ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ແຮງງານລາວ 17 ພັນກວ່າຄົນ ທີ່ຖືກກະທົບ ຈາກການລະບາດ ຂອງໄວຣັສໂຄວິດ-19 ຈະໄດ້ຮັບເງິນອຸດໜຸນ ຄົນລະ 9 ແສນກີບ


ອົງການປະກັນສັງຄົມແຫ່ງຊາດ ລາຍງານວ່າ ໄດ້ຮັບການຊ່ອຍເຫຼືອຈາກອົງການແຮງງານສາກົນ ຫຼື ILO ແລະລັດຖະບານເຢຍຣະມັນ ໃນມູນຄ່າ 1 ລ້ານ 8 ແສນລ້ານໂດລາ ເມື່ອບໍ່ນານມານີ້ ສຳລັບໃຊ້ເປັນເງິນອຸດໜຸນເພື່ອຊ່ອຍເຫຼືອແຮງງານລາວໃນຂົງເຂດໂຮງງານຕັດຫຍິບເສື້ອຜ້າຈຳນວນ 17,000 ກວ່າຄົນ.
ອົງການປະກັນສັງຄົມແຫ່ງຊາດ ລາຍງານວ່າ ໄດ້ຮັບການຊ່ອຍເຫຼືອຈາກອົງການແຮງງານສາກົນ ຫຼື ILO ແລະລັດຖະບານເຢຍຣະມັນ ໃນມູນຄ່າ 1 ລ້ານ 8 ແສນລ້ານໂດລາ ເມື່ອບໍ່ນານມານີ້ ສຳລັບໃຊ້ເປັນເງິນອຸດໜຸນເພື່ອຊ່ອຍເຫຼືອແຮງງານລາວໃນຂົງເຂດໂຮງງານຕັດຫຍິບເສື້ອຜ້າຈຳນວນ 17,000 ກວ່າຄົນ.

ແຮງງານລາວ 17,000 ກວ່າຄົນທີ່ຖືກກະທົບຈາກການລະບາດຂອງພະຍາດໄວຣັສໂຄວິດ-19 ຈະໄດ້ຮັບເງິນອຸດໜຸນຄົນລະ 9 ແສນກີບ ຂະນະທີ່ບັນຫາການວ່າງງານໃນລາວ ກໍຍັງເພີ້ມຂຶ້ນຢ່າງຕໍ່ເນື່ອງ.

ອົງການປະກັນສັງຄົມແຫ່ງຊາດ ລາຍງານວ່າ ໄດ້ຮັບການຊ່ອຍເຫຼືອຈາກອົງການແຮງງານສາກົນ ຫຼື ILO ແລະລັດຖະບານເຢຍຣະມັນ ໃນມູນຄ່າ 1 ລ້ານ 8 ແສນໂດລາ ເມື່ອບໍ່ນານມານີ້ ສຳລັບໃຊ້ເປັນເງິນອຸດໜຸນເພື່ອຊ່ອຍເຫຼືອແຮງງານລາວໃນຂົງເຂດໂຮງງານຕັດຫຍິບເສື້ອຜ້າຈຳນວນ 17,000 ກວ່າຄົນທີ່ໄດ້ຮັບຜົນກະທົບຈາກການລະບາດຂອງເຊື້ອໄວຣັສໂຄວິດ-19 ຊຶ່ງຈະເປັນເງິນອຸດໜຸນໄລຍະສັ້ນໃນອັດຕາຄົນລະ 9 ແສນກີບ ໂດຍຈະເລີ້ມການຈ່າຍເງິນອຸດໜຸນດັ່ງກ່າວ ນັບແຕ່ເດືອນມີນາ 2021 ເປັນຕົ້ນໄປ.

ແຕ່ຢ່າງໃດກໍຕາມ ເນື່ອງຈາກວ່າ ມີແຮງງານໃນຂົງເຂດໂຮງງານຕັດຍິບໃນລາວ ຈຳນວນຫຼາຍກວ່າ 26,000 ຄົນ ຈຶ່ງເຮັດໃຫ້ມີແຮງງານເຖິງ 9,000 ກວ່າຄົນທີ່ຈະບໍ່ໄດ້ຮັບເງິນອຸດໜຸນໄລຍະສັ້ນໃນຄັ້ງນີ້ດ້ວຍ ຊຶ່ງກໍໄດ້ສົ່ງຜົນກະທົບຕໍ່ສະພາບຊີວິດການເປັນຢູ່ຂອງຄອບຄົວແຮງງານລາວຢ່າງຮຸນແຮງ ໂດຍສະເພາະແມ່ນແຮງງານທີ່ຖືກເລີກຈ້າງເພີ້ມຂຶ້ນນັບມື້ຈາກການລະບາດຂອງໄວຣັສໂຄວິດ-19 ນັບແຕ່ຕົ້ນປີ 2020 ເລື້ອຍມາຈົນເຖິງປັດຈຸບັນ ໃນນີ້ຮວມເຖິງແຮງງານ 5,000 ກວ່າຄົນໃນນະຄອນວຽງຈັນທີ່ຖືກເລີກຈ້າງໃນ 2 ເດືອນຕົ້ນປີ 2021 ເຮັດໃຫ້ອັດຕາການວ່າງງານເພີ້ມຂຶ້ນເກີນກວ່າ 20 ເປີເຊັນ ຂອງກຳລັງແຮງງານທັງໝົດໃນລາວ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນເຂດນະຄອນວຽງຈັນ ໄດ້ໃຫ້ການຢືນຢັນວ່າ:

“ປີ 2020 ມີກຳລັງແຮງງານທັງໝົດຈຳນວນ 345,560 ຄົນ ແລະມີຄົນວ່າງງານຈຳນວນ 5,230 ຄົນເມື່ອທຽບໃສ່ຈຳນວນກຳລັງແຮງງານ ແລະຜູ້ວ່າງານແມ່ນຢູ່ໃນ 1.64 ເປີເຊັນ ຂອງກຳລັງແຮງງານຜູ້ວ່າງງານທົ່ວປະເທດ ຊຶ່ງອັດຕາຄົນວ່າງງານທົ່ວປະເທດຫລະແມ່ນ 20 ເປີເຊັນ.”

ສ່ວນທ່ານພູໂຂງ ບັນນະວົງ ຮອງເຈົ້າຄອງເຂດນະຄອນວຽງຈັນຖະແຫລງວ່າ ການລະບາດຂອງໄວຣັສໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ທຸລະກິດການຄ້າ-ການລົງທຶນໃນລາວ ສະເພາະຢູ່ໃນເຂດນະຄອນວຽງຈັນ ທີ່ມີມູນຄ່າທາງເສດຖະກິດສູງທີ່ສຸດໃນລາວນັ້ນ ຍ່ອມໄດ້ຮັບຜົນກະທົບຮຸນແຮງທີ່ສຸດດ້ວຍເຊັ່ນກນ ໂດຍຈາກການສຳຫຼວດພົບວ່າ ຫົວໜ່ວຍທຸລະກິດໃນພາກບໍລິການຖືກກະທົບຈາກການລະບາດຂອງໄວຣັສໂຄວິດ-19 ເກີນກວ່າ 62 ເປີເຊັນຂອງຫົວໜ່ວຍທຸລະກິດພາກບໍລິການທັງໝົດ ສ່ວນພາກອຸດສາຫະກຳແລະກະສິກຳຖືກກະທົບ 32 ເປີເຊັນແລະ 6 ເປີເຊັນຕາມລຳດັບ ດັ່ງທີ່ ທ່ານພູໂຂງ ຢືນຢັນວ່າ:

“ອັນທີ່ກະທົບແຮງນີ້ກະແມ່ນພະແນກບໍລິການ ກະມີເລື້ອງການທ່ອງທ່ຽວ ການຄົມມະນາຄົມ-ຂົນສົ່ງ ການຂາຍຍົກຂາຍຍ່ອຍແລະການບໍລິການອື່ນໆທີ່ວ່າຜົນສຳຫຼວດອອກມານີ້ ແມ່ນກະທົບແຮງນີ້ກວມເອົາ 62 ເປີເຊັນ ຖັດລົງມານີ້ ກະແມ່ນຂະແໜງອຸດສາຫະກຳ ຊຶ່ງປະກອບມີໂຮງຈັກ ໂຮງງານ ຜູ້ຜະລິດອຸດສາຫະກຳຫັດຖະກຳ ແລ້ວກະອຸດສາຫະກຳອື່ນໆນີ້ ທີ່ກະທົບແຮງນີ້ມີຢູ່ 32 ເປີເຊັນ ແລະຂະແໜງກະສິກຳ ພວກຟາມຣ໌ໝູ ຟາມຣ໌ໄກ່ ປາກະຊັງ ແລະປູກພືດຜັກຕ່າງໆນີ້ ຖືກກະທົບບໍ່ຫຼາຍ ພຽງແຕ່ 6 ເປີເຊັນ.”

ທາງດ້ານທ່ານຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານແລະສະຫວັດດີການສັງຄົມ ຢືນຢັນວ່າ ບັນຫາທີ່ຈະຕ້ອງເລັ່ງແກ້ໄຂຄື ການເຈລະຈາກັບຫົວໜ່ວຍທຸລະກິິດເອກະຊົນໃນທົ່ວປະເທດເພື່ອຂໍໃຫ້ຈ້າງແຮງງານລາວ ທີ່ເດີນທາງກັບຈາກຕ່າງປະເທດໃຫ້ຫຼາຍຂຶ້ນ ໂດຍສະເພາະກໍແມ່ນແຮງງານລາວ ທີ່ກັບຈາກໄທນັ້ນ ຖືເປັນກຸ່ມແຮງງານທີ່ກັບຄືນມາລາວຫຼາຍທີ່ສຸດ ແລະສ່ວນໃຫຍ່ກໍຍັງເປັນແຮງງານລາວລັກລອບທຳງານໂດຍຜິດກົດໝາຍໃນໄທອີກດ້ວຍ.

ໂດຍນັບຈາກເດືອນມີນາ 2020 ເປັນຕົ້ນມາ ກໍປາກົດວ່າ ມີແຮງງານລາວເດີນທາງກັບຄືນມາຈາກປະເທດໄທຫຼາຍກວ່າ 3 ແສນຄົນ ສ່ວນກະຊວງແຮງງານໄທ ລາຍງານວ່າ ໃນປັດຈຸບັນນີ້ ຍັງມີແຮງງານລາວທຳງານຢູ່ໃນໄທຢ່າງຖືກຕ້ອງຈຳນວນ 277,845 ຄົນ ຫາກແຕ່ເຄືອຂ່າຍເພື່ອໃຫ້ການຊ່ອຍເຫຼືອແຮງງານຕ່າງຊາດໃນໄທ ປະເມີນວ່າມີແຮງງານລາວຢູ່ໃນໄທ 6 ແສນກວ່າຄົນ ຊຶ່ງໃນນີ້ແບ່ງເປັນແຮງງານລາວທີ່ຜິດກົດໝາຍໃນໄທ ຫຼາຍກວ່າ 330,000 ຄົນ ກໍຄືແຮງງານລາວທີ່ກັບຄືນມາລາວໃນຊ່ວງການລະຍາດຂອງໄວຣັສໂຄວິດ-19 ໃນໄທນັ້ນເອງ ແຕ່ວ່າການຈະສ້າງວຽກເຮັດງານທຳເພື່ອຮອງຮັບແຮງງານລາວກຸ່ມດັ່ງກ່າວນີ້ ກໍບໍ່ແມ່ນເລື້ອງງ່າຍໆ ເພາະໜ່ວຍທຸລະກິດໃນລາວ ກໍໄດ້ຮັບຜົນກະທົບຈາກການລະບາດຂອງໄວຣັສໂຄວິດ-19 ຢ່າງໜັກໜ່ວງເຊັ່ນດຽວກັນ.

XS
SM
MD
LG