ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

100 ກວ່າອົງການ ຂໍຮ້ອງໄທ ໃຊ້ສິດຍັບຢັ້ງ ການສ້າງເຂື່ອນ ດອນສະຫົງ


ແຜນທີ່ ທີ່ຕັ້ງຂອງໂຄງການເຂື່ອນດອນສະຫົງ ໃນແຂວງ ຈໍາປາສັກ ຂອງລາວ
ແຜນທີ່ ທີ່ຕັ້ງຂອງໂຄງການເຂື່ອນດອນສະຫົງ ໃນແຂວງ ຈໍາປາສັກ ຂອງລາວ
ອົງການ​ອະນຸ​ລັກສິ່ງ​ແວດ​ລ້ອມທໍາ​ມະ​ຊາດ​ໃນ​ລຸ່ມ​ແມ່​ນໍ້າຂອງ
103 ອົງການ ສົ່ງຈົດໝາຍ​ເພື່ອ​ຮຽກຮ້ອງ​ຂໍ​ໃຫ້​ລັດຖະບານ​ໄທ
​ໃຊ້​ສິດ​ຍັບຢັ້ງ​ການ​ສ້າງ​ເຂື່ອນ​ດອນ​ສະ​ຫົງ​ເທິງ​ແມ່​ນໍ້າຂອງ​ໃນ​
ລາວ.

please wait

No media source currently available

0:00 0:03:58 0:00
ລິງໂດຍກົງ

ອົງການ​ອະນຸລັກ​ສິ່ງ​ແວດ​ລ້ອມ ທໍາ​ມະ​ຊາດ​ໃນ​ລຸ່ມ​ແມ່​ນໍ້າຂອງ
103 ອົງການ​ໃນ​ປະ​ເທດໄທ ​ໄດ້​ຮ່ວມ​ກັນ​ສົ່ງ​ຈົດ​ໝາຍ​ເຖິງ​ທ່ານ ວິ​ເສດ ກະ​ເສມທອງ​ສີ ລັດຖະມົນຕີ​ວ່າການ​ກະຊວງ​ຊັບພະຍາກອນ​ທໍາ​ມະ​ຊາດ ​ແລະ​ສິ່ງ​ແວດ​ລ້ອມ​ ຂອງ​ໄທ ​ໃນ​ວັນ​ທີ 18 ພະ​ຈິກ ທີ່​ຜ່ານ​ມາ​ນີ້ ​ເພື່ອ​ຮຽກຮ້ອງ​ຂໍ​ໃຫ້ໃຊ້​ສິດ​ໃນ​ຖານະ​ຜູ້​ແທນ​ຂອງ​ລັດ ຖະບານ​ໄທ​ໃນ​ຄະນະ​ກໍາມາ​ທິການ​ແມ່​ນໍ້າຂອງ ຫຼື MRC ​ເພື່ອ​ຍັບ​ຢັ້ງ ​ໂຄງ​ການ​ກໍ່ສ້າງ​ເຂື່ອນ​ດອນ​ສະຫົງໃນ​ເຂດ​ສີ​ພັນ​ດອນ​ຂອງ​ລາວ​ຢ່າງ​ຮີບ​ດ່ວນ​ທີ່​ສຸດ.

ທັງ​ນີ້​ໂດຍ​ບັນດາ​ອົງການ​ອະນຸລັກ ​ໄດ້​ໃຫ້​ເຫດຜົນ​ວ່າການ​ກໍ່ສ້າງ​ເຂື່ອນ​ດອນ​ສະ​ຫົງ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ການ​ປະມົງ​ໃນ​ເຂດ​ຕອນ​ລຸ່ມ​ຂອງ​ແມ່​ນໍ້າຂອງ​ຢ່າງ​ກວ້າງຂວາງ ​ເນື່ອງ​ຈາກ​ວ່າ​ເຂື່ອນ​ຈະ​ປິດ​ຮູ​ນໍ້າ​ສະ​ຫົງ ອັນເປັນ​ເສັ້ນທາງ​ສັນຈອນ​ໄປ-ມາ​ທີ່​ສໍາຄັນ​ທີ່​ສຸດ​ຂອງ​ປາ ລະຫວ່າງ​ເຂດ​ສີ​ພັນ​ດອນຂອງ​ລາວ ກັບ​ທະ​ເລ​ສາບ​ໃຫຍ່​ໃນ​ພາກ​ເໜືອ​ຂອງ​ກໍາປູ ​ເຈຍ ທີ່​ຖື​ເປັນແຫຼ່ງປະມົງ​ນໍ້າ​ຈືດ ທີ່​ມີ​ຂະໜາດ​ໃຫຍ່​ທີ່​ສຸດ​ໃນ​ໂລກ.

ຍິ່ງ​ໄປ​ກວ່າ​ນັ້ນ ການສ້າງ​ເຂື່ອນ​ດອນ​ສະ​ຫົງ ກໍ​ຍັງ​ຈະ​ທໍາລາຍ​ອາຊີບ​ປະ​ມົງ ແລະ​ກະ​ເສດ ຕະກໍາ​ຂອງ​ປະຊາຊົນ​ທັງ​ໃນ​ລາວ ກໍາປູ​ເຈຍ ​ແລະ​ຫວຽດນາມ ທີ່​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ເນື່ອງ​ເຖິງ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ​ຂອງ​ປະຊາຊົນ ຫຼາຍ​ສິບ​ລ້ານ​ຄົນ​ອີກ​ດ້ວຍ ເພາະສະ​ນັ້ນ ຈຶ່ງ​ມີ​ຄວາມ​ຈໍາ​ເປັນ​ຢ່າງ​ຍິ່ງ​ທີ່​ລັດຖະບານ​ໄທ​ຈະຕ້ອງ​ໃຊ້​ສິດ​ຍັບ​ຢັ້ງ​ດັ່ງກ່າວ ລວມທັງ​ຈະ​ຕ້ອງ​ກົດ​ດັນ​ ລັດຖະບານ​ລາວ​ ​ເພື່ອ​ໃຫ້​ນໍາ​ເອົາ​ໂຄງການ​ ເຂື່ອນ​ດອນ​ສະ​ຫົງ ​ເຂົ້າ​ສູ່​ກະບວນ​ການ​ປຶກສາ​ຫາລື​ໃນ MRC ດ້ວຍ ​ເນື່ອງ​ຈາກ​ວ່າ ​ໃນ​ໄລຍະ​ທີ່​ຜ່ານ​ມາ ລັດຖະບານ​ລາວ​ ​ໄດ້​ດໍາ​ເນີນ​ການພຽງ​ແຕ່​ແຈ້ງ​ໃຫ້ປະ​ເທດສະມາຊິກ MRC ດ້ວຍ​ກັນໄດ້ຮັບ​ຊາບ​ເທົ່າ​ນັ້ນ.

ປະຊາຊົນ ກໍາລັງຫາປາ ຢູ່ຕາມແມ່ນໍ້າຂອງ
ປະຊາຊົນ ກໍາລັງຫາປາ ຢູ່ຕາມແມ່ນໍ້າຂອງ

ກ່ອນ​ໜ້າ​ນີ້ 19 ອົງການ​ພັນທະ​ມິດ ​ເພື່ອ​ປົກ​ປ້ອງ​ແມ່​ນໍ້າຂອງ ຫຼື
Save the Mekong River ກໍ​ໄດ້​ຮ່ວມ​ກັນ​ສົ່ງ​ຈົດໝາຍ​ເຖິງ​ນາ
ຍົກລັດຖະມົນຕີລາວ ​ໄທ ກໍາປູ​ເຈຍ ລະ​ຫວຽດ ນາມ ​ເພື່ອ​ຮຽກ
ຮ້ອງ​ຂໍ​ໃຫ້​ຍົກ​ເລີກ​ໂຄງການ​ເຂື່ອນ​ດອນ​ສະ​ຫົງ​ທີ່​ຈະ​ກໍ່ສ້າງ​ເທິງ
​ແນວ​ແມ່​ນໍ້າຂອງໃນແຂວງ​ຈໍາປາ​ສັກຂອງ​ລາວ ​ເມື່ອ​ວັນ​ທີ 1 ພະ
ຈິກ​ທີ່​ຜ່ານ​ມາ ​ໂດຍໄດ້​ໃຫ້​ເຫດ ຜົນ​ຢ່າງ​ດຽວ​ກັນ​ນີ້. ​

ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ ວີລະ​ພົນ ວີລະ​ວົງ ລັດຖະມົນຕີ​ຊ່ວຍ​ວ່າ
ການ​ກະຊວງ​ພະລັງງານ ​ແລະ​ບໍ່​ແຮ່ ກໍ​ໄດ້​ໃຫ້ການ​ຢືນຢັນ​ ກັບ
VOA ວ່າ ​ໂຄງການ​ເຂື່ອນ​ ດອນ​ສະ​ຫົງ ​ໄດ້​ຜ່ານ​ການ​ສຶກສາ​
ອອກ​ແບບ​ກໍ່ສ້າງ​ຢ່າງໄດ້​ມາດຕະຖານ​ສາກົນ​ໃນ​ທຸກ​ດ້ານ​ແລ້ວ ຈຶ່ງ​ເຊື່ອ​ໝັ້ນ​ວ່າ​ເຂື່ອນ ດອນ​ສະ​ຫົງ​ຈະ​ບໍ່​ສົ່ງ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມໃນ​ເຂດ​ຕອນ​ລຸ່ມ​ຢ່າງແນ່ ນອນ ດັ່ງ​ທີ່​ທ່ານ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າ:

ທ່ານ ວີລະ​ພົນ ວີລະ​ວົງ ລມຕ ຊ່ວຍ​ວ່າການ​ກະຊວງ​ພະລັງງານ ​ແລະ​ບໍ່​ແຮ່
ທ່ານ ວີລະ​ພົນ ວີລະ​ວົງ ລມຕ ຊ່ວຍ​ວ່າການ​ກະຊວງ​ພະລັງງານ ​ແລະ​ບໍ່​ແຮ່

“ດອນ​ສະ​ຫົງ​ນີ້ ​ໃຊ້​ແຕ່​ຮູ​ນໍ້າ​ຮູ​ດຽວ​ນ້ອຍໆ ມີ​ແຕ່ 15%
ຂອງ​ໝົດ​ນໍ້າຂອງ​ໄຫຼ​ບໍ່​ແມ່ນ​ໃຊ້ 100% ຄື​ ໄຊ​ຍະ​ບຸລີ
ສະ​ນັ້ນ ການ​ຕັນ​ນໍ້າ​ບໍ່​ມີ​ຜົນ​ກະທົບ​ຫຍັງ​ໝົດ​ເລີຍ ​ແລ້ວ
ກະ​ຕາມຕົວ​ເລກ​ທີ່​ຈື່​ໄດ້​ນີ້ ຂີ້​ດິນ​ຕະກອນໃນ​ປີ​ນຶ່ງ​ຜ່ານ​
ເຂດ​ໃຕ້​ລົງ​ໄປ​ ຮອດ​ແມ່​ຂອງ​ເດລຕ້າ ມັນ​ຮອດ 160
ກວ່າ​ລ້ານ​ໂຕນ ​ແຕ່​ຢູ່​ດອນ​ສະ​ຫົງ​ໃນ 29 ປີ​ນີ້​ເຂົາ​ຄິດ​
ເບິ່ງ​ຂີ້ດິນ​ສິ
deposit ບໍ່​ຮອດ 5 ລ້ານ ​ແລ້ວ​ກໍ​ບໍ່​ໄດ້​ກັກ​
ນໍ້າ ​ໄດ້​ເອົາ​ນໍ້າມາ​ເທົ່າ​ໃດ​ກໍ​ໄປ​ເທົ່າ​ນັ້ນ.”


ຍິ່ງ​ໄປ​ກວ່າ​ນັ້ນ ທ່ານ ວີລະ​ພົນ ຍັງ​ໄດ້​ໃຫ້ການ​ຢືນຢັນ​ດັ່ງກ່າວ​ ກັບ​ຄະນະ​ຜູ້ຕາງໜ້າ​ຂອງ ລັດຖະບານ​ໄທ ​ແລະ​ຫວຽດນາມ ທີ່​ເຂົ້າຮ່ວມ​ ໃນ​ກອງະ​ຊຸມ​ລັດຖະມົນຕີ​ ດ້ານ​ພະລັງງານ ຂອງ​ອາ​ຊ່ຽນ ຄັ້ງ​ທີ່ 31 ຢູ່​ບາ​ຫຼີ ປະ​ເທດ​ອິນໂດ​ເນ​ເຊຍ ​ໃນ​ຕົ້ນ​ເດືອນ​ຕຸລາ​ທີ່​ຜ່ານ​ມາ​ອີກ ດ້ວຍ.

ທາງ​ດ້ານ​ບໍລິສັດ Mega First Corporation Berhad ຈາກ​ມາ​ເລ​ເຊຍ ຜູ້​ລົງທຶນ​ໃນ​ໂຄງການ​ ກໍ​ໄດ້​ຖະ​ແຫຼ​ງຢືນຢັນ​ວ່າ ​ໄດ້​ທໍາ​ການ​ສຶກສາ​ ເພື່ອ​ປ້ອງ​ກັນ​ຜົນ​ກະທົບ​ ຕໍ່​ສິ່ງ ​ແວດ​ລ້ອມ​ທໍາ​ມະ​ຊາດ​ຢ່າງຮອບດ້ານ​ແລ້ວ ຈຶ່ງ​ເຮັດ​ໃຫ້​ບໍລິສັດ​ໄດ້​ຕັດສິນ​ໃຈ​ລົງທຶນ​ເຖິງ 600 ລ້ານ​ໂດ​ລ່າ ​ເພື່ອ​ດໍາ​ເນີນ​ການ​ກໍ່ສ້າງ​ເຂື່ອນ​ດອນ​ສະ​ຫົງ​ຂະໜາດ 260 MW ​ໃຫ້​ ສໍາ​ເລັດ​ພາຍ​ໃນ​ປີ 2016 ຕໍ່​ໄປ.
XS
SM
MD
LG