ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ແຮງງານລາວຫລາຍກວ່າ 2 ແສນ ຄົນ ທີ່ຖືກ ເລີກຈ້າງງານຢູ່ໄທ ຍ້ອນການລະບາດຂອງ ໂຄວິດ -19 ກຳລັງຫລັ່ງໄຫລກັບຄືນປະເທດ


ຊາວໜຸ່ມລາວທີ່ຖືກເອົາໄປກັກຕົວຢູ່ສູນກັກກັນພະຍາດ ໂຄວິດ-19 ແຫ່ງນຶ່ງໃນລາວ
ຊາວໜຸ່ມລາວທີ່ຖືກເອົາໄປກັກຕົວຢູ່ສູນກັກກັນພະຍາດ ໂຄວິດ-19 ແຫ່ງນຶ່ງໃນລາວ

ແຮງງານລາວທີ່ໄປເຮັດວຽກແບບຜິດກົດໝາຍຢູ່ໃນໄທຫລາຍກວ່າ 200,000 ຄົນ ທີ່ຖືກເລີກຈ້າງງານຍ້ອນ ການລະບາດຂອງພະຍາດໂຄວິດ -19 ໃນໄທນັ້ນ ກຳລັງພາກັນກັບຄືນໄປລາວ. ຊົງລິດ ໂພນເງິນ ມີລາຍງານ ເລື້ອງນີ້ມາສະເໜີທ່ານຈາກບາງກອກ.

ຜູ້ປະສານງານເຄືອຄ່າຍອົງກອນດ້ານປະຊາກອນຂ້າມຊາດ (MWG) ໃຫ້ການຢືນຢັນວ່າ ການລະບາດຂອງພະຍາດໄວຣັສ COVID-19 ໄດ້ເຮັດໃຫ້ບັນດານາຍຈ້າງໃນປະເທດໄທ ຕ້ອງເລີກຈ້າງແຮງ ງານຈາກມຽນມາ ກຳປູເຈຍ ແລະລາວ ໄປແລ້ວ ຄິດເປັນຈຳນວນຮວມກັນເກີນກວ່າ 1 ລ້ານຄົນ. ໃນນີ້ 80 ເປີເຊັນ ເປັນການເລີກຈ້າງແຮງງານມຽນມາ ແລະກຳປູເຈຍ ສ່ວນອີກ 20 ເປີເຊັນ ຫຼື 2 ແສນຄົນນັ້ນ ກໍຄືແຮງງານລາວ ທີ່ສ່ວນໃຫຍ່ໄດ້ພາກັນເດີນທາງກັບຄືນໄປລາວ ໃນເວລານີ້ ແຕ່ດ້ວຍຄວາມຢ້ານກົວວ່າ ຈະຖືກທາງການລາວຈັບ ຈຶ່ງໄດ້ພາກັນລັກລອບເດີນທາງກັບຄືນໄປລາວເປັນສ່ວນຫລາຍ ອັນໄດ້ກາຍເປັນສາເຫດທີ່ເຮັດໃຫ້ເກີດການລະບາດຮອບໃໝ່ຂອງໄວຣັສໂຄວິດ-19 ໃນລາວ ໃນປັດຈຸບັນ.

ສ່ວນທ່ານສຸຊາດ ຊົມກລິ່ນ, ລັດຖະມົນຕີກະຊວງແຮງງານໄທ ຖະແຫລງວ່າ ລັດຖະບານ
ໄທໄດ້ອະນຸຍາດໃຫ້ແຮງງານມຽນມາ, ກຳປູເຈຍ ແລະລາວ ສາມາດເຮັດວຽກໃນໄທໄດ້ ເຖິງທ້າຍ ເດືອນມີນາ ປີ 2022 ໂດຍທັງໝົດກໍຄື 2,114,609 ຄົນນັ້ນ ຈະຕ້ອງເດີນທາງ ກັບຄືນປະເທດ ເມື່ອເຖິງກຳນົດດັ່ງກ່າວ ແລະຈະສາມາດກັບຄືນມາເຮັດວຽກໃນໄທໄດ້ອີກເທື່ອໃໝ່ໄດ້ ກໍດ້ວຍສັນຍາຈ້າງທີ່ລັດຖະບານໄທໄດ້ຕົກລົງກັບລັດຖະບານມຽນມາ, ກຳປູເຈຍ ແລະລາວແລ້ວເທົ່ານັ້ນ. ທັງນີ້ ເພີື່ອຢຸດບັນຫາການຈ້າງແຮງງານຜິດກົດໝາຍ ທີ່ເຮັດໃຫ້ແຮງງານຈຳນວນຫຼາຍໄດ້ຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດຂ້າມຊາດໃນໄທ.

ທັງນີ້ ກະຊວງແຮງງານໄທກໍໄດ້ກຳນົດທັງໂທດຂັງຄຸກແລະປັບໃໝຕໍ່ບັນດານາຍຈ້າງແລະ
ແຮງງານທີ່ລັກລອບເຮັດວຽກໃນໄທໂດຍຜິດກົດໝາຍດັ່ງກ່າວດ້ວຍການຂັງຄຸກ 1 ປີ ແລະ
ປັບໄໝ 10,000-100,000 ບາດ ສຳລັບນາຍຈ້າງທີ່ຈ້າງແຮງງານໂດຍຜິດກົດໝາຍທັງ
ຍັງຈະຖືກຂັງຄຸກແລະປັບໃໝເພີ້ມຂຶ້ນອີກຖ້າຫາກວ່າໄດ້ກະທຳຜິດຊໍ້າ. ສ່ວນແຮງງານທີ່
ລັກລອບເຮັດວຽກໃນໄທນັ້ນຈະຖືືກປັບໃໝ 5,000-100,000 ບາດ ແລະຈະຖືກສົ່ງໂຕກັບ
ຄືນປະເທດໃນທັນທີ ລວມທັງຈະຖືກຫ້າມບໍ່ໃຫ້ເດີນທາງເຂົ້າໄປໄທເປັນເວລາ 5 ປີ ອີກດ້ວຍ. ຊຶ່ງ ດ້ວຍສະພາບການ ແລະປັດໄຈດັ່ງກ່າວນີ້ ກໍໄດ້ເຮັດໃຫ້ແຮງງານທີ່ລັກລອບທໍາງານໂດຍຜິດກົດໝາຍໃນໄທໄດ້ພາກັນຫລັ່ງໄຫລ ເດີນທາງກັບຄືນສູ່ປະເທດຂອງພວກຕົນເພີ້ມຂຶ້ນນັບມື້ ຊຶ່ງໃນນີ້ກໍລວມມີທັງແຮງງານລາວຫລາຍກ່ວາ 2 ແສນຄົນອີກດ້ວຍນັ້ນເອງ.

ພາຍໃຕ້ສະພາບການດັ່ງກ່າວນີ້ ກໍຍັງເຮັດໃຫ້ປະຊາຊົນລາວຕ້ອງປະເຊີນກັບຄວາມສ່ຽງຕໍ່ທີ່ຈະຕິດເຊື້ອ ໄວຣັສໂຄວິດ-19 ຈາກບັນດາແຮງງານລາວ ທີ່ລັກລອບເດີນທາງຈາກໄທກັບຄືນມາລາວຫລາຍຂຶ້ນນັບມື້ ເພາະວ່າການລະບາດຂອງໂຄວິດ-19 ຢູ່ໃນລາວໃນເວລານີ້ ສ່ວນຫລາຍກໍແມ່ນການນໍາເຂົ້າມາໃນລາວ ໂດຍບັນດາແຮງງານລາວທີ່ພາກັນລັກລອບເດີນທາງກັບມາຈາກໄທນັ້ນເອງ ດັ່ງທີ່ທ່ານນາງ ພອນປະເສີດ ໄຊຍະມົງຄຸນ, ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ໄດ້ໃຫ້ການຢືນຢັນວ່າ:

“ສະພາບການລະບາດຂອງພະຍາດໂຄວິດໃນບັນດາປະເທດໃກ້ຄຽງ ທີ່ມີຊາຍແດນຕິດກັບປະເທດເຮົາ ເຫັນວ່າ ສືບຕໍ່ມີການລະບາດອອກເປັນວົງກວ້າງ ແລະ 4 ປະເທດ ຄື ໄທ, ຫວຽດນາມ, ມຽນມາ ແລະ ກຳປູເຈຍ ຍັງມີການລາຍງານກໍລະນີຕິດເຊື້ອໃໝ່ ແລະເສຍຊີວິດໃນແຕ່ລະວັນ. ພ້ອມດຽວກັນປະເທດໃກ້ຄຽງທີ່ມີແຮງງານລາວໄປເຮັດວຽກນັ້ນ ໄດ້ມີການປິດບາງແຂວງທີ່ມີການລະບາດໜັກ ພາຍໃນປະເທດ ເຮັດໃຫ້ກຸ່ມຄົນ ແລະແຮງງານທີ່ບໍ່ມີວຽກເຮັດກັບຄືນບ້ານເກີດເມືອງນອນ, ເຊິ່ງໃນນັ້ນ ກໍແມ່ນລວມທັງແຮງງານລາວ ທີ່ຈະກັບຄືນມາປະເທດເຊັ່ນກັນ.”

ໂດຍນັບແຕ່ເດືອນມີນາ 2020 ເປັນຕົ້ນມາ ປາກົດວ່າມີແຮງງານລາວ ທີ່ເດີນທາງກັບ
ຈາກໄທມາລາວ 3 ແສນກວ່າຄົນ. ສ່ວນກະຊວງແຮງງານໄທ ລາຍງານວ່າໃນປັດຈຸບັນມີ
ແຮງງານລາວເຮັດວຽກໃນໄທຢ່າງຖືກຕ້ອງຕາມກົດໝາຍ 277,845 ຄົນ ໃນຂະນະທີ່ເຄືອ
ຂ່າຍໃຫ້ການຊ່ວຍເຫຼືອແຮງງານຕ່າງຊາດໃນໄທລະບຸວ່າ ມີແຮງງານລາວໃນໄທ 6 ແສນ
ກວ່າຄົນ ໃນນີ້ເປັນແຮງງານທີ່ຜິດກົດໝາຍເກີນກວ່າ 330,000 ຄົນ ແລະ 60 ເປີເຊັນ ເປັນເພດຍິງ ຈຶ່ງສ່ຽງທີ່ຈະຕົກເປັນເຫຍື່ອຂອງການຄ້າມາະນຸດໃນໄທ.

ທາງດ້ານທ່ານອານຸສອນ ຄໍາສິງສະຫວັດ, ຫົວໜ້າກົມພັດທະນາສີມືແຮງງານ ແລະຈັດຫາງານ ຖະແຫຼງຢືນຢັນວ່າມາເຖິງທ້າຍເດືອນພຶດສະພາປີ 2021, ມີແຮງງານລາວທັງໝົດ 246,757 ຄົນທີ່ໄດ້ເດີນທາງຈາກໄທກັບຄືນມາລາວ ແລະໄດ້ກາຍເປັນກຸ່ມຄົນຫວ່າງງານໃນປັດຈຸບັນ. ສ່ວນສະພາອຸດສາຫະກໍາ ແລະການຄ້າແຫ່ງຊາດ ລາຍງານວ່າໃນປັດຈຸບັນມີຄົນງານລາວ 90 ພັນກວ່າຄົນທີ່ມີປະກັນສັງຄົມ. ສ່ວນທີ່ເຫລືອອີກຫລາຍກວ່າ 2 ລ້ານຄົນນັ້ນ ແມ່ນແຮງງານລາວທີ່ບໍ່ມີປະກັນສັງຄົມ. ເພາະສະນັ້ນ, ເມື່ອຖືກເລີກຈ້າງ ຈຶ່ງກາຍເປັນກຸ່ມແຮງງານລາວທີ່ບໍ່ໄດ້ຮັບການຄຸ້ມຄອງດ້ານສະຫວັດດີການສັງຄົມແຕ່ຢ່າງໃດ.

XS
SM
MD
LG