ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ແຮງງານລາວ 120,000 ກວ່າ ຄົນ ຖືກເລີກຈ້າງງານ ຢູ່ໄທ ແລະສ່ວນຫລາຍຕ້ອງໄດ້ເດີນທາງກັບບ້ານ


ແຮງງານລາວຈໍານວວນນຶ່ງທີ່ອອກແຮງງານຢູ່ໄທແບບຜິດກົດໝາຍ ແລະຖືກຈັບໂດຍຕໍາຫລວດໄທ
ແຮງງານລາວຈໍານວວນນຶ່ງທີ່ອອກແຮງງານຢູ່ໄທແບບຜິດກົດໝາຍ ແລະຖືກຈັບໂດຍຕໍາຫລວດໄທ

ນາຍຈ້າງໃນປະເທດໄທໄດ້ເລີກຈ້າງແຮງງານຕ່າງດ້າວຫລາຍກວ່າ 5 ແສນຄົນ ຍ້ອນຜົນກະທົບຈາກການລະບາດຂອງໄວຣັສ Covid-19, ໃນນີ້ລວມທັງແຮງງານລາວ ຫຼາຍກວ່າ 120,000 ຄົນ, ຊົງລິດໂພນເງິນມີລາຍງານມາສະເໜີທ່ານຈາກບາງກອກ.

ເຄືອຂ່າຍອົງການດ້ານປະຊາກອນຂ້າມຊາດ ຫລື Migrants Working Group (MWG) ລາຍງານວ່າການລະບາດຂອງໄວຣັສ Covid-19 ໄດ້ເຮັດໃຫ້ບັນດານາຍຈ້າງໃນໄທຕ້ອງພາກັນເລີກຈ້າງແຮງງານຕ່າງດ້າວຫຼາຍກວ່າ 500,000 ຄົນ ທີ່ຈາກມຽນມາ, ກຳປູເຈຍ ແລະລາວ ຕັ້ງແຕ່ເດືອນມີນາ ປີ 2020 ເປັນຕົ້ນມາ. ໃນນີ້ ຫຼາຍກ່ວາ 75 ເປີເຊັນ ຂອງຈຳນວນດັ່ງກ່າວເປັນການເລີກຈ້າງແຮງງານຈາກມຽນມາແລະ ກຳປູເຈຍ, ໃນຈຳນວນ 120.000 ກວ່າຄົນ ທີ່ເຫຼືອນັ້ນ ແມ່ນການເລີກຈ້າງແຮງງານຈາກລາວ ເຊິ່ງສ່ວນຫຼາຍກໍຄືແຮງງານທີ່ເດີນທາງກັບຄືນປະເທດທີ່ເປັນພູມລໍາເນົາແລ້ວນັ້ນເອງ.

ທັງນີ້, ນັບແຕ່ເດືອນມີນາປີ 2020 ເປັນຕົ້ນມາ, ປາກົດວ່າມີ ແຮງງານລາວຫຼາຍກ່ວາ 300.000 ຄົນໄດ້ກັບຈາກປະເທດໄທ. ໃນຂະນະທີ່ກະຊວງແຮງງານໄທລາຍງານວ່າປັດຈຸບັນມີແຮງງານລາວ 277,845 ຄົນທີ່ເຮັດວຽກຢູ່ໄທຢ່າງຖືກຕ້ອງຕາມກົດໝາຍ. ຫາກແຕ່ເຄືອຂ່າຍໃຫ້ການຊ່ວຍເຫລືອແກ່ແຮງງານຕ່າງຊາດໃນໄທ ກໍປະເມີນວ່າ ມີແຮງງານລາວໃນໄທ ຫລາຍກວ່າ 600,000 ຄົນ, ໃນນັ້ນມີແຮງງານລາວທີ່ຜິດກົດໝາຍ 330,000 ກວ່າຄົນ ກໍຄືແຮງງານລາວທີ່ກັບຄືນປະເທດລາວ ໃນຊ່ວງການລະບາດຂອງໄວຣັສ Covid-19 ນັ້ນເອງ. ແຕ່ວ່າ ການສ້າງວຽກເຮັດງານທໍາເພື່ອຮອງຮັບແຮງງານລາວກຸ່ມດັ່ງກ່າວກໍບໍ່ແມ່ນເລື້ອງງ່າຍ ໃນສະພາບການປັດຈຸບັນນີ້.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງແຮງງານ ແລະສະຫວັດດີການສັງຄົມ ເປີດເຜີຍວ່າ ການບໍ່ມີວຽກເຮັດງານທໍາໄດ້ກາຍເປັນບັນຫາຮ້າຍແຮງຫລາຍຂຶ້ນໃນທົ່ວປະເທດລາວ ເພາະການລະບາດຂອງໄວຣັສ Covid-19 ໄດ້ເຮັດໃຫ້ມີການເລີກຈ້າງງານຢ່າງກວ້າງຂວາງໃນທຸກພາກສ່ວນທຸລະກິດໃນລາວ.ໂດຍສະເພາະຂະແໜງການບໍລິການແລະການທ່ອງທ່ຽວນັ້ນ ກໍຄືພາກທຸລະກິດທີ່ໄດ້ຮັບຜົນກະທົບໜັກໜ່ວງທີ່ສຸດ ຕິດຕາມດ້ວຍພາກການຜະລິດເພື່ອສົ່ງອອກ ຈຶ່ງເຮັດໃຫ້ຄາດໝາຍວ່າ ອັດຕາການຫວ່າງງານຂອງລາວຕະຫລອດປີ 2020 ຈະເພີ່ມຂຶ້ນສູງກວ່າ 30 ເປີເຊັນ ຂອງກໍາລັງແຮງງານທັງໝົດໃນລາວ.

ສ່ວນທ່ານຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະວັດດີການສັງຄົມ
ບອກວ່າ ບັນຫາທີ່ຈະຕ້ອງເລັ່ງແກ້ໄຂກໍຄື ການເຈລະຈາກັບໜ່ວຍທຸລະກິດເອກກະຊົນໃນທົ່ວປະເທດ ເພື່ອຂໍໃຫ້ຈ້າງແຮງງານລາວທີ່ເດີນທາງກັບຈາກຕ່າງປະເທດໃຫ້ຫຼາຍຂຶ້ນ ໂດຍສະເພາະແມ່ນແຮງງານລາວທີ່ເດີນທາງກັບມາຈາກໄທນັ້ນ ເປັນກຸ່ມແຮງງານທີ່ກັບຄືນມາລາວ ຫຼາຍທີ່ສຸດ ແລະສ່ວນໃຫຍ່ກໍເປັນແຮງງານລາວ ທີ່ລັກລອບເຮັດວຽກໃນໄທອີກດ້ວຍ ດັ່ງທີ່ທ່ານຄຳແພງ
ຢືນຢັນວ່າ:

ການຊ່ວຍເຫຼືອແຮງງານລາວໃນໄລຍະຖືກຜົນກະທົບນີ້ ພວກເຮົາເລັ່ງເຮັດໃຫ້ ບັນດາແຮງງານ ທີ່ຢູ່ພາຍໃນປະເທດ ແລະແຮງງານລາວມາຈາກຕ່າງປະເທດ ຫັ້ນ ໄດ້ປະກອບສ່ວນເຂົ້າໃນໂຄງການອຸດສາຫະກຳ ກະສິກຳ ປູກຝັງ ລ້ຽງສັດ ການບໍລິການໂຮງແຮມ ເຮືອນພັກ ຮ້ານອາຫານ ຫຼືວ່າແຫລ່ງທ່ອງທ່ຽວອື່ນໆ ຫຼາຍຂຶ້ນ ອັນນັ້ນ ເຮົາກະຊິໄດ້ລົງໄປປຶກສາຫາລືສົມທົບກັບທາງການທຸລະກິດ ຢູ່ໃນທົ່ວປະເທດເຮັດຈັ່ງໃດໃຫ້ແຮງງານລາວໄດ້ປະກອບສ່ວນຢ່າງຕັ້ງໜ້າເພື່ອ ຫລີກລ່ຽງເອົາແຮງງານຈາກຕ່າງປະເທດເຂົ້າມາເຮັດວຽກຢູ່ລາວ.

ສ່ວນສະພາອຸດສາຫະກຳ ແລະການຄ້າແຫ່ງຊາດລາວ ປະເມີນວ່າສະເພາະທຸລະກິດໃນພາກບໍລິຫານທ່ອງທ່ຽວ ຈະມີການເລີກຈ້າງງານກວ່າ 9 ໝື່ນຄົນ ແລະສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ ຄາດວ່າພາກບໍລິການໃນລາວຈະສູນເສຍລາຍຮັບກວ່າ 500 ລ້ານໂດລາສະຫະລັດ ເພາະການປິດດ່ານຊາຍແດນໃນທົ່ວປະເທດນັ້ນ ເຮັດໃຫ້ບໍ່ມີນັກທ່ອງທ່ຽວຕ່າງຊາດເດີນທາງເຂົ້າມາໃນລາວ ນັບຈາກທ້າຍເດືືອນມີນາ 2020 ເປັນຕົ້ນມາ ທັງຍັງຈະຕ້ອງສູນເສຍລາຍໄດ້ເພີ້ມຂຶ້ນອີກ ຖ້າຫາກນາໆຊາດຍັງຕ້ອງຜະເຊີນ ກັບການລະບາດຂອງໄວຣັສ COVID-19 ຕໍ່ໄປ. ທັງນີ້ສະພາອຸດສາຫະກຳ ແລະການຄ້າສະຫະພາບຢູໂຣບປະຈຳລາວຄາດວ່າ ການລະບາດຂອງພະຍາດໂຄວິດ-19 ຈະເຮັດໃຫ້ຫລາຍກວ່າ 70 ເປີເຊັນ ຂອງຫົວໜ່ວຍທຸລະກິດໃນ ລາວຕ້ອງສູນເສຍລາຍໄດ້ເກີນກວ່າ 60 ເປີເຊັນຂອງລາຍໄດ້ທັງໝົດໃນປີ 2020 ນີ້ ຊຶ່ງຈະເຮັດໃຫ່້ມີ ແຮງງານໃນລາວຫຼາຍກວ່າ 2 ລ້ານ 2 ແສນຄົນ ທີີມີຄວາມສ່ຽງທີ່ຈະຖືກເລີກຈ້າງງານໃນທົ່ວປະເທດ ໂດຍໃນນີ້ ກໍບໍ່ລວມເຖິງແຮງງານລາວຈໍານວນ 330,000 ກວ່າຄົນ ທີ່ຖືກເລີກຈ້າງງານ ແລະຕ້ອງພາກັນເດີນທາງ ກັບຄືນມາຈາກປະເທດໄທແຕ່ຢ່າງໃດເລີຍ.

XS
SM
MD
LG