈົ້າໜ້າ​ທີ່ຂັ້ນ​ສູງ​ໃນ​ກະຊວງ​ແຮງ​ງານ​ແລະ​ສະ​ວັດ​ດີກາ​ນສັງຄົມ ​ໄດ້​ໃຫ້ ການ​ຢືນຢັນ​ວ່າ:

“ລັດ​ວິ​ສາ​ຫະກິດ​ຈໍານວນ​ນຶ່ງ ຍັງ​ມີ​ສະພາບ​ການ​ຂາດທຶນ ບໍ່​ມີ​ປະສິດທິພາບ ການ​ຄວບ​ຄຸມ​ພາຍ​ໃນ​ຍັງ​ບໍ່​ລະອຽດ​ສອດຄ່ອງ ​ເປັນ​ຕົ້ນ​ແມ່ນ​ການ​ແບ່ງ​ຄວາມ​ຮັບຜິດຊອບ​ ລະຫວ່າງ​ ໜ່ວຍ​ການບັນຊີ ​ແລະ​ໜ່ວຍ​ການ​ເງິນ ບາງ​ລັດ​ວິ​ສາ​ກະ​ກິດບໍ່​ມອບ​ເງິນ​ເຂົ້າ​ໂຄງການປະກັນ​ສົງ​ຄົມ ຍັງສ້າງ​ລະ​ບຽບ ທີ່​ບໍ່​ສອດຄ່ອງ​ກັບ​ກົດໝາຍ​ວ່າ​ດ້ວຍ​ລັດ​ວິ​ສາ​ຫະກິດ.“

ທຸງ ຂອງປະເທດສະມາຊິກ ASEAN
ທຸງ ຂອງປະເທດສະມາຊິກ ASEAN

ທັງ​ນີ້ ​ໂດຍ​ການ​ເປັນປະ​ເທດສະມາຊິກ​ຂອງ​ອາ​ຊ່ຽນ​ ໄດ້​ເປັນ​ຜົນເຮັດ​ໃຫ້​ລາວ​ຈະ​ຕ້ອງ​ປັບ​ລົດ​ພາສີກາ​ນຄ້າ​ໃຫ້​ເປັນ 0% ​ໃຫ້​ໄດ້​ຢ່າງ​ຄົບ​ຖ້ວນ​ໃນ​ທຸກ​ລາຍການສິນຄ້າ ​ແລະ​ບໍລິການ​ພາຍ​ໃນ​ປີ 2018 ​ໂດຍ​ນັບ​ແຕ່​ປີ 2012 ​ເປັນ​ຕົ້ນ​ມາ ລັດຖະບານ​ລາວ​ກໍ​ໄດ້​ປັບ​ລົດ​ພາສີ​ລົງ​ໃຫ້​ຢູ່​ໃນ​ອັດຕາ​ບໍ່​ເກີນ 5% ​ແລ້ວ ​ໃນ 9,110 ລາຍການ​ສິນຄ້າ ຫຼື​ຄິດ​ເປັນ 95.31% ຂອງ​ລາຍການ ສິນຄ້າ ​ແລະ​ບໍລິການ​ທັງ​ໝົດ.
XS
SM
MD
LG